ກອງປະຊຸມໃຫຍ່ສະໄໝທີ IV ຂອງຄະນະພັກ ຮາກຖານກຸ່ມບ້ານນາເໝືອງ ເມືອງງາ ແຂວງອຸດົມໄຊ

11/06/2024

ກອງປະຊຸມໃຫຍ່ສະໄໝທີ IV ຂອງຄະນະພັກ ຮາກຖານກຸ່ມບ້ານນາເໝືອງ ເມືອງງາ ແຂວງອຸດົມໄຊ

​ວັນທີ 29 ພຶດສະພາ 2024 ນີ້, ຢູ່ທີ່ໂຮງຮຽນ ມັດທະຍົມຕອນຕົ້ນນາເໝືອງ ຄະນະພັກຮາກຖານກຸ່ມບ້ານນາເໝືອງ ເມືອງງາ ແຂວງອຸດົມໄຊ ໄດ້ເປີດກອງປະຊຸມໃຫຍ່ສະໄໝທີ IV ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ສົມດີ ອິນທະສັກ ຮອງເລຂາ ຄະນະພັກຮາກຖານກຸ່ມບ້ານນາເໝືອງ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນທີ ໄຊຍະວົງ ຄະນະປະຈຳພັກເມືອງ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ສະມາຊິກສະພາປະຊາຊົນແຂວງ, ມີຄະນະພັກຮາກຖານ, ເລຂາໜ່ວຍພັກ, ສະມາຊິກພັກໃນທົ່ວກຸ່ມບ້ານເຂົ້າຮ່ວມທັງໝົດ 45 ສະຫາຍ,ຍິງ 8 ສະຫາຍ.

​ໃນກອງປະຊຸມ ສະຫາຍ ສົມດີ ອິນທະສັກ ຮອງເລຂາ ຄະນະພັກຮາກຖານກຸ່ມບ້ານນາເໝືອງໄດ້ຜ່ານບົດສຳຫຼວດນຳພາລວມ; ຮ່າງລາຍງານການເມືອງໃນການເຄື່ອນໄຫວໜ້າທີ່ວຽກງານໃນໄລຍະ 5 ປີຜ່ານມາ (2019-2023) ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ; ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ພ້ອມກັນປະກອບຄຳຄິດເຫັນຕໍ່ສະພາບອັນລວມ ແລະ ອັນສະເພາະ, ບົດສຳຫຼວດນຳພາລວມ ແລະ ຮ່າງລາຍງານການເມືອງຢ່າງກົງໄປກົງມາ, ຢ່າງພາວະວິໄສ, ເລິກເຊິ່ງ, ແທດເຖິງຕົວຈິງ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນສົມບູນຍິ່ງຂຶ້ນ. ໂອກາດດຽວກັນນີ້ກອງປະຊຸມຍັງໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາ ເລຂາ ຄະນະພັກຮາກຖານຊຸດໃໝ່ ເພື່ອມານຳພາ-ຊີ້ນຳວຽກງານ ແລະ ພັດທະນາກຸ່ມບ້ານນາເໝືອງໃຫ້ມີການພັດທະນາໄປສູ່ບາດກ້າວອັນໃໝ່ທີ່ດີຂຶ້ນກວ່າເກົ່າ, ເຊິ່ງຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາເລຂາ ຄະນະພັກຮາກຖານຊຸດໃໝ່ ໂດຍມີຜູ້ສະໝັກ 9 ສະຫາຍ, ຍິງ 0 ສະຫາຍ, ໃນນີ້ເລືອກເອົາ 7 ສະຫາຍ, ຍິງ 0 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ປະຊາມະຕິຮັບຮອງເອົາ ສະຫາຍ ບູລີ ຈັນທະມິດ ເປັນເລຂາ ຄະນະພັກຮາກຖານ, ສະຫາຍ ສົມດີ ອິນທະສັກ ເປັນຮອງເລຂາ ທັງເປັນປະທານກວດກາຄະນະພັກຮາກຖານກຸ່ມບ້ານ. ກອງປະຊຸມຄັ້ງນີ້ໄດ້ດຳເນີນເປັນເວລາ 1 ວັນ.

ໃນຕອນທ້າຍກອງປະຊຸມ ສະຫາຍ ບຸນທີ ໄຊຍະວົງ ໄດ້ມີຄຳຄິດເຫັນໂອ້ລົມຕໍ່ຜູ້ແທນກອງປະຊຸມ ພ້ອມທັງໄດ້ເນັ້ນໃຫ້ຄະນະພັກຊຸດໃໝ່, ສະມາຊິກພັກທຸກສະຫາຍ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ມີຄວາມສາມັກຄີປອງດອງ, ກຳນົດແບບແຜນວິທີນຳພາ ແລະ ວິທີເຮັດວຽກ ໃຫ້ເປັນລະບົບຈະແຈ້ງ ແທດເໝາະກັບສະພາບການຕົວຈິງ, ບຸກບືນເຄື່ອນໄຫວເຮັດໜ້າທີ່ວຽກງານຕາມພາລະບົດບາດ, ຂອບເຂດສິດ ແລະ ຄວາມຮັບຜິດຊອບຂອງຕົນ ໃຫ້ສຳເລັດຕາມລະດັບຄາດໝາຍ ເພື່ອປະກອບສ່ວນໃນພັດທະນາກຸ່ມບ້ານໃຫ້ມີການພັດທະນາທີ່ດີຍິ່ງຂຶ້ນກວ່າເກົ່າ.
ຂ່າວ : ນັກຂ່າວກວດກາເມືອງງາ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)