ທ່ານ ປອ ຄຳພັນ ພົມມະທັດ ເຄື່ອນໄຫວພົບປະແລກປ່ຽນຄຳຄິດເຫັນ ແລະ ເຮັດວຽກນຳກົມກວດກາພັກ ຄະນະກວດກາສູນກາງພັກ

16/11/2023

ທ່ານ ປອ ຄຳພັນ ພົມມະທັດ ເຄື່ອນໄຫວພົບປະແລກປ່ຽນຄຳຄິດເຫັນ ແລະ ເຮັດວຽກນຳກົມກວດກາພັກ ຄະນະກວດກາສູນກາງພັກ

ໃນຕອນເຊົ້າຂອງວັນທີ 16 ເດືອນ ພະຈິກ ປີ 2023, ທີ່ ສະໂມສອນ ຄະນະກວດກາສູນກາງພັກທ່ານ ປອ ຄຳພັນພົມມະທັດ ກຳມະການກົມການເມືອງສູນກາງພັກເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເຄື່ອນໄຫວພົບປະແລກປ່ຽນຄຳຄິດຄໍາເຫັນ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕິດຕາມກວດກາພັກ ຮ່ວມກັບຄະນະກົມ ແລະ ພະນັກງານ-ລັດຖະກອນ ຂອງກົມກວດກາພັກ ຄະນະກວດກາສູນກາງພັກ.

ໂດຍປະຕິບັດຕາມແຜນການຂອງຄະນະກວດກາສູນກາງພັກ ກ່ຽວກັບການລົງຕິດຕາມກວດກາ ແລະ ຊຸກຍູ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕິດຕາມກວດກາພັກ ແລະ ເພື່ອສົນທະນາແລກປ່ຽນຄຳຄິດຄຳເຫັນສ້າງຄວາມຮັບຮູ້ເຂົ້າໃຈໃນຂົງເຂດວຽກງານກວດກາພັກ ທັງຊອກເຫັນຈຸດສຳຄັນໃນບັນຫາທີ່ຄົງຄ້າງຮູ້ສະພາບ ລວມຈຸດອ່ອນຂໍ້ຄົງຄ້າງ ແລະ ປຶກສາຫາລືວິທີແກ້ໄຂ ເພື່ອປັບປຸງໃຫ້ດີຂຶ້ນພ້ອມທັງສ້າງທັກສະແບບແຜນວິທີເຮັດວຽກແບບແຜນນຳພາ-ຈັດຕັ້ງປະຕິບັດໃນວຽກງານວິຊາສະເພາະກຳນົດແຜນການແຜນງານ ໃຫ້ມີການປ່ຽນແປງຢ່າງຕັ້ງໜ້າເປັນການເພີ່ມຄວາມຮູ້ຄວາມສາມາດຂອງພະນັກງານ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງກວ່າເກົ່າ.

ກອງປະຊຸມຄັ້ງນີ້ ທ່ານ ຄູນແກ້ວ ສີອຸ່ນໄທ ກໍາມະການພັກ ຄະນະກວດ ກາສູນກາງພັກ ແລະ ອົງການກວດກາແຫ່ງລັດຫົວໜ້າກົມກວດກາພັກ ໄດ້ລາຍງານສະພາບການ ເຄື່ອນໄຫວວຽກງານຕິດຕາມກວດກາພັກໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນການເຄື່ອນໄຫວໃນໄລຍະທີ່ຜ່ານມາ ຄະນະພັກຄະນະກົມກວດກາພັກ ແມ່ນໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ບັນດາພະແນກພາຍໃນກົມ ເຄື່ອນໄຫວຈັດຕັ້ງປະຕິບັດຕາມພາລະບົດ ບາດ ແລະ ເຄື່ອນໄຫວຕາມທິດຊີ້ນໍາຂອງຄະນະພັກ ຄະນະກວດກາສູນກາງພັກ ໂດຍໄດ້ມີຜົນສໍາເລັດໃນຫຼາຍດ້ານ ເຊິ່ງມີດ້ານດີທີ່ຕັ້ງໜ້າດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບັນຫາຕ່າງໆທີ່ເກີດຂຶ້ນໃນການເຄື່ອນໄຫວວຽກງານຕິດຕາມກວດກາພັກທີ່ຕິດພັນກັບການປະຕິບັດວຽກງານຕົວຈິງຈາກນັ້ນ ຍັງໄດ້ພ້ອມກັນປະກອບຄຳຄິດເຫັນ-ຄຳສະເໜີເຈາະຈີ້ມບາງບັນຫາທີ່ສົນໃຈໂດຍສະເພາະບັນຫາຮີບດ່ວນທີ່ເປັນການເລັ່ງທວງຈາກພັກ ແລະ ສັງຄົມ ລະຫວ່າງບັນດາສະມາຊິກພັກ-ພະນັກງານຜູ້ເຮັດວຽກງານຕິດຕາມກວດກາພັກ ຕໍ່ກອງປະຊຸມ.

ໃນຕອນທ້າຍ ທ່ານ ປອ ຄຳພັນ ພົມມະທັດ ປະທານກອງປະຊຸມ ຍັງໄດ້ມີຄຳເຫັນໂອ້ລົມ ເນັ້ນໜັກໃຫ້ພະນັກງານພາຍໃນກົມກວດກາພັກພ້ອມກັນຈັດຕັ້ງປະຕິບັດບັນດາມະຕິຕ່າງໆ ໃນຖານະເປັນເສນາທິການແກ່ຄະ ນະພັກມີຄວາມຮັບຜິດຊອບເປັນເຈົ້າການໃນການຈັດຕັ້ງປະຕິບັດ ໃຫ້ລະອຽດຈະແຈ້ງເຖິງຖອງ ແລະ ເປັນທຳຖືເອົາການກວດກາພັກປົກກະຕິເປັນບັນຫາທີ່ສຳຄັນ ແລະ ເປັນພື້ນຖານພ້ອມທັງໃຫ້ຄວາມສຳຄັນໃນການຈັດຕັ້ງປະຕິບັດຕົວຈິງ ຕາມພາລະບົດບາດດ້ວຍຄວາມຮັບຜິດຊອບສູງ ຕໍ່ການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຢ່າງເຂັ້ມງວດຮູ້ວິໄຈຈຳແນກໄຈ້ແຍກ ບັນຫາທີ່ຍັງເຮັດບໍ່ທັນໄດ້ ຫຼື ພາລະບົດບາດໄດ້ກຳນົດໄວ້ ຢ່າງມີປະສິດທິຜົນສູງ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)