ພິທີພົບປະ, ແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ອົງການກວດກາແຫ່ງລັດ ສປປ ລາວ ກັບ ຄະນະກວດກາລັດຖະບານ ສສ ຫວຽດນາມ

10/06/2024

ພິທີພົບປະ, ແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ອົງການກວດກາແຫ່ງລັດ ສປປ ລາວ ກັບ ຄະນະກວດກາລັດຖະບານ ສສ ຫວຽດນາມ

ຕອນເຊົ້າຂອງວັນທີ 3 ມິຖຸນາ 2024, ຄະນະຜູ້ແທນຂັ້ນສູງ ອົງການກວດກາແຫ່ງລັດ ສປປ ລາວ ເຊິ່ງນຳໂດຍ ທ່ານ ປອ. ຄຳພັນ ພົມມະທັດ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ພ້ອມດ້ວຍຄະນະ ເຄື່ອນໄຫວພົບປະແລກປ່ຽນບົດຮຽນກັບ ຄະນະກວດກາລັດຖະບານ ສສ. ຫວຽດນາມ ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ ໃຫ້ກຽດຕ້ອນຮັບໂດຍທ່ານ ດວນ ໂຮງ ຟ່ອງ, ກຳມະການ ຄະນະບໍລິຫານງານສູນກາງພັກ, ປະທານ ຄະນະກວດກາລັດຖະບານ ສສ.ຫວຽດນາມ

ໃນພິທີຕ້ອນຮັບ, ທ່ານ ດວນ ໂຮງ ຟ່ອງ, ປະທານ ຄະນະກວດລັດຖະບານ ສສ.ຫວຽດນາມ ໄດ້ສະແດງຄວາມຊົມເຊີຍ ແລະ ປິຕິຊົມຊື່ນທີ່ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຂັ້ນສູງ ຈາກອົງການກວດກາແຫ່ງລັດ ສປປ ລາວ ທີ່ໄດ້ມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກັບ ຄະນະກວດກາລັດຖະບານຫວຽດນາມ ຢູ່ ສສ.ຫວຽດນາມ ຊຶ່ງ ທ່ານ ປະທານຄະນະກວດກາລັດຖະບານ ຫວຽດນາມ ໄດ້ກ່າວວ່າ: ການຢ້ຽມຢາມ ແລະ ເຮັດວຽກຂອງ ທ່ານ ປອ. ຄຳພັນ ພົມມະທັດ ແລະ ຄະນະຜູ້ແທນຂັ້ນສູງ ໃນຄັ້ງນີ້ ແມ່ນມີຄວາມໝາຍ ແລະ ມີຄວາມສຳຄັນຢ່າງເລິກເຊິ່ງ. ເປັນການສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ຄະນະກວດກາລັດຖະບານ ສສ. ຫວຽດນາມ ແລະ ອົງການກວດກາແຫ່ງລັດ ສປປ.ລາວ ໃນຫຼາຍປີຜ່ານມາ.

