ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດຝຶກອົບຮົມ ວຽກງານກວດກາພັກ-ລັດ ຊຸດທີ I

23/01/2024

ກະຊວງເຕັກໂນໂລຊີ ແລະ ການສື່ສານ  ຈັດຝຶກອົບຮົມ ວຽກງານກວດກາພັກ-ລັດ ຊຸດທີ I

ໃນວັນທີ 22 ມັງກອນ ປີ 2024 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ I ຂຶ້ນ, ທີ່ຫ້ອງປະຊຸມຊັ້ນ 5 (ຕຶກສີສະເກດ), ໂດຍການເປັນປະທານຮ່ວມ ຂອງທ່ານ ປອ ດາວບົວລະພາ ບາວົງເພັດ ກໍາມະການປະຈໍາພັກ ຮອງປະທານຄະນະກວດດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ສະຫາຍ ປອ ສັນຕິສຸກ ສີມມາລາວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ມີຄະນະກົມ, ທຽບເທົ່າກົມອ້ອມຂ້າງກະຊວງ, ຄະນະອໍານວຍການ ບັນດາບໍລິສັດທີ່ຂື້ນກັບກະຊວງ, ຄະນະພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ, ພ້ອມດ້ວຍນັກສຳມະນາກອນຜູ້ເຮັດວຽກງານກວດກາ ເຂົ້າຮ່ວມທັງໝົດ 84 ທ່ານ, ຍິງ 33 ທ່ານ.

ການເປີດຝຶກອົບຮົມວຽກງານກວດກາພັກ-ລັດຄັ້ງນີ້ ແມ່ນເພື່ອຍົກສູງຄວາມຮູ້, ຄວາມເຂົ້າໃຈໃຫ້ຜູ້ເຮັດວຽກງານກວດກາ ບັນດາກົມ ແລະ ທຽບເທົ່າກົມ, ບັນດາພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ ແລະ ພະນັກງານ ຂອງບັນດາບໍລິສັດ ທີ່ຂື້ນກັບກະຊວງ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດ ໃຫ້ມີບາດກ້າວຫັນປ່ຽນໄປສູ່ຄຸນນະພາບໃໝ່ ເພື່ອເປັນເສນາທິການໃຫ້ແກ່ຄະນະພັກຂັ້ນຂອງຕົນ ກ່ຽວກັບວຽກງານຕິດຕາມ, ກວດກາ. ສໍາລັບບົດຮຽນທີ່ໄດ້ນໍາມາຝຶກອົບຮົມຄັ້ງນີ້ມີທັງໝົດ 15 ບົດຄື: ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ; ວຽກງານຕິດຕາມພັກ; ກວດກາການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ; ພະນັກງານ-ລັດຖະກອນ ເມືອມີປະກົດການລະເມີດ; ລະບຽບວິໄນຂອງພັກ ແລະ ກວດກາລົງວິໄນພາຍໃນພັກ; ກວດກາພິສູດໃນວຽກງານກວດກາພັກ; ບາງບັນຫາພຶ້ນຖານກ່ຽວກັບຈິດຕະສາດໃນວຽກງານກວດກາ; ວິທີການສ້າງແຜນດຳເນີນການກວດກາ; ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ; ຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ການຕ້ານສໍ້ລາດບັງຫຼວງ; ວຽກງານຄົ້ນຄວ້າແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ ແລະ ຄຳສະເໜີ; ຄວາມຮູ້ພື້ນຖານ ກ່ຽວກັບວຽກງານຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ; ຄວາມຮູ້ພຶ້ນຖານກ່ຽວກັບວຽກງານການສືບສວນ-ສອບສວນ; ການແກ້ໄຂຜົນການກວດກາ ແລະ ຕິດຕາມ, ກວດກາການຈັດຕັ້ງປະຕິບັດຜົນການກວດກາ; ກົງຈັກການຈັດຕັ້ງ ແລະ ການບຳລຸງສ້າງພະນັກງານກວດກາ; ທັດສະນະຂອງພັກ ແລະ ນະໂຍບາຍຂອງລັດຕໍ່ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ.

