ກອງປະຊຸມໃຫຍ່ຄັ້ງທີ I ໜ່ວຍພັກຄະນະກວດກາພັກ ເມືອງສະໜາມໄຊ, ແຂວງອັດຕະປື

25/06/2024

ກອງປະຊຸມໃຫຍ່ຄັ້ງທີ I ໜ່ວຍພັກຄະນະກວດກາພັກ ເມືອງສະໜາມໄຊ, ແຂວງອັດຕະປື

ໃນຕອນເຊົ້າວັນທີ 07 ມິຖຸນາ 2024 ໜ່ວຍພັກຄະນະກວດກາ ເມືອງສະໜາມໄຊ ໄດ້ເປີດກອງປະຊຸມໃຫ່ຍຄັ້ງທີ I ຂອງຕົນຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມເມືອງ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄກສິດ ສີລາເພັດ ກຳມະການພັກເມືອງ, ເລຂາໜ່ວຍພັກ, ຮອງປະທານຄະນະກວດກາພັກ-ລັດເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສຸລິວົງ ອະໄພວົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ເມືອງສະໜາມໄຊ, ມີບັນດາສະຫາຍສະມາຊິກພັກ ແລະ ແຂກທີ່ຖືກເຊີນ ຈາກສາຍຕັ້ງ-ສາຍຂວາງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ໄກສິດ ສີລາເພັດ ເລຂາໜ່ວຍພັກ ໄດ້ຜ່ານມະຕິຕົກລົງ ສະບັບເລກທີ 91/ຄປພມ,ລົງວັນທີ 13 ພຶດສະພາ 2024 ວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ໜ່ວຍພັກ ຄະນະກວດກາເມືອງ ພ້ອມທັງໃຫ້ກຽດກ່າວເປີດກອງປະຊຸມ, ນອກນີ້ ກໍ່ໄດ້ຜ່ານຮ່າງບົດລາຍງານການເມືອງ ໃນໄລຍະ 5 ປີ ແລະ ທິດທາງ ແຜນການ ແຕ່ປີ 2024-2028, ​ຈາກນັ້ນ ສະຫາຍ ຄໍາຕັນ ໄຊຍະລາດ ຮອງເລຂາໜ່ວຍພັກ ກໍ່ໄດ້ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານ ໂດຍຍົກໃຫ້ເຫັນຄວາມຮັບຜິດຊອບສູງຂອງຄະນະພັກທີ່ໄດ້ເຄື່ອນໄຫວນໍາພາ-ຊີ້ນໍາໃນໄລຍະ 5 ປີຜ່ານມາ ເຊິ່ງມີຜົນສໍາເລັດໃນຫຼາຍດ້ານເປັນຕົ້ນແມ່ນໄດ້ນໍາພາ-ຊີ້ນຳ ການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຕິດພັນກັບການນຳພາຂອງຄະນະພັກແຕ່ລະຂັ້ນເປັນຕົ້ນແມ່ນໄດ້ຕິດຕາມ-ກວດກາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍ
ແລະ ລະບຽບການຕ່າງໆຂອງລັດ; ຕິດຕາມ-ກວດກາການປະຕິບັດໜ້າທີ່ຂອງຄະນະພັກ, ການເຄື່ອນໄຫວຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ຕິດພັນກັບການດຳເນີນຊີວິດການເມືອງ, ການດຳເນີນກອງປະຊຸມກາງສະໄໝຂອງຄະນະບໍລິຫານງານພັກເມືອງ ແລະ ກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ, ໜ່ວຍພັກພາຍໃນເມືອງ; ການຄົ້ນຄວ້າແກ້ໄຂຄຳຮ້ອງ, ຄໍາສະເໜີ ຕາມຜົນຂອງການກວດກາເຫັນວ່າຖືກຕ້ອງສອດຄ່ອງຕາມກົດໝາຍຢ່າງເຂັ້ມງວດ. ຜ່ານການ ຈັດຕັ້ງປະຕິບັດວຽກງານຕິດຕາມ-ກວດກາ ສາມາດສະກັດກັ້ນປະກົດການຍໍ້ທໍ້ພາຍໃນການຈັດຕັ້ງພັກ-ລັດ ແລະ ຖັນແຖວພະນັກງານ-ລັດຖະກອນ. ພ້ອມນີ້ ຜູ້ແທນກອງປະຊຸມ ກໍ່ໄດ້ປະກອບຄໍາເຫັນຕໍ່ຮ່າງລາຍງານການເມືອງ, ທິດທາງແຜນການຕິດພັນກັບວຽກງານກວດກາ ຢ່າງເລິກເຊິ່ງ ແລະ ແທດເໝາະກັບຄວາມຈິງ, ເພື່ອເຮັດໃຫ້ເນື້ອໃນເອກະສານຕ່າງໆສົມບູນຂຶ້ນ. ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ໂດຍມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 03 ສະຫາຍ, ຍິງ 0 ສະຫາຍ, ເລືອກໄດ້ 02 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນກັນຮັບຮອງເອົາ ສະຫາຍ ໄກສິດ ສີລາເພັດ ເປັນເລຂາໜ່ວຍພັກ, ສະຫາຍ ຄຳຕັນ ໄຊຍະລາດ ເປັນຮອງ ເລຂາໜ່ວຍພັັກທັງເປັນຜູ້ກວດກາໜ່ວຍພັກ.
ຕອນທ້າຍກອງປະຊຸມ ສະຫາຍ ສຸລິວົງ ອະໄພວົງ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຄະນະໜ່ວຍພັກ, ສະມາຊິກພັກຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກບາງເນື້ອໃນສໍາຄັນ ເພື່ອໃຫ້ຄະນະໜ່ວຍພັກຊຸດໃໝ່, ສະມາຊິກພັກແຕ່ລະສະຫາຍສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າເຊັ່ນ: ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ຮາກຖານພັກ, ສະມາຊິກພັກ-ພະນັກງານລັດຖະກອນໃນຄວາມຮັບຜິດ ຊອບຂອງຕົນມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ; ປະກອບສ່ວນເຂົ້້າຮ່ວມໃນການແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ ແລະ ວາງແຜນການ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດ, ເພື່ອຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງສະມາຊິກພັກແຕ່ລະສະຫາຍ, ໃຫ້ມີຜົນສໍາເລັດດ້ວຍປະສິດຕິຜົນສູງ. ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປຕາມຂັ້ນຕອນຂອງກົດລະບຽບພັກ ແລະ ມີຜົນສໍາເລັດອັນຈົບງາມ.
ພາບ-ຂ່າວໂດຍ: ນັກຂ່າວ ກວດກາພັກລັດ ເມືອງສະໜາມໄຊ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)