ພິທີມອບ-ຮັບ ໜ້າທີ່ຫົວໜ້າກົມຄົ້ນຄວ້າຄໍາຮ້ອງ ແລະ ຄໍາສະເໜີ ຜູ້ເກົ່າ ແລະ ຜູ້ໃໝ່
13/08/2024

ໃນວັນທີ 07 ສິງຫາ 2024, ທີ່ສະໂມສອນ ຄະນະກວດກາສູນກາງພັກ ກົມຄົ້ນຄວ້າຄໍາຮ້ອງ ແລະ ຄໍາສະເໜີ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີມອບຮັບໜ້າທີ່ຫົວໜ້າກົມຄົ້ນຄວ້າຄໍາຮ້ອງ ແລະ ຄໍາສະເໜີ ຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນ ລະຫວ່າງສະຫາຍ ວິລະມຸງຄຸນ ຈິດຮູບໂລກ ກໍາມະການພັກ ຄະນະກວດກາສູນກາງພັກ, ເລຂາໜ່ວຍພັກ, ຫົວໜ້າກົມຄົ້ນຄວ້າຄໍາຮ້ອງ ແລະ ຄໍາສະເໜີ (ຜູ້ເກົ່າ) ແລະ ສະຫາຍ ສຸລະພົນ ສີລາວີ ຮອງເລຂາໜ່ວຍພັກ ຫົວໜ້າກົມຄົ້ນຄວ້າຄໍາຮ້ອງ ແລະ ຄໍາສະເໜີ (ຜູ້ໃໝ່), ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສຸກຄໍາເພັດ ເຮືອງບຸດສີ ກໍາມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຜູ້ຕາງໜ້າຈາກຫ້ອງການ, ກົມຈັດຕັ້ງ-ພະນັກງານ, ຄະນະກົມ, ຄະນະພະແນກ, ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນກົມ ເຂົ້າຮ່ວມ.




ໂອກາດດຽວກັນນີ້, ສະຫາຍ ສຸກຄໍາເພັດ ເຮືອງບຸດສີ ຍັງໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ພິທີ ໂດຍສະຫາຍໄດ້ສະແດງຄວາມຍ້ອງຍໍຊົມຕໍ່ສະຫາຍ ຫົວໜ້າກົມຄົ້ນຄວ້າຄໍາຮ້ອງ ແລະ ຄໍາສະເໜີ (ຜູ້ເກົ່າ) ທີ່ມີຜົນງານດີເດັ່ນໃນນໍາພາ-ຊີ້ນໍາ ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຄົ້ນຄວ້າແກ້ໄຂຄໍາຮ້ອງ ແລະ ຄໍາສະເໜີ ຕາມພາລະບົດບາດ ແລະ ການມອບໝາຍຂອງຂັ້ນເທິງ, ທີ່ໄດ້ມີຜົນສໍາເລັດໃນຫຼາຍດ້ານ. ພ້ອມທັງເນັ້ນໜັກໃຫ້ສະຫາຍຫົວໜ້າກົມຜູ້ທີ່ຖືກແຕ່ງຕັ້ງໃໝ່ ໃຫ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍ ສົມທົບຄະນະກົມ ສືບຕໍ່ນໍາພາ-ຊີ້ນໍາ ເສີມຂະຫຍາຍບົດຮຽນດ້ານດີທີ່ຕັ້ງໜ້າໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ສຸມໃສ່ປັບປຸງແກ້ໄຂບາງດ້ານທີ່ຍັງຄົງຄ້າງ, ນໍາພາສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນກົມ, ນໍາພາເຕົ້າໂຮມຄວາມສາມັກຄີພາຍໃນກົມໃຫ້ແໜ້ນແຟ້ນ, ເປັນເຈົ້າການໃນການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ເພີ່ມທະວີຊຸກຍູ້ການຍົກລະດັບຄວາມຮູ້ຄວາມສາມາດຂອງສະມາຊິກພັກ, ພະນັກງານ ຕິດພັນກັບການປະຕິບັດວຽກງານວິຊາສະເພາະ ກໍຄືວຽກງານປິ່ນອ້ອມໃຫ້ສໍາເລັດຕາມແຜນການທີ່ວາງໄວ້.
ຂ່າວ: ຄໍາຫວັນ