ໂອກາດດຽວກັນນີ້ ສະຫາຍ ປອ ສັນຕິສຸກ ສີມມາລາວົງ ຍັງໄດ້ເນັ້ນຕື່ມອີກວ່າ: ວຽກງານຕິດຕາມ, ກວດກາ ແມ່ນວຽກງານໜຶ່ງ ທີ່ມີຄວາມສໍາຄັນໃນບົດບາດການນຳພາຂອງພັກ ແລະ ຄຸ້ມຄອງຂອງລັດ ດັ່ງທັດສະນະຂອງພັກທີ່ກ່າວໄວ້ວ່າ “ບໍ່ມີການກວດກາ ກໍ່ໝາຍຄວາມວ່າບໍ່ມີການນຳພາ” ເພາະວ່າວຽກງານຕິດຕາມ, ກວດກາ ແມ່ນວຽກງານໜຶ່ງ ທີ່ຕິດພັນກັບທຸກຂົງເຂດວຽກງານ, ເປັນວຽກທີ່ຄະນະພັກຮັບຜິດຊອບໂດຍກົງ, ຕ້ອງເຮັດເປັນປົກກະຕິຕໍ່ເນື່ອງ ແລະ ຂາດບໍ່ໄດ້ສໍາລັບການນຳພາຂອງພັກ ແລະ ການຄຸ້ມຄອງລັດ; ການກວດກາ ແມ່ນເຄື່ອງມືທີ່ສຳຄັນອັນໜຶ່ງ ເພື່ອແກ້ໄຂບັນຫາຕ່າງໆໃຫ້ໂລ່ງລ່ຽນ ໃນການພົວພັນຢູ່ພາຍໃນພັກ, ອົງການຈັດຕັ້ງລັດ. ຍ້ອນເຫັນໄດ້ຄວາມສຳຄັນ ຂອງວຽກງານກວດກາ ແລະ ເພື່ອສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້, ຄວາມສາມາດໃຫ້ແກ່ຜູ້ຮັບຜິດຊອບວຽກງານກວດກາພັກ-ລັດ ໃນການເຄື່ອນໄຫວວຽກງານກວດກາໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຶ່ງໄດ້ປະສານສົມທົບກັບຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດຊຸດຝຶກອົບຮົມວຽກງານກວດກາພັກ-ລັດຂຶ້ນ, ພ້ອມນີ້ຍັງໄດ້ຮຽກຮ້ອງມາຍັງນັກສໍາມະນາກອນທີ່ເຂົ້າຮ່ວມ ຈົ່ງເອົາໃຈໃສ່ຮຽນຮູ້ທາງດ້ານຫຼັກການ, ເນື້ອໃນ, ວິທີການ, ຂັ້ນຕອນຂອງການຕິດຕາມ, ກວດກາ ຈາກຄູອາຈານ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃຫ້ເລິກເຊິ່ງ ເພື່ອນໍາໄປໝູນໃຊ້ຢ່າງປະດິດສ້າງເຂົ້າໃນການເຄື່ອນໄຫວວຽກງານຕົວຈິງຢູ່ໃນການຈັດຕັ້ງຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ຊຸດຝຶກອົບຮົມໃນຄັ້ງນີ້ຈະໄດ້ດຳເນີນເປັນເວລາ 10 ວັນລັດຖະການ, ນັບແຕ່ ວັນທີ 22 ມັງກອນ ຈົນເຖິງວັນທີ 02 ກຸມພາ 2024.
ຂ່າວສານ: ພຸດທະສັກ ບຸນສຸດທະວີ ກົມກວດກາ ກະຊວງເຕັກໂນໂລຊີ ແລະ ການສື່ສານ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)