ຮອງ​ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານ ສູນກາງສະຫະພັນແມ່ຍິງລາວເຄື່ອນໄຫວຊຸກຍູ້ການກໍ່​ສ້າງ​ພະນັກງານນໍາພາ-ຄຸ້ມຄອງເພດ​ຍິງ​ ຢູ່ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

05/06/2024

ຮອງ​ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານ ສູນກາງສະຫະພັນແມ່ຍິງລາວເຄື່ອນໄຫວຊຸກຍູ້ການກໍ່​ສ້າງ​ພະນັກງານນໍາພາ-ຄຸ້ມຄອງເພດ​ຍິງ​ ຢູ່ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ໃນວັນທີ 31 ພຶດສະພາ 2024 ຮອງ​ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານສູນກາງສະຫະພັນແມ່ຍິງລາວ ໄດ້ລົງເຄື່ອນໄຫວຊຸກຍູ້ການກໍ່​ສ້າງ​ພະນັກງານນໍາພາ-ຄຸ້ມຄອງເພດ​ຍິງຢູ່ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ນໍາໂດຍ ສະຫາຍ ນາງ ສິ​ລິ​ກິດ ບຸບ​ຜາ​ ຮອງ​ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ, ໃຫ້ກຽດຕ້ອນຮັບໂດຍສະຫາຍ ນາງ ບຸນອ້ອມ ອຸ່ນມະໂນ ຮອງຫົວໜ້າ ກົມຄົ້ນຄວ້າ ແລະ ວາລະສານກວດກາ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານ ສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ພ້ອມດ້ວຍຄະນະ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສຸກຄໍາເພັດ ເຮືອງບຸດສີ ກໍາມະການປະຈໍາພັກ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຄະນະກົມຕັ້ງພັກ-ພະນັກງານ ຄະນະກວດກາສູນກາງພັກເຂົ້າຮ່ວມ.

ໂອກາດທີ່ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຄັ້ງນີ້ ສະຫາຍ ນາງ ສິ​ລິ​ກິດ ບຸບ​ຜາ ພ້ອມດ້ວຍຄະນະ ໄດ້ພົບ​ປະ ແລະ ເຮັດ​ວຽກ​ຮ່ວ​ມ​ກັບ ສະ​ຫາຍ ສຸກຄຳເພັດ ເຮືອງບຸດສີ ກຳມະການປະຈຳ​ພັກ, ຮອງປະທານ ຄກສພ-ອກຫລ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ​ ແລະ ສະຫາຍ ຄໍາສຸກ ອອຍຍະວົງ ກໍາມະການພັກ ຄະນະກວດກາສູນກາງພັກ, ຫົວໜ້າກົມຈັດຕັ້ງພັກ-ພະນັກງານ, ເຊິ່ງສະຫາຍໄດ້ສະເໜີຈຸດປະສົງຕໍ່ຄະນະພັກ-ຄະນະນໍາ ຄະນະກວດກາສູນກາງພັກ ກ່ຽວກັບການເຄື່ອນໄຫວວຽກງານໃນຄັ້ງນີ້ ແລະ ແລກປ່ຽນປຶກສາຫາລືກ່ຽວກັບ ແຜນກໍານົດພະນັກງານນໍາພາຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນກະຊວງ-ອົງການຄຸ້ມຄອງ; ການບໍາລຸງສ້າງ ແລະ ບັນຈຸ, ສັບຊ້ອນພະນັກງານນໍາ-ຄຸ້ມຄອງ ເພດຍິງ ຢູ່ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ; ແຜນຄາດຄະເນເປົ້າໝາຍຄະນະປະທານສະຫະພັນແມ່ຍິງຂອງອົງການຊຸດໃໝ່.

