ກອງປະຊຸມ ສຳມະນາ ການຕິດຕາມການຈັດຕັ້ງປະຕິບັດ ຜົນການທົບທວນ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ( UNCAC )

28/05/2024

ກອງປະຊຸມ ສຳມະນາ ການຕິດຕາມການຈັດຕັ້ງປະຕິບັດ ຜົນການທົບທວນ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ( UNCAC )

ໃນຕອນເຊົ້າຂອງວັນທີ 28 ທີ່ອົງການກວດກາແຫ່ງລັດ, ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ຈັດກອງປະຊຸມ ສຳມະນາ ການຕິດຕາມການຈັດຕັ້ງປະຕິບັດ ຜົນການທົບທວນສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງຂຶ້ນ ໂດຍການເປັນປະທານຮ່ວມ ກ່າວເປີດພິທີ ຂອງ ທ່ານ ວິໄລວັນ ບຸດດາຄຳ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ທ່ານ ນາງ ແອນນິກ້າ ໄວສ ຫົວໜ້າຄະນະຕ້ານການສໍ້ລາດບັງຫຼວງ ອົງການຕ້ານຢາເສບຕິດ ແລະ ອາດຊະຍາກຳ ແຫ່ງສະຫະປະຊາຊາດປະຈຳພາກພື້ນອາຊີ ແລະ ປາຊີຟິກ, ພ້ອມດ້ວຍ ວິທະຍາກອນ ສຳມະນາກອນຈາກບັນດາກະຊວງ-ອົງການ, ອົງການກວດກາແຫ່ງລັດ ແລະ ອົງການຕ້ານຢາເສບຕິດ ແລະ ອາດຊະຍາກຳແຫ່ງສະຫະປະຊາຊາດ UNODC ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ກໍ່ແມ່ນເພື່ອ ປະເມີນຄວາມຄືບໜ້າຂອງສົນທິສັນຍາ UNCAC: ພິຈາລະນາຄວາມຄືບໜ້າຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດຂໍ້ແນະນຳການທົບທວນຂອງສົນທິສັນຍາຕ້ານການສໍ້ລາດບັງຫຼວງ ຂອງສະຫະປະຊາຊາດ (UNCAC) ຈາກທັງສອງຮອບວຽນຂອງກົນໄກການກວດກາການຈັດຕັ້ງປະຕິບັດຂອງສົນທິສັນຍາ; ເພື່ອເສີມຂະຫຍາຍຄວາມສາມາດ ແລະ ຄວາມຮູ້: ອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນຄວາມຮູ້ລະຫວ່າງພາກສ່ວນກ່ຽວຂ້ອງ; ເພື່ອກຳນົົດຄວາມຕ້ອງການການຊ່ວຍເຫຼືອດ້ານວິຊາການ: ກຳນົດບັນຫາທີ່ຕ້ອງໄດ້ຮັບການຈັດລຳດັບຄວາມສຳຄັນ ແລະ ຕ້ອງການໃຫ້ມີການຊ່ວຍເຫຼືອດ້ານວິຊາການເພື່ອເສີມສ້າງຂໍ້ລິເລີ່ມຕ້ານການສໍ້ລາດບັງຫຼວງ; ເພື່ອສ້າງຂັ້ນຕອນໃນການປະຕິບັດຕໍ່ໄປ: ເຂົ້າຮ່ວມການສົນທະນາເພື່ອສ້າງຂັ້ນຕອນຕໍ່ໄປທີ່ສາມາດປະຕິບັດໄດ້ເພື່ອກ້າວໄປສູ່ການຈັດຕັ້ງປະຕິບັດສົນທິສັນຍາ; ເພື່ອເສີມສ້າງການມີສ່ວນພົວພັນຫຼາຍອົງການ: ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມື ລະຫວ່າງບັນດາພາກສ່ວນທີ່ກ່ຽວຂ້ອງ; ເພື່ອຢ້ຳຄືນຄຳໝັ້ນສັນຍາ ຕໍ່ສົນທິສັນຍາ UNCAC: ຊຸກຍູ້ໃຫ້ຜູ້ເຂົ້າຮ່ວມຢືນຢັນຄືນຄຳໝັ້ນສັນຍາຕໍ່ສົນທິສັນຍາ ຕ້ານການສໍ້ລາດບັງຫຼວງເພື່ອການປົກຄອງທີ່ດີ ແລະ ການພັດທະນາແບບຍືນຍົງ.

