ກອງປະຊຸມໃຫຍ່ ໜ່ວຍພັກຄະນະກວດກາ ເມືອງຫຼາ ແຂວງອຸດົມໄຊ ຄັ້ງທີ II

13/06/2024

ກອງປະຊຸມໃຫຍ່ ໜ່ວຍພັກຄະນະກວດກາ ເມືອງຫຼາ ແຂວງອຸດົມໄຊ ຄັ້ງທີ II

ໃນວັນທີ 06 ມິຖຸນາ 2024 ນີ້, ໜ່ວຍພັກຄະນະກວດກາເມືອງຫຼາ ໄດ້ເປີດກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ II ຂອງຕົນຂຶ້ນ ຢູ່ທີ່ຫ້ອງປະຊຸມຄະນະປະຈໍາພັກເມືອງ ຊັ້ນ II ຫ້ອງວ່າການປົກຄອງເມືອງ. ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸລິເທີ້ມ ສີວິໄລ ຮອງເລຂາໜ່ວຍພັກຄະນະກວດກາເມືອງຫຼາ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຫຸມພັນ ບຸບຜາຄໍາ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ ເມືອງຫຼາ, ມີສະຫາຍ ນາງ ໄລວອນ ຈັນທະລາ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ, ມີພະນັກງານລົງກໍ່ສ້າງຮາກຖານການເມືອງຂັ້ນແຂວງ, ບັນດາສະຫາຍຄະນະຮັບຜິດຊອບຂັ້ນເມືອງ, ສະຫາຍເລຂາ-ຮອງເລຂາໜ່ວຍພັກຫ້ອງວ່າການ, ໜ່ວຍພັກຄະນະຈັດຕັ້ງເມືອງ, ໜ່ວຍພັກຄະນະໂຄສະນາອົບຮົມເມືອງ, ຕະຫຼອດຮອດສະມາຊິກພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ຄະນະຈັດຕັ້ງໄດ້ຂຶ້ນຜ່ານມະຕິຕົກລົງສະບັບເລກທີ 85/ອຄມ, ລົງວັນທີ 04 ມິຖຸນາ 2024 ວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ໜ່ວຍພັກຄະນະກວດກາພັກ-ລັດ ເມືອງຫຼາ, ຈາກນັ້ນ ສະຫາຍ ສຸລິເທີ້ມ ສີວິໄລ ໄດ້ຜ່ານຮ່າງລາຍງານການເມືອງຕີລາຄາການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານໃນໄລຍະ 05 ປີ ຜ່ານມາ (2019-2023) ແລະ ທິດທາງແຜນການ ຄາດໝາຍສູ້ຊົນວຽກງານຈຸດສຸມ 05 ປີຕໍ່ໜ້າ 2024-2029 ໂດຍຕິດພັນກັບວຽກງານກວດກາ ເຊິ່ງສະແດງອອກຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ, ແມ່ນໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ, ຊຸກຍູ້ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ຝຶກອົບຮົມວຽກງານກວດກາໃຫ້ຄະນະພັກ, ຜູ້ເຮັດວຽກງານກວດກາໄດ້ 02 ຄັ້ງ, ເຊິ່ງໃນ 05 ປີຜ່ານມາໜ່ວຍພັກຄະນະກວດກາ ສາມາດປະກາດຮັບຮອງເປັນ ໜ່ວຍພັກ ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ 04 ປີຊ້ອນ, ໄດ້ດໍາເນີນຊີວິດໜ່ວຍພັກເປັນປົກກະຕິ, ເກັບເງິນສະຕິພັກ, ນໍາໃຊ້ເງິນສະຕິພັກ ຖືກຕ້ອງຕາມກົດລະບຽບຂອງພັກ; ເອົາໃຈໃສ່ນໍາພາ-ຊີ້ນໍາ,ຕິດຕາມ, ກວດກາ, ຊຸກຍູ້ການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍລະບຽບ ແລະ ກົດໝາຍ; ຕິດຕາມ, ກວດກາໂຄງການລົງທຶນຂອງລັດທີ່ສະພາຮັບຮອງ ແລະ ບໍລິສັດເອກະຊົນລົງທຶນພາຍໃນເມືອງຫຼາ, ໄດ້ນໍາພາ-ຊີ້ນໍາຕໍ່ວຽກງານຕິດຕາມ, ກວດກາພັກ, ກວດກາລັດ ແລະ ຕ້ານປະກົດການຫຍໍ້ທໍ້, ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງທີ່ເກີດຂຶ້ນໃຫ້ໄດ້ຮັບການແກ້ໄຂຢ່າງທັນການ; ໄດ້ຄົ້ນຄວ້າແກ້ໄຂຄໍາຮ້ອງ, ຄໍາສະເໜີ ແລະ ຜົນຂອງການກວດກາຕາມພາລະບົດບາດຂອງຕົນ ໄດ້ສໍາເລັດຢ່າງພາວະວິໄສ ສອດຄ່ອງກັບຄວາມເປັນຈິງ ຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຂອງລັດ. ພ້ອມດຽວກັນນີ້, ປະທານກອງປະຊຸມກໍ່ໄດ້ມີຄໍາເຫັນເຈາະຈີ້ມໃຫ້ຜູ້ແທນກອງປະຊຸມ ປະກອບຄໍາຄິດເຫັນ ຕໍ່ຮ່າງລາຍງານການເມືອງ ໃຫ້ມີເນື້ອໃນຄົບຖ້ວນແທດເໝາະກັບໜ້າວຽກຕົວຈິງ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນເປັນເອກະພາບຮັບຮອງເອົາ ບົດລາຍງານການເມືອງ ແລະ ທິດທາງລວມ. ພ້ອມນີ້, ກອງປະຊຸມໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊຸດໃໝ່ຕາມຂັ້ນຕອນຂອງກົດລະບຽບພັກ, ໂດຍມີຜູ້ລົງຮັບສະໝັກເລືອກຕັ້ງ 03 ສະຫາຍ ຍິງ 02 ສະຫາຍ, ເລືອກໄດ້ 02 ສະຫາຍ ຍິງ 01 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ຮັບຮອງເອົາຄະນະພັກຊຸດໃໝ່ ໂດຍເລືອກເອົາ ສະຫາຍ ນາງ ໄລວອນ ຈັນທະລາ ເປັນເລຂາໜ່ວຍພັກ, ສະຫາຍ ສຸລິເທີ້ມ ສີວິໄລ ເປັນຮອງເລຂາ ແລະ ກອງປະຊຸມໄດ້ເປັນເອກະສັນກັນຮັບຮອງເອົາ ສະຫາຍ ນາງ ບຸນຕາ ສີສະລັດ ເປັນຜູ້ເຮັດວຽກງານກວດກາໜ່ວຍພັກ, ພ້ອມທັງຮັບຮອງ ເອົາຜູ້ແທນສົມບູນ ແລະ ສໍາຮອງເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຄັ້ງທີ XII ຄື: ສະຫາຍ ນາງ ໄລວອນ ຈັນທະລາ ເລຂາໜ່ວຍພັກ ເປັນຜູ້ແທນສົມບູນ, ສະຫາຍ ສຸລິເທີ້ມ ສີວິໄລ ຮອງເລຂາເປັນຜູ້ແທນສໍາຮອງ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ຫຸມພັນ ບຸບຜາຄໍາ ຍັງໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຄະນະກວດກາຄັ້ງນີ້້ ພ້ອມທັງ ໄດ້ເນັ້ນໜັກໃຫ້ຄະນະພັກພັກຊຸດໃໝ່ ກໍ່ຄືສະມາຊິກພັກທຸກສະຫາຍ ຖືສໍາຄັນໃນການປະຕິບັດຕາມພາລະບົດບາດ, ແກ້ໄຂບັນຫາດ້ວຍຄວາມເດັດຂາດ, ທັນການ, ຖືກຕ້ອງ ແລະ ເປັນທໍາ; ຄະນະໜ່ວຍພັກຕ້ອງເອົາໃຈໃສ່ຖືສໍາຄັນຕໍ່ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ເອົາໃຈໃສ່ເຄື່ອນໄຫວວຽກງານຕິດຕາມ, ກວດກາ, ຊຸກຍູ້ຕາມພາລະບົດບາດຂອງຕົນ, ບໍາລຸງກໍ່ສ້າງພະນັກງານດ້ວຍການຝຶກອົບຮົມ, ສົ່ງໄປຍົກລະດັບດ້ານຕ່າງໆ ເພື່ອຍົກສູງຄວາມຮູ້ຄວາມສາມາດ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດເວົ້າລວມ, ເວົ້າສະເພາະຕ້ອງກໍາໃຫ້ໄດ້ພື້ນຖານ ຂອງວຽກງານກວດກາພັກ, ກວດກາລັດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ເປັນເຈົ້າການໃນການຄົ້ນຄວ້າປັບປຸງແກ້ໄຂໃຫ້ດີຂຶ້ນເທື່ອລະກ້າວ, ພ້ອມກັນນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໄປຜັນຂະຫຍາຍໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງຕົນໃຫ້ສອດຄ່ອງ, ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ດ້ວຍປະສິດທິຜົນສູງກ່ວາເກົ່າ.
ພາບ-ຂ່າວ: ນາງ ເກດທອງ ປັນຍາລັກ ຄະນະກວດກາ ເມືອງຫຼາ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)