ກອງປະຊຸມ ເຜີຍແຜ່ເຊື່ອມຊຶມເອກະສານຜົນສໍາເລັດ ຂອງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

02/11/2023

ກອງປະຊຸມ ເຜີຍແຜ່ເຊື່ອມຊຶມເອກະສານຜົນສໍາເລັດ ຂອງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ໃນວັນທີ 2 ພະຈິກ 2023 ນິີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊຶມເອກະສານຜົນສໍາເລັດຂອງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຂຶ້ນ, ທີ່ສະໂມສອນຄະນະກວດກາສູນກາງພັກ ໂດຍໃຫ້ກຽດເຂົ້ົາຮ່ວມເປັນປະທານຂອງ ສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຄະນະພັກ-ຄະນະນໍາ, ຄະນະກົມ, ຄະນະພະແນກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້້ ແມ່ນເພື່ອເຊື່ອມຊຶມ ເນື້ອໃນຈິດໃຈຄໍາສັ່ງແນະນໍາ ວ່າດ້ວຍການຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ບັນດາເອກະສານສໍາຄັນ ເຊັ່ນ: ມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ບົດລາຍງານ ກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ IX (2021-2025) ຕິດພັນກັບການປະຕິບັດ 02 ວາລະແຫ່ງຊາດ ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025; ມະຕິ ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ເຂົ້າສູ່ລວງເລິກ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກ; ແຜນດໍາເນີນງານເພື່ອຂະຫຍາຍ ມະຕິ ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກ; ບົດສໍາຫຼວດ ການນໍາພາລວມ ໃນໄລຍະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI. ເຊິ່ງການເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ໄດ້ເຮັດໃຫ້ຄະນະພັກ, ພະນັກງານຫຼັກແຫຼ່ງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດໄດ້ຮັບຮູ້ເຂົ້າໃຈ, ກໍາແໜ້ນເນື້ອໃນຈິດໃຈສໍາຄັນຂອງບັນດາເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ຢ່າງເລິກເຊິ່ງ, ໂດຍສະເພາະແມ່ນ ບັນດາຄາດໝາຍສູ້ຊົນ, ວຽກງານຈຸດສຸມ ແລະ ແຜນປະຕິບັດງານອັນລະອຽດ ເພື່ອພ້ອມກັນນໍາໄປຈັດຕັ້ງເຂົ້້າໃນວຽກງານຕົວຈິງ ໂດຍຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກຄະນະກວດກາສູນກາງພັກ ໃຫ້ມີຜົນສໍາເລັດດ້ວຍປະສິດທິຜົນສູງກວ່າເກົ່າ.

ໃນຕອນທ້າຍຂອງພິທິ ສະຫາຍ ປອ ຄໍາພັນ ພົມມະທັດ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ພ້ອມທັງຮຽກຮ້ອງມາຍັງຄະນະພັກທຸກສະຫາຍໃຫ້ສືບຕໍ່ລົງເລິກຄົ້ນຄວ້າ, ເຊື່ອມຊຶມ ເນື້ອໃນເອກະສານຕ່າງໆ ໂດຍສະເພາະແມ່ນເອກະສານທີ່ພົວພັນກັບວຽກງານກວດກາ, ເຫັນໄດ້ສະພາບຄວາມເປັນຈິງຂອງວຽກງານກວດກາ, ການເລັ່ງທວງຂອງສະພາບການທາງສັງຄົມ; ຍອມຮັບຄວາມເປັນຈິງໃນຜົນງານການເຄື່ອນໄຫວຂອງໜ່ວຍງານຕົນ ເພື່ອຕີລາຄາອັນໃດເຮັດໄດ້, ອັນໃດຍັງຄົງຄ້າງ ໂດຍອີງໃສ່ມາດຖານເງື່ອນໄຂຕົວຈິງ ແນໃສ່ການຜັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ຊອກໃຫ້ເຫັນຂອດບັນຫາທີ່ຕ້ອງໄດ້ປັບປຸງແກ້ໄຂ, ຕ້ອງເຂົ້າໃຈຄວາມຮຽກຮ້ອງຕ້ອງການ ແລະ ຄວາມເລັ່ງທວງໃນໜ້າທີ່ວຽກງານ, ກ້າຮັບຜິດຊອບຕໍ່ຜົນໄດ້-ຜົນເສຍ, ຕັ້ງໜ້າບຸກບືນພັດທະນາຕົນເອງ ປະກອບສ່ວນພັດທະນາການຈັດຕັ້ງ, ອົງກອນໃຫ້ມີຄວາມເຂັ້ມແຂງ, ຍົກສູງສະຕິ ແລະ ຄວາມເສຍສະຫຼະເພື່ອສ່ວນລວມ, ຖືປະສິດທິຜົນວຽກງານຕົວຈິງ ເພື່ອຄັດເລືອກບຸກຄົນເຂົ້າໃນຕໍາແໜ່ງນໍາພາຄຸ້ມຄອງ ຫຼື ຍ້ອງຍໍ ສໍາລັບຜູ້ກະທໍາຜິດຕ້ອງມີມາດຕະການທາງວິໄນຕາມກົດໝາຍ, ລະບຽບການຢ່າງເຂັ້ມງວດ; ສືບຕໍ່ປັບປຸງໂຄງຮ່າງການຈັດຕັ້ງ, ການສັບຊ້ອນຈັດວາງພະນັກງານເຂົ້າສູ່ຕໍາແໜ່ງງານ, ປັບປຸງແບບແຜນການເຄື່ອນໄຫວວິທີເຮັດວຽກ ຕິດພັບກັບການຈັດຕັ້ງປຸກລະດົມຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາທົ່ວອົງຄະນະພັກ; ສົບທົບລະຫວ່າງການຍູ້ແຮງການເຄື່ອນໄຫວດ້ານຕ່າງໆ ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກຄະນະກວດກາສູນກາງພັກ ໄລຍະກາງສະໄໝ ກັບການປະຕິບັດແຜນກະກຽມດໍາເນີນກອງປະຊຸມຂັ້ນໜ່ວຍ ແລະ ຂັ້ນອົງຄະນະພັກ ຕາມຈິດໃຈຄໍາສັ່ງຂອງສູນກາງພັກກ່ຽວກັບການກະກຽມກອງປະຊຸມ 3 ຂັ້ນ; ສຸມໃສ່ການສະກັດກັ້ນ, ຕ້ານ ແລະ ຕີຖອຍປະກົດການຫຍໍ້ທໍ້ພາຍໃນຖັນແຖວສະມາຊິກພັກ, ພະນັກງານ ເພື່ອສ້າງຄວາມເຂັ້ມແຂງໃນການເຄື່ອນໄຫວວຽກງານ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)