10/11/2023

ເພື່ອເປັນການກະກຽມໃຫ້ແກ່ການດໍາເນີນກອງປະຊຸມປະຈໍາປີ ອາຊຽນ-ແພັກ ຄັ້ງທີ XIX ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງທ້າຍເດືອນພະຈິກ ປີ 2023 ທີ່ນະຄອນຫຼວງວຽງຈັນ, ອົງການກວດກາແຫ່ງລັດ ຈິ່ງໄດ້ຈັດກອງປະຊຸມ ປຶກສາຫາລືຄະນະກະກຽມ ກອງປະຊຸມປະຈໍາປີ ອາຊຽນ-ແພັກ ຄັ້ງທີ XIX ຂຶິ້ນ ໃນວັນທີ 10 ພະຈິກ 2023 ນີ້, ທີ່ສະໂມສອນຄະນະກວດກາສູນກາງພັກ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາທ່ານຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການ ຈາກອົງການກວດກາແຫ່ງລັດ ທີ່ຖືກແຕ່ງຕັ້ງໃນຄະນະຮັບຜິດຊອບກະກຽມ ແລະ ຮັບໃຊ້ກອງປະຊຸມດັ່ງກ່າວ ເຂົ້າຮ່ວມ.
ໂດຍປະຕິບັດຕາມແຜນການເຄື່ອນໄຫວກະກຽມກອງປະຊຸມອາຊຽນ-ແພັກ ຄັ້ງທີ XIX ປະຈໍາປີ 2023 ແລະ ເພື່ອເປັນການຕີລາຄາຄືນການຈັດຕັ້ງປະຕິບັດແຜນການກະກຽມບັນດາເນື້ອໃນດ້ານຕ່າງໆທີ່ສໍາເລັດແລ້ວ ແລະ ຍັງຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ກະກຽມໃຫ້ທັນກັບແຜນການທີ່ກໍານົດໄວ້ ກ່ອນມື້ດໍາເນີນກອງປະຊຸມ ເປັນຕົ້ນແມ່ນດ້ານເນື້ອໃນ, ພິທີການ, ເສດຖະກິດ-ບໍລິຫານ, ປ້ອງກັນ ແລະ ໂຄສະນາ ພ້ອມນີ້ຍັງໄດ້ຜ່ານເອກະສານທີ່ສໍາຄັນ ເຊັ່ນ: ຂໍ້ຕົກລົງອະນຸອັດເປີດກອງປະຊຸມ; ຂໍ້ຕົກລົງແຕ່ງຕັ້ງປະທານ, ຄະນະປະທານ, ຜູ້ແທນກອງປະຊຸມ; ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ບັນດາອະນຸກໍາມະການ ກະກຽມດໍາເນີນກອງປະຊຸມ ແລະ ຂໍ້ຕົກລົງເພີ່ມເຕີມ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ບັນດາອະນຸກໍາມະການ ກະກຽມດໍາເນີນກອງປະຊຸມ, ແນ່ໃສ່ເຮັດໃຫ້ບັນດາທ່ານຢູ່ໃນຄະນະກະກຽມ ແລະ ເຂົ້າຮ່ວມກອງປະຊຸມອາຊຽນ-ແພັກ ຄັ້ງນີ້ ໄດ້ມີຄວາມພ້ອມປະຕິບັດວຽກງານທີ່ໄດ້ຮັບມອບໝາຍມີຜົນສໍາເລັດຕາມແຜນການທີ່ກໍານົດໄວ້ເປັນຢ່າງດີ.