ທ່ານ ດວນ ໂຮງ ຟ່ອງ, ປະທານ ຄະນະກວດລັດຖະບານ ສສ.ຫວຽດນາມ ຢືນຢັນວ່າ, ການຢ້ຽມຢາມຂອງຜູ້ແທນຂັ້ນສູງຈາກອົງການກວດກາແຫ່ງລັດ ສປປ.ລາວ ໃນຄັ້ງນີ້ແມ່ນໂອກາດອັນລ້ຳຄ່າ ເພື່ອໃຫ້ສອງຝ່າຍປະຕິບັດຕາມບົດບັນທຶກການຮ່ວມມື ທີ່ໄດ້ລົງນາມຮ່ວມກັນ ລະຫວ່າງ ສອງ ອົງການໃນປີ 2022; ດຳເນີນການປຶກສາຫາລື ແລະ ແລກປ່ຽນບົດຮຽນ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ໃນການນຳພາ-ຊີ້ນຳວຽກງານຕິດຕາມ, ກວດກາ, ການແກ້ໄຂຄຳຮ້ອງຟ້ອງ-ຮ້ອງທຸກ ແລະ ການປ້ອງກັນ, ການຕ້ານການສໍ້ລາດບັງຫຼວງ, ຕ້ານປະກົດການຫຍໍ້ທໍ້. ຜ່ານການຈັດຕັ້ງປະຕິບັດມານັ້ນ ແມ່ນໄດ້ປະກອບສ່ວນໃນການສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກສູງປະສິດທິຜົນການຄຸ້ມຄອງລັດ, ຊຸກຍູ້ການຄຸ້ມຄອງທີ່ດີ, ຊຸກຍູ້ການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງຢ່າງມີປະສິດທິຜົນ, ຊຸກຍູ້ການພັດທະນາເສດຖະກິດແບບຍືນຍົງ, ຊຸກຍູ້ຄວາມກ້າວໜ້າຂອງສັງຄົມຢູ່ແຕ່ລະປະເທດ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ຄະນະກວດກາລັດຖະບານຫວຽດນາມ ກັບ ອົງການກວດກາແຫ່ງລັດ ສປປ ລາວ ໄດ້ກຳລັງ ແລະ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສສ.ຫວຽດນາມ ແລະ ສປປ ລາວ.
ຫຼັງຈາກນັ້ນ ທ່ານ ປອ. ຄຳພັນ ພົມມະທັດ ໄດ້ກ່າວຄຳຂອບໃຈຕໍ່ ຄະນະກວດກາລັດຖະບານ ສສ.ຫວຽດນາມ ທີ່ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຂັ້ນສູງຈາກ ອົງການກວດກາແຫ່ງລັດ ສປປ ລາວ ຢ່າງອົບອຸ່ນ ແລະ ຈິງໃຈ. ພ້ອມນີ້ກໍ່ເຫັນດີ ແລະ ເປັນເອກະພາບກັບຄຳຄິດຄຳເຫັນຂອງ ປະທານ ຄະນະກວດກາລັດຖະບານ ສສ. ຫວຽດນາມ, ນີ້ແມ່ນໂອກາດອັນລໍ້າຄ່າເພື່ອໃຫ້ສອງອົງການໄດ້ແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກງານກວດກາ ແລະ ວຽກງານອື່ນໆ. ພ້ອມກັນນັ້ນ, ທ່ານຍັງໄດ້ກ່າວເນັ້ນວ່າ, ການພົບປະແລກປ່ຽນບົດຮຽນຂັ້ນສູງ ລະຫວ່າງ ສອງອົງການແມ່ນໂອກາດທີ່ສຳຄັນ ເພື່ອປະຕິບັດຕາມບັນດາເນື້ອໃນຂອງບົດບັນທຶກການຮ່ວມມື ທີ່ສອງອົງການກວດກາໄດ້ລົງນາມຮ່ວມກັນ.
ໃນການພົບປະແລກປ່ຽນບົົດຮຽນຄັ້ງນີ້, ຜູ້ແທນຂັ້ນສູງຈາກ ອົງການກວດກາແຫ່ງລັດ ສປປ ລາວ ກັບຄະນະກວດກາລັດຖະບານ ສສ.ຫວຽດນາມ ໄດ້ປຶກສາຫາລື ແລະ ລາຍງານໂດຍຫຍໍ້ກ່ຽວກັບສະພາບການເສດຖະກິດ-ສັງຄົມຂອງສອງປະເທດ; ບາງຜົນງານ ແລະ ປະສົບການອັນພົ້ນເດັ່ນໃນການນຳພາ-ຊີ້ນຳເຄື່ອນໄຫວວຽກງານກວດກາ, ການຕ້ອນຮັບພົນລະເມືອງ, ການແກ້ໄຂຄຳຮ້ອງຟ້ອງ-ຮ້ອງທຸກ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຕ້ານປະກົດການຫຍໍ້ທໍ້ໃນຊຸມປີຜ່ານມາ, ທິດທາງ ແລະ ໜ້າທີ່ວຽກງານໃນຕໍ່ໜ້າ ເຊິ່ງສອງຝ່າຍຈະໄດ້ແບ່ງປັນ ແລະ ແລກປ່ຽນປະສົບການໃນການນຳພາ-ຊີ້ນຳ, ການເຄື່ອນໄຫວວຽກງານກວດກາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຍິ່ງຂຶ້ນ
ແປ ແລະ ຮຽບຮຽງ ໂດຍ: ປທ. ອຳນວຍ ສຸກທະວີ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)