ໜ່ວຍພັກ ຫ້ອງການຄະນະກວດກາພັກ-ລັດເມືອງວາປີ ແຂວງສາລະວັນ ເປີດກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ II

12/06/2024

ໜ່ວຍພັກ ຫ້ອງການຄະນະກວດກາພັກ-ລັດເມືອງວາປີ ແຂວງສາລະວັນ ເປີດກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ II

ໃນວັນທີ 05 ມິຖຸນາ 2024 ນີ້, ໜ່ວຍພັກຫ້ອງການຄະນະກວດກາພັກ-ລັດເມືອງວາປີ ໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຂອງຫ້ອງການຄະນະກວດກາພັກ-ລັດເມືອງວາປີ ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ໄຊຍະເພັດ ເລຂາໜ່ວຍພັກ-ຮອງປະທານຄະນະກວດກາພັກ-ອົງການກວດກາລັດເມືອງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ກິແກ້ວ ໄຊຍະລາດ ຄະນະປະຈຳພັກເມືອງ, ປະທານຄະນະກວດກາພັກ-ອົງການກວດກາລັດເມືອງ, ມີບັນດາສະຫາຍໃນອານຸກຳມະການໂຄງປະກອບຂັ້ນເມືອງ, ຄະນະກອງກໍ່ສ້າງຮາກຖານຂັ້ນແຂວງປະຈຳເມືອງ, ແຂກຖືກເຊີນ ແລະ ສະມາຊິກພັກຂອງໜ່ວຍພັກເຂົ້າຮ່ວມ.

ໂດຍປະຕິບັດຕາມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ Xl ກຳນົດໄວ້. ເຊິ່ງກອງະຊຸມໄດ້ຜ່ານຮ່າງລາຍງານການເມືອງການນຳພາ-ຊີ້ນຳວຽກງານຮອບດ້ານຂອງໜ່ວຍພັກໄລຍະ 5 ປີ (2019-2023) ທີ່ຜ່ານມາ, ທິດທາງແຜນການ 5 ປີຕໍ່ໜ້າ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະພັກ ໃນໄລຍະ 5 ປີຜ່ານມາ, ໂດຍຍົກໃຫ້ເຫັນດ້ານດີໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ບາງດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ທີ່ຈະຕ້ອງໄດ້ພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າ. ຈາກນັ້ນ, ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາວຽກງານຕ່າງໆຂອງໜ່ວຍພັກຕົນໃນຕໍ່ໜ້າ ເຊິ່ງມີຜູ້ລົງຮັບສະໝັກ 3 ສະຫາຍ, ຍິງ 0 ສະຫາຍ, ເລືອກເອົາ 2 ສະຫາຍ, ຍິງ 0 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ບົວໃສ ສິງຄຳຕັນ ເປັນເລຂາໜ່ວຍພັກຫ້ອງການຄະນະກວດກາພັກ-ລັດເມືອງວາປີ, ສະຫາຍ ກຸລິວົງ ໂຮມອິນຕາ ເປັນຮອງເລຂາ ແລະ ທັງເປັນປະທານກວດກາໜ່ວຍພັກ ,ພ້ອມນີ້ ກອງປະຊຸມຍັງຄັດເລືອກເອົາສະຫາຍ ບົວໃສ ສິງຄຳຕັນ ເປັນຜູ້ແທນສົມບູນ, ສະຫາຍ ກຸລິວົງ ໂຮມອິນຕາ ເປັນຜູ້ແທນສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ lX ຂອງອົງຄະນະພັກເມືອງທີ່ຈະໄດ້ຈັດຂຶ້ນໃນຕໍ່ໜ້າອີກດ້ວຍ.
ຕອນທ້າຍຂອງກອງປະຊຸມສະຫາຍ ກິແກ້ວ ໄຊຍະລາດ ກໍໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາ ຕໍ່ຄະນະພັກຊຸດ ໃໝ່, ພ້ອມດ້ວຍສະມາຊິກພັກທຸກສະຫາຍຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ນໍາພາ-ຊີ້ນໍາວຽກງານຮອບດ້ານເພື່ອພັດທະນາກຸ່ມບ້ານໃຫ້ດີຂຶ້ນກວ່າເກົ່າ, ສຸມໃສ່ຈັດຕັ້ງຜັນຂະຫຍາຍດ້ານດີທີ່ຜ່ານມາ ແລະ ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ໜ້າທີ່ຂອງຕົນ, ເຮັດສໍາເລັດຕາມແຜນການຢ່າງມີປະສິດທິຜົນສູງ.
ກອງປະຊຸມໄດ້ດໍາເນີນໄປເປັນເວລາ 1 ວັນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)