26/01/2024

ໃນຕອນເຊົ້າຂອງວັນທີ 25 ມັງກອນ ປີ 2024, ຢູ່ຫ້ອງປະຊຸມຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ, ຄະນະຜູ້ແທນສະມາຊິສະພາແຫ່ງຊາດຊຸດທີ IX ປະຈຳເຂດເລືອກຕັ້ງທີ I ນະຄອນຫຼວງວຽງຈັນ ໄດ້ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ນໍາໂດຍທ່ານ ນາງ ເກດສະໜາ ບັນດາສັກ ພ້ອມດ້ວຍຄະນະ, ມີບັນດາທ່ານຮອງປະທານອົງການກວດກາແຫ່ງລັດ, ຫົວໜ້າກົມ, ຮອງກົມ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ລັດຖະກອນ ຂອງອົງການກວດກາແຫ່ງລັດເຂົ້າຮ່ວມ.
ໃນກອງປະຊຸມພົບປະຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບລວມ ຂອງອົງການກວດກາແຫ່ງລັດ ຈາກທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ. ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບການ ທີ່ຕັ້ງ, ພາລະບົດບາດ, ການເຄື່ອນໄຫວວຽກງານຂອງອົງການກວດກາແຫ່ງລັດໃນໄລຍະທີ່ຜ່ານມາ, ບັນດາຜົນສຳເລັດ, ບາງດ້ານທີ່ຍັງຄົງຄ້າງ, ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ ແລະ ບາງຂໍ້ສະເໜີແລກປ່ຽນຕໍ່ຄະນະຜູ້ແທນສະມາຊິກສະພາແຫ່ງຊາດ. ຈາກນັ້ນ ທ່ານ ນາງ ວີໄຊ ສະຣິດທິຣາດ ໄລ້ລາຍງານຜົນ ສຳເລັດ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ໂດຍທ່ານໄດ້ຍົກໃຫ້ເຫັນເຖິງບັນຫາສຳຄັນທີ່ກອງປະຊຸມໄດ້ພິຈາລະນາ ເປັນຕົ້ນ ຂົງເຂດວຽກງານຂອງລັດຖະບານ; ຂົງເຂດວຽກງານກວດກາ, ກວດສອບ ແລະ ສານປະຊາຊົນ, ອົງການໄອຍະການປະຊາຊົນ; ຂົງເຂດວຽກງານສະພາແຫ່ງຊາດ. ພ້ອມນີ້ ທ່ານຍັງໄດ້ຍົກບາງບັນຫາທີ່ເກີດຂຶ້ນໃນສັງຄົມ ໃນສະພາບການປັດຈຸບັນ ເພື່ອນຳມາແລກປ່ຽນບົດຮຽນນຳຜູ້ເຂົ້າຮ່ວມກອງປະຊຸມ. ພ້ອມດຽວກັນນີ້ ທ່ານຄຳຜ່ອງ ແສງສະຫວັນ ຍັງໄດ້ລາຍງານສະພາບ ລວມ ກ່ຽວກັບຜົນສຳເລັດຂອງກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ພ້ອມທັງໄດ້ຕີລາຄາ, ຍົກໃຫ້ເຫັນສະພາບການທີ່ເປັນສິ່ງທ້າທາຍ ແລະ ບັນຫາທີ່ຮີບດ່ວນຂອງນະຄອນຫຼວງວຽງຈັນທີ່ຕ້ອງໄດ້ແກ້ໄຂ. ໂອກາດນີ້ຜູ້ເຂົ້້າຮ່ວມກອງປະຊຸມຍັງໄດ້ມີຄໍາເຫັນແລກປ່ຽນ ແລະ ບາງຂໍ້ສະເໜີຕໍ່ສະມາຊິກສະພາແຫ່ງຊາດ ເພື່ອນຳໄປປຶກສາຫາລື ຊອກຫາວິທີການແກ້ໄຂໃນຕໍ່ໜ້າອີກດ້ວຍ.
ໃນຕອນທ້າຍທ່ານ ນາງ ເກດສະໜາ ບັນດາສັກ ຍັງໄດ້ສະແດງຄວາມຂອບໃຈມາຍັງ ຄະນະນໍາອົງການກວດກາແຫ່ງລັດທີ່ໄດ້ໃຫ້ຄວາມສໍາຄັນ ແລະ ເຂົ້າຮ່ວມພ້ອມກັນແລກປ່ຽນຄໍາຄິດຄໍາເຫັນຕໍ່ຄະນະທີມງານສະມາຊິກສະພາແຫ່ງຊາດ ທີ່ໄດ້ລົງມາພົບປະໂອ້ລົມໃນຄັ້ງນີ້, ເຊິ່ງສະມາຊິກສະພາແຫ່ງຊາດພ້ອມແລ້ວທີ່ຈະນໍາເອົາບັນດາຄໍາແລກປ່ຽນ ຄໍາສະເໜີໄປຄົ້ນຄວ້ານໍາສະເໜີຕໍ່ຂັ້ນເທິງເພື່ອຊອກວິທີແກ້ໄຂບັນຫາຕ່າງໆໃຫ້ຖືກຕ້ອງ, ສອດຄ່ອງ, ແນ່ໃສ່ຮັບໃຊ້ປະຊາຊົນ ແລະ ນໍາຜົນປະໂຫຍດສູງສຸດມາໃຫ້ປະຊາຊົນຢ່າງແທ້ຈິງ.