ພິທີມອບ-ຮັບ ໜ້າທີ່ ເລຂາຄະນະພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ຜູ້ເກົ່າ) ແລະ (ຜູ້ໃໝ່)

13/05/2024

ພິທີມອບ-ຮັບ ໜ້າທີ່  ເລຂາຄະນະພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ຜູ້ເກົ່າ) ແລະ (ຜູ້ໃໝ່)

ພິທີມອບ-ຮັບ ໜ້າທີ່ ເລຂາຄະນະພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ຜູ້ເກົ່າ) ແລະ (ຜູ້ໃໝ່) ລະຫວ່າງ ສະຫາຍ ປອ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ຜູ້ເກົ່າ) ແລະ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ຜູ້ໃໝ່) ຂຶ້ນ ໃນວັນທີ 10 ພຶດສະພາ 2024 ນີ້, ທີ່ຫ້ອງປະຊຸມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະນໍາສະຖາບັນ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພະນັກງານບໍານານ ອະດີດການນໍາ ແລະ ສະມາຊິກພັກ-ພະນັກງານຫຼັກແຫຼງຂອງສະຖາບັນ ເຂົ້າຮ່ວມ.

ໃນພິທີ ສະຫາຍ ດອນ ໄພວົງ ຄະນະພັກ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກໄດ້ຂຶ້ນຜ່ານບັນດາ ຄໍາສັ່ງ, ມະຕິ ຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ເລຂາຄະນະພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ( ຜູ້ເກົ່າ ) ແລະ ( ຜູ້ໃໝ່ ); ຈາກນັ້ນ, ສະຫາຍ ປອ ສອນທະນູ ທຳມະວົງ ໄດ້ຂຶ້ນຜ່ານບົດສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານໄລຍະຜ່ານມາໃຫ້ຮູ້ວ່າ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ່ I ຂອງອົງຄະນະພັກ ສວສສຊ ແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກວິຊາສະເພາະຕາມພາລະບົດບາດ, ຕາມການມອບຂອງຂັ້ນເທິງ ແລະ ຮ່ວມມືກັບຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມພາຍໃນ ເປັນຕົ້ນ ວຽກງານຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມຕາມພາລະບົດບາດ ແລະ ຮ່ວມມືກັບຕ່າງປະເທດ ແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາໂຄງການຄົ້ນຄວ້າວິທະຍາສາດ ໂດຍການນໍາໃຊ້ງົບປະມານຂອງລັດ ພາກ 63 ແລະ 67 ທັງໝົດ 53 ໂຄງການ, ລວມມູນຄ່າປະມານ 4,8 ຕື້ກີບ. ປະຈຸບັນ ສໍາເລັດແລ້ວ 9 ໂຄງການ ລວມມູນຄ່າປະມານ 747 ລ້ານກີບ, ສໍາເລັດໂດຍພື້ນຖານແລ້ວ 15 ໂຄງການ ລວມມູນຄ່າປະມານ 1,5 ຕື້ກີບ ແລະ ກໍາລັງຢູ່ໃນຂັ້ນຕອນຈັດຕັ້ງປະຕິບັດທັງໝົດ 23 ໂຄງການ, ລວມມູນຄ່າ 1,9 ຕື້ກີບ; ວຽກສໍາມະນາວິທະຍາສາດຮ່ວມກັບສາກົນ, ຕ່າງປະເທດ ຜ່ານມາ ສວສສຊ ໄດ້ເຂົ້າຮ່ວມ ແລະ ພັດປ່ຽນໝູນວຽນກັນ ເປັນເຈົ້າພາບ ຈັດສໍາມະນາວິທະຍາສາດສາກົນ ພາຍໃຕ້ກອບການຮ່ວມມືຕ່າງໆ ເຊັ່ນ: ກອງປະຊຸມສໍາມະນາວິທະຍາສາດສາກົນ 3 ຊາດ (ລາວ, ຫວຽດນາມ, ກໍາປູເຈຍ), ກອງປະຊຸມສໍາມະນາວິທະຍາສາດສາກົນ 4 ສະຖາບັນ (LASES, VASS, RAC ແລະ KEI); ກອງປະຊຸມສໍາມະນາວິທະຍາສາດສາກົນສັງຄົມນິຍົມ; ກອງປະຊຸມສໍາມະນາວິທະຍາສາດສາກົນ 2 ຊາດ (ສປປ ລາວ ແລະ ສສ. ຫວຽດນາມ); ໄດ້ສໍາເລັດການຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າລະດັບຊາດ ປະຈໍາປີ 2022, 2023 ແລະ ຜ່ານບັນດາທິດທາງແຜນການໃນຕໍ່ໜ້າ. ພ້ອມນີ້ ຍັງໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງສະຫາຍ ເລຂາຄະນະພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ຜູ້ເກົ່າ) ແລະ (ຜູ້ໃໝ່).
ໃນໂອກາດດຽວກັນນີ້, ສະຫາຍ ປອ ຄຳພັນ ພົມມະທັດ ຍັງໄດ້ມີຄໍາເຫັນໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນໄລຍະຜ່ານມາ; ພ້ອມນີ້ ຍັງໄດ້ສະເໜີໃຫ້ຄະນະພັກ, ຄະນະນໍາ ຂອງສະຖາບັນ ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີໃນການຈັດຕັ້ງປະຕິບັດວຽກງານ, ເສີມຂະຫຍາຍດ້ານດີ ຜົນສໍາເລັດ, ນໍາເອົາບົດຮຽນດັ່ງກ່າວ ເພື່ອໄປໝູນໃຊ້ເຂົ້າໃນການພັດທະນາວຽກງານວິຊາສະເພາະໃນຕໍ່ໜ້າ ໃຫ້ເກີດຜົນປະໂຫຍດສູງສຸດ ທັງຮັບປະກັນທາງດ້ານປະລິມານ, ຄຸນນະພາບ ຮັກສາໄດ້ລັກສະນະວິທະຍາສາດທີ່ທັນສະໄໝ, ພ້ອມກັນແກ້ໄຂບັນຫາທີ່ຍັງຄົງຄ້າງ ເພື່ອເຮັດໃຫ້ວຽກງານຄົ້ນຄວ້າ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ກ້າວໄປສູ່ຄວາມທັນສະໄໝ, ມີຜົນສໍາເລັດອັນຍິ່ງໃຫຍ່ ທຽບທັນກັບພາກພື້ນ ແລະ ສາກົນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)