20/11/2023
ໃນວັນທີ 20 ພະຈິກ 2023 ນີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ 1 ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດຂຶ້ນ, ທີ່ສະໂມສອນຄະນະກວດກາສູນກາງພັກ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສີໃນ ມຽງລາວັນ ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄູ-ອາຈານ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຜູ້ຕາງໜ້າຈາກຫ້ອງການ-ບັນດາກົມ ແລະ ສະມາຊິກພັກ, ພ້ອມດ້ວຍພະນັກງານ-ລັດຖະກອນທີ່ເຂົ້າຮຽນທິດສະດີການເມືອງຂັ້ນຕົ້ນເຂົ້າຮ່ວມທັງໝົດ 47 ທ່ານ, ໃນນັ້ນ, ມີຜູ້ເຂົ້າຮຽນທິດສະດີການເມືອງ ຈໍານວນ 40 ທ່ານ, ຍິງ 20 ທ່ານ.
ເພື່ອເປັນການຍົກລະດັບທາງດ້ານທິດສະດີການເມືອງໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນຂອງຕົນ ໄດ້ມີຄວາມຮູ້, ຄວາມສາມາດໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ມີປະສິດທິຜົນສູງ ແລະ ແນໃສ່ສ້າງຄວາມຮັບຮູ້, ຄວາມເຂົ້າໃຈເປັນເອກະພາບກ່ຽວກັບພື້ນຖານທາງດ້ານທິດສະດີການເມືອງໃຫ້ແກ່ສະມາ ຊິກພັກ, ພະນັກງານ-ລັດຖະກອນ ພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໃຫ້ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ຖືເອົາທິດສະດີການເມືອງເປັນພື້ນຖານໃນການເສີມຂະຫຍາຍທັດສະນະປະຕິວັດໃຫ້ໜັກແໜ້ນຂຶ້ນຕື່ມ. ໂດຍສະເພາະທາງດ້ານທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະ ປະຫວັດສາດຂອງພັກ, ຂອງຊາດ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໄດ້ຮັບການຄົ້ນຄວ້າ, ເຊື່ອມຊຶມເຂົ້າສູ່ວຽກງານຕົວຈິງ ແລະ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ, ພະລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຂອງບັນດາກົມ. ພ້ອມນີ້ ໃນພິທິຍັງໄດ້ຜ່ານຂໍ້ຕົກລົງຂອງສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ; ຜ່ານຂໍ້ຕົກລົງ ຂອງຄະນະກວດກາສູນກາງພັກ ວ່າດ້ວຍການອະນະມັດໃຫ້ພະນັກງານເຂົ້າຮ່ວມຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ1 ລະບົບ 3 ເດືອນ; ຜ່ານແຜນການຈັດຕັ້ງການຮຽນ-ການສອນ ທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ. ສໍາລັບຫຼັກສູດຂອງການຮຽນ-ການສອນຄັ້ງນີ້ ແມ່ນຮຽນຕາມຫຼັກສູດຂອງສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ແລະ ວຽກງານກວດກາຈໍານວນໜຶ່ງ, ເຊິ່ງການຮຽນຊຸດນີ້ມີຢູ່ 7 ກຸ່ມວິຊາ, ລວມມີ 420 ຊົ່ວໂມງ. ໃນນີ້, ຂຽນບົດເກັບກ່ຽວຈົບຂັ້ນ ຄື: ກຸ່ມວິຊາ ມາກ-ເລນິນ ມີ 7 ບົດ; ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ ມີ 9 ບົດ; ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ ມີ 12 ບົດ; ກຸ່ມວິຊາແນວຄິດ ໄກສອນ ພົມວິຫານ ມີ 5 ບົດ; ກຸ່ມວິຊາທິດສະດີລັດ ແລະ ກົດໝາຍ ມີ 7 ບົດ; ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ ມີ 10 ບົດ. ນອກນັ້ນ, ຍັງມີຫົວຂໍ້ລາຍງານເພີ່ມຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດອີກຈໍານວນໜຶ່ງ.