ຄກສພ-ອກຫລ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານປະຫວັດສາດຂອງພັກ-ຂອງຊາດ

10/05/2024

ຄກສພ-ອກຫລ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານປະຫວັດສາດຂອງພັກ-ຂອງຊາດ

ໂດຍປະຕິບັດຕາມ ແຈ້ງການແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ເລກທີ 563/ຄອສພ, ລົງວັນທ 29 ເມສາ 2024 ກ່ຽວກັບ ການຈັດຕັ້ງໂຄສະນາ-ປາຖະກະຖາ ເອກະສານສໍາຄັນຂອງພັກ-ຂອງຊາດ. ສະນັ້ນ ຕອນເຊົ້າທີ 10 ເມສາ 2024 ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ຈຶ່ງໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນ 3 ເອກະສານຄື: ວັນໄຊຊະນະບັ້ນຮົບດຽນບຽນຟູຄົບຮອບ 70 ປີ; ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນແຂວງຊຽງຂວາງຄົບຮອບ 65 ປີ; ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳ ແລະ ແນວລາວຮັກຊາດຄົບຮອບ 64 ປີ. ໂດຍການໃຫ້ກຽດເຜີຍແຜ່ເອກະສານຂອງບັນດາສະຫາຍກຳມະການປະຈຳພັກ, ກຳມະການພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ເຊິ່ງມີສະມາຊິກພັກ-ພະນັກງານທົ່ວອົງການເຂົ້າຮ່ວມຮັບຟັງ.

ໃນພິທີ ສະຫາຍ ປອ ດາວບົວລະພາ ບາວົງເພັດ ກໍາມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ໄດ້ໃຫ້ກຽດເຜີຍແຜ່ເອກະສານ ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນສະພາບແວດລ້ອມຢູ່ໃນອິນດູຈີນ, ສະພາບຂອງສັດຕູ, ແຜນຍຸດທະສາດປົດປ່ອຍດຽນບຽນຟູຂອງພັກກອມມູນິດຫວຽດນາມ ແລະ ຄວາມໝາຍຄວາມສຳຄັນຂອງໄຊຊະນະດຽນບຽນຟູ ໃນວັນທີ 7 ພຶດສະພາ 1954,

ຫຼັງຈາກນັ້ນ ສະຫາຍ ໄຊຄຳ ອຸ່ນມີໄຊ ກຳມະການພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ກໍ່ໄດ້ສືບຕໍ່ເຜີຍແຜ່ເອກະສານວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 65 ປີ, ສະຫາຍໄດ້ຍົກໃຫ້ເຫັນເຖິງສະພາບການຖືກປິດລ້ອມຂອງກອງພັນທີ 2 , ການຜ່າວົງປິດລ້ອມຂອງກອງພັນທີ 2 ວັນທີ 18 ພຶດສະພາ - ມິຖຸນາ 1959 ,ຄວາມໝາຍຄວາມສຳຄັນ ແລະ ປັດໄຈພື້ນຖານການຜ່າວົງປິດລ້ອມຂອງກອງພັນທີ 2; ພ້ອມນີ້ ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ກໍ່ໄດ້ໃຫ້ກຽດເຜີຍແຜ່ເອກະສານວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮົບ 64 ປີ, ສະຫາຍໄດ້ຍົກໃຫ້ເຫັນເຖິງສະພາບການ ແລະ ການເຄື່ອນໄຫວປະຕິວັດຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດໃນໄລຍະປີ 1957-1959, ແຜນການໂຕນຈາກຄຸກ, ການກະກຽມໂຕນອອກຈາກຄຸກໂພນເຄັງຂອງບັນດາຜູ້ນໍາ ແລະ ສາເຫດການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາໄປສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພ.

ການເຊື່ອມຊຶມເອກະສານສໍາຄັນຂອງພັກຂອງຊາດຄັ້ງນີ້ ແມ່ນເພື່ອໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໃນທົ່ວອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຮັບຮູ້ ເຂົ້າໃຈຕໍ່ວັນປະຫວັດສາດສຳຄັນດັ່ງກ່າວ ແລະ ເປັນການລະນຶກເຖິງມູນເຊື້ອປະຫວັດສາດ, ຄວາມພິລະອາດຫານ ແລະ ເສຍສະຫຼະອັນສູງສົ່ງ ຂອງຜູ້ນໍາຂອງພັກ, ແນວລາວຮັກຊາດ, ກອງທັບ ແລະ ປະຊາຊົນສາມຊາດ ອິນດູຈີນໃນການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນໃນເມື່ອກ່ອນ ໄດ້ຮໍ່າຮຽນເອົາແບບຢ່າງທີ່ດີເລີດທາງດ້ານຄຸນສົມບັດສິນທຳປະຕິວັດ ຂອງອະດີດການນໍາປະຕິວັດ ແລະ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຜູ້ສືບທອດທີ່ດີໃນອະນາຄົດ.
ພາບໂດຍ: ສະໝິງທອງ ເຄນສະບັບ, ຂ່າວໂດຍ: ຕູ່ນາ ເລົ່າຖາວອນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)