ກະຊວງສາທາລະນະສຸກ ຈັດຝຶກອົບຮົມວຽກງານກວດກາພັກ-ລັດ

06/02/2024

ກະຊວງສາທາລະນະສຸກ ຈັດຝຶກອົບຮົມວຽກງານກວດກາພັກ-ລັດ

ໃນວັນທີ 05 ກຸມພາ ປີ 2024, ກະຊວງສາທາລະນະສຸກ ໄດ້ຈັດພິທີຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ບັນດາກົມອ້ອມຂ້າງກະຊວງ ຂຶ້ນຢູ່ທີ່ຫ້ອງປະຊຸມກົມກວດກາກະຊວງສາທາລະນະສຸກ (ຕຶກໃໝ່ຊັ້ນ6). ໂດຍການເປັນປະທານຮ່ວມຂອງທ່ານ ດຣ ໄພວັນ ແກ້ວປະເສີດ ກໍາມະການປະຈຳພັກ, ປະທານກວດກາພັກກະຊວງ, ຮອງລັດຖະ ມົນຕີກະຊວງສາທາລະນະສຸກ ແລະ ທ່ານ ປອ ດາວບົວລະພາ ບາວົງເພັດ ກໍາມະການປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຄະນະກົມ, ທຽບເທົ່າກົມອ້ອມຂ້າງກະຊວງເຂົ້າຮ່ວມ, ພ້ອມດ້ວຍນັກສຳມະນາກອນ 70 ທ່ານ, ຍິງ 39 ທ່ານ.

ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກສູງຄວາມຮັບຮູ້, ຄວາມສາມາດພື້ນຖານກ່ຽວກັບວຽກງານກວດກາໃຫ້ແກ່ພະນັກງານ ໃນການຈັດຕັ້ງປະຕິບັດວຽກງານກວດກາພັກ-ກວດກາລັດ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ວຽກງານຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄຳສະເໜີ ທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ເຮັດວຽກງານກວດກາ ມີຄວາມຮັບຮູ້ເຂົ້າໃຈຕໍ່ພາລະບົດບາດ, ສິດ, ໜ້າທີ່ຂອງຕົນ, ປະຕິບັດບັນດາຂໍ້ກຳນົດ, ກົດໝາຍ,ລະບຽບການ, ວິທີການ, ຂັ້ນຕອນຕ່າງໆ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາຢ່າງຖືກຕ້ອງ, ໃນໂອກາດກ່າວເປີດກອງປະຊຸມ ທ່ານ ດຣ ໄພວັນ ແກ້ວປະເສີດ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງວຽກງານກວດກາ ເຊິ່ງແມ່ນໜຶ່ງໃນພາລະບົດບາດຕົ້ນຕໍແຫ່ງການນຳພາຂອງພັກ, ບໍ່ມີການກວດກາ ກໍ່ບໍ່ມີການນຳພາ, ວຽກງານຕິດຕາມກວດກາແມ່ນວຽກທີ່ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເປັນວຽກທີ່ຕ້ອງເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້ ສໍາລັບການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງມາຍັງນັກສຳມະນາກອນທຸກທ່ານ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ຄູອາຈານທີ່ມາຈາກຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ແລະ ສຸມທຸກສະຕິປັນຍາເຂົ້າໃນການສິດສອນ, ການຄົ້ນຄວ້າຮ່ຳຮຽນ, ກໍາໃຫ້ໄດ້ເນື້ອໃນບົດຮຽນຢ່າງເລິກເຊິ່ງ, ເອົາໃຈໃສ່ປະຕິບັດໂມງເວລາຢ່າງເຂັ້ມງວດ, ຮັກສາສຸຂະພາບໃຫ້ດີ ເພື່ອກ້າວໄປເຖິງຜົນສໍາເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້.

ນອກຈາກນີ້, ທ່ານ ປອ ດາວບົວລະພາ ບາວົງເພັດ ຍັງໄດ້ມີຄຳເຫັນຕໍ່ກອງປະຊຸມຊຸດຝຶກອົບຮົມໃນຄັ້ງນີ້ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບການຕົວຈິງທີ່ເກີດຂຶ້ນໃນຂົງເຂດວຽກງານກວດກາໃນປັດຈຸບັນ, ພ້ອມທັງເນັ້ນໃຫ້ນັກສໍາມະນາກອນທຸກໆທ່ານ ໃຫ້ເອົາໃຈໃສ່ຄົ້ນຄວ້າ, ແລກປ່ຽນ, ຖອດຖອນບົດຮຽນນຳບັນດາຄູອາຈານ ເພື່ອນຳໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຕົນຢ່າງປະດິດສ້າງ ພ້ອມທັງມີປະສິທິພາບ ແລະ ປະສິດທິຜົນສູງຍິ່ງຂຶ້ນ. ຊຸດຝຶກອົບຮົມໃນຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 10 ວັນລັດຖະການ, ນັບແຕ່ວັນທີ 05-16 ກຸມພາ 2024.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)