ຫຼັງຈາກນັ້ນ ກໍໄດ້ປຶກສາຫາລືຮ່ວມກັນລະຫວ່າງສູນກາງສະຫະພັນແມ່ຍິງລາວ ກັບຄະນະສະຫະພັນແມ່ຍິງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ກ່ຽວກັບ ແຜນກໍານົດພະນັກງານນໍາພາຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນກະຊວງ-ອົງການຄຸ້ມຄອງ; ການບໍາລຸງສ້າງ ແລະ ບັນຈຸ, ສັບຊ້ອນພະນັກງານນໍາ-ຄຸ້ມຄອງ ເພດຍິງ ຂອງພາກສ່ວນຕົນ ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ; ແຜນຄາດຄະເນເປົ້າໝາຍຄະນະປະທານສະຫະພັນແມ່ຍິງຂອງອົງການຊຸດໃໝ່. ໂອກາດນີ້ ສະຫາຍ ນາງ ບຸນອ້ອມ ອຸ່ນມະໂນ ກໍໄດ້ລາຍງານການເຄື່ອນໄຫວວຽກງານ ຮອບດ້ານຂອງສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຊິ່ງສະຫາຍໃຫ້ຮູ້ວ່ານັບແຕ່ປີ 2020-2024 ມີສະມາຊິກແມ່ຍິງທັງໝົດ 104 ສະຫາຍ, ແບ່ງອອກເປັນ 10 ໜ່ວຍ, ໄດ້ຕັ້ງຫນ້າປັບປຸງກົງຈັກການຈັດຕັ້ງຂອງຕົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເປັນລະບົບ ມີການປ່ຽນແປງດີຂຶ້ນເທື່ອລະກ້າວ, ເຮັດໃຫ້ການຈັດຕັ້ງເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ. ຄະນະສະຫະພັນແມ່ຍິງຄະນະກວດກາສູນກາງພັກ ປະກອບມີ 5 ທ່ານ, ໃນນີ້: ປະທານ 1 ທ່ານ ຊີ້ນໍາລວມ, ຮອງປະທານ 2 ທ່ານ, 1 ທ່ານ ຊີ້ນໍາວຽກງານກວດກາ, 1 ທ່ານ ຊີ້ນໍາວຽກງານ 3 ດີ, ຄະນະ 2 ທ່ານ, 1 ທ່ານ ຊີ້ນໍາວຽກງານເສດຖະກິດ ແລະ 1 ທ່ານ ຊີ້ນຳວຽກງານສະຖິຕິຂອງແມ່ຍິງ; ມີຜູ້ຊ່ວຍວຽກງານກວດກາ 13 ທ່ານ ແລະ ຜູ້ຊ່ວຍວຽກງານ 3 ດີ 13 ທ່ານ. ຄະນະພັກໄດ້ເອົາໃຈໃສ່ ແລະ ເຫັນໄດ້ເຖິງຄວາມສຳຄັນ ຂອງການປະກອບສ່ວນວຽກງານຂອງພະນັກງານເພດຍິງ, ເອື້ອຍນ້ອງແມ່ຍິງຫຼາຍສະຫາຍໄດ້ຮັບການສະຫນັບສະຫນູນ ແລະ ສົ່ງເສີມທາງດ້ານການພັດທະນາຄວາມຮູ້ຄວາມສາມາດເປັນຕົ້ນແມ່ນໄດ້ຍົກ​ລະ​ດັບດ້ານວິຊາສະເພາະ ໄລຍະຍາວຢູ່ພາຍໃນ ແລະ ຕ່າງປະເທດ ທັງໝົດ 5 ຄົນ, ໃນນີ້, ປະລິນຍາໂທພາຍໃນປະເທດ 2 ຄົນ, ຢູ່ຕ່າງປະເທດປະລິນຍາໂທ 3 ຄົນ, ດ້ານທິດສະດີການເມືອງ-ການປົກຄອງ: ໄດ້ຮຽນເອກະສານສະໜັບສະໜູນໃຫ້​ມະ​ຫາ​ຊົນ​ກ້າວ​ໜ້າ 23 ສະ​ຫາຍ, ຮຽນກົດລະບຽບ 28 ສະ​ຫາຍ, ຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ 25 ສະ​ຫາຍ ແລະ ເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ 29 ສະຫາຍ; ໄດ້ຍົກຍ້າຍສະມາຊິກພັກໄປຮ່ວມຊີວິດຢູ່ອົງ​ຄະ​ນະ​ພັກ​ໃໝ່ 8 ສະຫາຍ; ຍົກ​ລະ​ດັບ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃຫ້ສະ​ມາ​ຊິກ​ພັກ ດ້ານ​ທິດ​ສະ​ດີການເມືອງ ແລະ ການປົກຄອງ ຂັ້ນ​ຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ 21 ສະຫາຍ; ​ຈັດຝືກອົບຮົມໄລຍະສັ້ນ ແລະ ສໍາເລັດການທຽບລະດັບທິດສະດີການເມືອງຂັ້ນສູງ 1 ສະຫາຍ; ຂັ້ນຕົ້ນ 20 ສະຫາຍ; ເອື້ອຍນ້ອງແມ່ຍິງ ໄດ້ຮັບຄວາມເຊື່ອຫມັ້ນ, ຄວາມໄວ້ເນື້ອເຊື່ອໃຈຈາກຄະນະພັກ-ຄະນະນໍາ, ການຈັດຕັ້ງທຸກຂັ້ນ ເຊິ່ງໄດ້ຮັບການແຕ່ງຕັ້ງບັນຈຸຊັບຊ້ອນ ໃຫ້ຮັບຜິດຊອບຫນ້າທີ່ສຳຄັນຫລາຍຕຳແໜ່ງເຊັ່ນ: ຮອງເລຂາຫນ່ວຍພັກ 2 ສະຫາຍ, ຄະນະຫນ່ວຍພັກ 3 ສະຫາຍ, ຮອງຫົວຫນ້າກົມ 6 ສະຫາຍ, ຫົວຫນ້າພະແນກ 8 ສະຫາຍ ແລະ ຮອງຫົວຫນ້າພະແນກ 29 ສະຫາຍ.

ຕອນທ້າຍຂອງກອງປະຊຸມສະຫາຍ ນາງ ສິ​ລິ​ກິດ ບຸບ​ຜາ ກໍໄດ້ມີຄຳເຫັນຊີ້ນຳຕໍ່ຄະນະສະຫະພັນແມ່ຍິງໃຫ້ເອົາໃຈຊຸກຍູ້ກໍ່ສ້າງເອື້ອຍນ້ອງຍິງໃຫ້ກາຍເປັນພະນັກງານນຳພາ-ຄຸ້ມຄອງຢູ່ແຖວໜ້າ ແລະ ມີບົດບາດສູງຂຶ້ນກວ່າເກົ່າ, ເອົາໃຈໃສ່ຊີ້ນຳ ແລະ ກະກຽມການຈັດກອງປະຊຸມໃຫຍ່ຂັ້ນຂອງຕົນ, ເລືອກເຟັ້ນເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ, ປະສົບການ, ມີແນວຄິດອຸ່ນອ່ຽງທຸ່ນທຽງ,​ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ກ້າເຮັດກ້າຮັບຜິດຊອບ,​ ພ້ອມນີ້ກໍ່ໃຫ້ກະກຽມຄວາມພ້ອມດ້ານຕ່າງໆໃນການຈັດກອງປະຊຸມໃຫຍ່ຂອງຄະນະສະຫະພັນແມ່ຍິງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ດ້ວຍຜົນສຳເລັດສູງ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)