ອົງການກວດກາລັດ ແຂວງຫຼວງພະບາງ ຈັດຝຶກອົບຮົມວຽກງານສື່ມວນຊົນ ໃຫ້ຕາໜ່າງຂ່າວ-ໂຄສະນາວາລະສານວຽກງານກວດກາ

13/06/2024

ອົງການກວດກາລັດ ແຂວງຫຼວງພະບາງ ຈັດຝຶກອົບຮົມວຽກງານສື່ມວນຊົນ  ໃຫ້ຕາໜ່າງຂ່າວ-ໂຄສະນາວາລະສານວຽກງານກວດກາ

ຄະນະກວດກາພັກ, ອົງການກວດກາລັດ ແຂວງຫຼວງພະບາງ ໄດ້ຈັດພິທີເປີດຝຶກອົບຮົມວຽກງານສື່ມວນຊົນໃຫ້ຕາໜ່າງຂ່າວ-ໂຄສະນາວາລະສານວຽກງານກວດກາ, ຂຶ້ນໃນວັນທີ 3 ມິຖຸນາ 2024, ທີ່ຄະນະກວດກາ ແຂວງຫຼວງພະບາງ, ໂດຍເປັນກຽດ ກ່າວເປີດຊຸດຝຶກອົບຮົມ ຂອງທ່ານ ຄຳຫຼ້າ ລຽນປະດິດ ກຳມະການພັກແຂວງ ປະທານກວດກາລັດແຂວງຫຼວງພະບາງ, ມີ ທ່ານ ນາງ ບຸນອ້ອມ ອຸ່ນມະໂນ ຮອງຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ ຮອງຫົວໜ້າ ບັນນາທິການວາລະສານກວດກາ, ພ້ອມດ້ວຍຄະນະທີມງານ ຈາກຄະນະກວດກາສູນກາງພັກ, ມີສໍາມະນາກອນຈາກຄະນະກວດກາພັກ-ອົງການກວດກາລັດແຂວງ, ພະແນກການອ້ອມຂ້າງແຂວງ, ອົງການກວດກາລັດ ແຂວງ, ເມືອງ,ນະຄອນ ເຂົ້າຮ່ວມທັງໝົດ 16 ທ່ານ ຍິງ 10 ທ່ານ.

ການຝຶກອົບຮົມຄັ້ງນີ້, ຜູ້ເຂົ້້າຮ່ວມໄດ້ຮຽນຮູ້ພາກທິດສະດີ ກ່ຽວກັບທັກສະການຂຽນຂ່າວ, ຖ່າຍພາບນິ້ງ, ການສົ່ງຂໍ້ມູນຂ່າວສານ ແລະ ໄດ້ຂຽນຂ່າວ, ຖ່າຍພາບຕົວຈິງ ຈາກວິທະຍາກອນຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ພ້ອມທັງໄດ້ວິເຄາະ, ວິໄຈຂ່າວ, ພາບ ທີ່ສໍາມະນາກອນໄດ້ຂຽນ ແລະ ໄດ້ຖ່າຍພາບຕົວຈິງ, ອັນໄດ້ເຮັດໃຫ້ ຜູ້ເຂົ້້າຮ່ວມຮັບຮູ້ເຂົ້າໃຈກ່ຽວກັບຫຼັກການຂັ້ນພື້ນຖານຂອງການຂຽນຂ່າວ ແລະ ຖ່າຍພາບນິ້ງຢ່າງຖືກຕ້ອງ, ພ້ອມນີ້ຍັງໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຕື່ມອີກ. ເຊິ່ງການຝຶກອົບຮົມໃນຄັ້ງນີ້, ແມ່ນໄດ້ດຳເນີນໄປເປັນເວລາ 2 ວັນເຕັມ ວັນທີ 3-4 ມິຖຸນາ 2024.