ສົນທິສັນຍາຕ້ານການສໍ້ລາດບັງຫຼວງຂອງສະຫະປະຊາຊາດ (UNCAC) ໄດ້ສະໜອງຂອບເຂດຮອບດ້ານເພື່ອເສີມຂະຫຍາຍຂອບການຕ້ານການສໍ້ລາດບັງຫຼວງໃນພາກພື້ນ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ (ສປປ ລາວ) ໄດ້ລົງນາມໃນສົນທິສັນຍາສະຫະປະຊາຊາດຕ້ານການສໍ້ລາດບັງຫຼວງ (UNCAC) ໃນວັນທີ 10 ທັນວາ 2003 ແລະ ໄດ້ໃຫ້ສັດຕະຍາບັນໃນວັນທີ 25 ກັນຍາ 2009. ສປປ ລາວ ໄດ້ດໍາເນີນການທົບທວນສອງຮອບເປັນສ່ວນໜຶ່ງຂອງກົນໄກການທົບທວນການຈັດຕັ້ງປະຕິບັດຂອງ UNCAC ໂດຍຮອບທີ 1 ໄດ້ສຸມໃສ່ບົດທີ III ກ່ຽວກັບການລົງໂທດທາງອາຍາ ແລະ ການບັງຄັບໃຊ້ກົດໝາຍ ແລະ ບົດທີ IV ກ່ຽວກັບການຮ່ວມມືສາກົນ ແລະ ສຸມໃສ່ບົດທີ II ກ່ຽວກັບມາດຕະການປ້ອງກັນ ແລະ ບົດທີ V ກ່ຽວກັບການຟື້ນຟູຊັບສິນ. ໃນຮອບທີ 2 ການດໍາເນີນງານຂອງສົນທິສັນຍາດັ່ງກ່າວ ໃນ ສປປ ລາວ ແມ່ນມີລັກສະນະເປັນຄວາມພະຍາຍາມເພື່ອເພີ່ມທະວີຄວາມໂປງໃສ ຄວາມຮັບຜິດຊອບ ແລະ ຄວາມຊື່ສັດໃນຂະແໜງການຕ່າງໆ ລັດຖະບານໄດ້ເອົາໃຈໃສ່ເສີມຂະຫຍາຍກອບກົດໝາຍ ຍູ້ແຮງບັນດາອົງການ ຕ້ານການສໍ້ລາດບັງຫຼວງ ແລະ ຊຸກຍູ້ການຮ່ວມມືສາກົນ ເພື່ອແກ້ໄຂການສໍ້ລາດບັງຫຼວງຢ່າງມີປະສິດທິຜົນ. ແຕ່ຍັງມີສິ່ງທ້າທາຍດັ່ງທີ່ໄດ້ກ່າວໄວ້ໃນຂໍ້ສະເໜີແນະໃນການທົບທວນຄືນຂອງສົນທິສັນຍາ ເຖິງວ່າມີສິ່ງທາຍເຫຼົ່ານີ້ ສປປ ລາວ ຍັງສືບຕໍ່ກ້າວໄປສູ່ການຕ້ານການສໍ້ລາດບັງຫຼວງດ້ວຍການສະໜັບສະໜູນຈາກຄູ່ຮ່ວມງານສາກົນ.

ກອງປະຊຸມສຳມະນາຄັ້ງນີ້ ມີຄວາມສຳຄັນຕໍ່ການຄົ້ນຄວ້າ, ເກັບກຳຂໍ້ມູນ, ກົນໄກ, ວິທີການຕ່າງໆໃນການສະກັດກັ້ນ ແລະ ການຕ້ານການສໍ້ລາດບັງຫຼວງ ຂອງພາຍໃນ ແລະ ສາກົນເພື່ອເປັນບ່ອນອີງໃນການຖອດຖອນບົດຮຽນ, ການສ້າງ ແລະ ປັບປຸງນິຕິກຳພາຍໃນ ເພື່ອໃຫ້ສອດຄ່ອງກັບ ກົດໝາຍສາກົນ ແລະ ອື່ນໆ ໃນອານາຄົດ. ກອງປະຊຸມໃນຄັ້ງນີ້ແມ່ນຈະໄດ້ດຳເນີນໄປເປັນເວລາ 02 ວັນ (28-29 ພຶດສະພາ 2024).

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)