ໂອກາດນີ້, ທ່ານ ຄຳຫຼ້າ ລຽນປະດິດ ໄດ້ມີຄຳເຫັນໂອ້ລົມ ຕໍ່ສໍາມະກອນທີ່ເຂົ້້າຮ່ວມຝຶກອົບຮົມຄັ້ງນີ້ວ່າ: ວຽກງານທັກສະໃນການຖ່າຍພາບນີ້ງ, ວີດີໂອ, ການເກັບກຳຂໍ້ມູນຂ່າວສານ, ສ້າງເປັນຕາໜ່າງຂ່າວໃຫ້ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ກ່ຽວກັບວຽກງານວາລະສານກວດກາ ແລະ ລາຍການວິທະຍຸວຽກງານກວດກາ ທີ່ເປັນກະບອກສຽງໃຫ້ແກ່ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແມ່ນວຽກງານໜຶ່ງທີ່ສໍາຄັນ ເພື່ອເຮັດໃຫ້ການໂຄສະນາເຜີຍແຜ່ ການເຄື່ອນໄຫວວຽກງານຮອບດ້ານຂອງຄະນະກວດກາ ນັບແຕ່ສູນກາງລົງຮອດທ້ອງຖິ່ນຢ່າງກວ້າງຂວາງ, ເຊິ່ງວຽກງານສື່ມວນຊົນກໍ່ເປັນກະບອກສຽງໃນການນຳເອົາແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ບົດແນະນໍາ ແລະ ແຈ້ງການ, ດຳລັດ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ໃນແຕ່ລະໄລຍະ, ພ້ອມທັງເຜີຍແຜ່ພາລະບົດບາດ, ສິດ, ໜ້າທີ່ອັນຕົ້ນຕໍຂອງຄະນະພັກ, ວຽກງານຕິດຕາມ-ກວດກາ, ຜົນງານການເຄື່ອນໄຫວທີ່ພົ້ນເດັ່ນໃນແຕ່ລະໄລຍະຂອງຄະນະພັກ ແລະ ອົງການກວດກາແຕ່ລະຂັ້ນ ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງທົ່ວເຖິງ, ທັງເປັນການກະຕຸກຊຸກຍູ້ ແລະ ສົ່ງເສີມຜູ້ເຮັດວຽກງານກວດກາມີຄວາມຕື່ນຕົວເປັນເຈົ້າການໃນການປະຕິບັດຕາມພາລະບົດບາດ, ສິດໜ້າທີ່ຂອງຕົນຢ່າງເຂັ້ມງວດ. ໂດຍສະເພາະເຮັດໃຫ້ວຽກງານການສ້າງຕາໜ່າງຂ່າວຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ກ່ຽວກັບວຽກງານກວດກາໃນທົ່ວປະເທດໄດ້ເປັນຮູບປະທຳ, ເພື່ອຕອບສະໜອງໄດ້ຂໍ້ມູນຂ່າວ-ສານໃຫ້ວາລະສານກວດກາ ແລະ ລາຍການວິທະຍຸ ວຽກງານກວດກາ, ທີ່ເປັນກະບອກສຽງໃຫ້ແກ່ຄະນະກວດກາພັກ-ລັດແຂວງ, ພະແນກການ, ເມືອງ, ນະຄອນ ກໍ່ຄືຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ໃຫ້ມີເນື້ອໃນອຸດົມສົມບູນ ແທດເຖິງຕົວຈິງ, ສາມາດອອກທັນເຫດການ ແລະ ທັນເວລາ, ພ້ອມທັງຮຽກຮ້ອງມາຍັງນັກສຳມະນາກອນ ທຸກພາກສ່ວນຈົ່ງພ້ອມກັນຕັ້ງໜ້າເຊີດຊູຄວາມຮັບຜິດຊອບຂອງຕົນ, ເອົາໃຈໃສ່ຝຶກຝົນໃນການຂຽນໃຫ້ດີຂຶ້ນເລື້ອຍໆ.
ຂ່າວໂດຍ: ສອນອາຄົມ ແກ້ວຄຳເພັດ ສກຂ ຫຼວງພະບາງ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)