ຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ຈັດກອງປະຊຸມ ດຳເນີນຊີວິດການເມືອງ ປະຈຳປີ 2024

10/01/2025

ຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ຈັດກອງປະຊຸມ ດຳເນີນຊີວິດການເມືອງ ປະຈຳປີ 2024

ໃນຕອນເຊົ້າຂອງວັນທີ 09 ມັງກອນ 2025 ຄະນະບໍລະຫານງານພັກ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມ ດຳເນີນຊີວິດການເມືອງ ປະຈຳປີ 2024 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນການພັກ, ເລຂາຄະນະພັກ, ປະທານຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ. ມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ເລຂາໜ່ວຍພັກ ແລະ ຕາງໜ້າອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຄະນະປະຈຳພັກ ຮອງປະທານຄະນະກວດກາສູນກາງພັກ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການນຳພາເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂອງຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ,​ ຈາກນັ້ນ ສະຫາຍ ສີໃນ ມຽງລາວັນ ຮອງເລຂາຄະນະພັກ ຮອງປະທານຄະນະກວດກາສູນກາງພັກ ໄດ້ຜ່ານຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ປະຈຳປີ 2024 ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານດ້ານດີ ທີ່ພົ້ນເດັ່ນ ແລະ ດ້ານອ່ອນຂໍ້ຄົງຄ້າງເປັນຕົ້ນແມ່ນ ໄດ້ນຳພາຈັດຕັ້ງຄົ້ນຄວ້າເຊື່ອມຊຶມ, ຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເປັນເຈົ້າການເສີມຂະຫຍາຍບົດບາດນຳພາ-ຊີ້ນຳຈັດຕັ້ງເຜີຍແຜ່ແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ ໂດຍຕິດພັນກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ແລະ ບັນຫາຢາເສບຕິດ; ນອກນີ້ຍັງໄດ້ນຳພາຈັດຕັ້ງປະຕິບັດຂະບວນການແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂວັນ “ ຮັກຊາດ ແລະ ພັດທະນາ ” ແລະ ຂໍ້ແຂ່ງຂັນ “ 3 ໜ້າທີ່, 12 ຂໍ້ປະຕິບັດ ” ທີ່ຄະນະກວດກາສູນກາງພັກວາງອອກ. ພ້ອມດຽວກັນນັ້ນ ສະຫາຍ ຄໍາພັນ ພົມມະທັດ ກໍໄດ້ມີຄຳເຫັນເຈາະຈີ້ມ ແລະ ສະເໜີປະກອບຄຳເຫັນໃສ່ 2 ຮ່າງເອກະສານດັ່ງກ່າວ ໂດຍໄດ້ເນັ້ນໃຫ້ສຸມໃສ່ບາງຈຸດໃນການເຄື່ອນໄຫວໃນປີຜ່ານມາທີ່ພົ້ນເດັ່ນ, ຜົນສຳເລັດໃນການບັດຕິວຽກງານ, ການຫັນປ່ຽນ, ການແກ້ໄຂຜົນຂອງການກວດກາ, ທີ່ຕິດພັນກັບຜົນສຳເລັດ, ພ້ອມທັງຕີລາຄາຄວາມຮັບຜິດຊອບດ້ານການນຳພາ-ຊີ້ນຳ ຄວາມສາມາດນຳພາແບບແຜນເຮັດວຽກໃຫ້ຊັດເຈນເບິ່ງຄືນບັນດາຈຸດສຸມທີ່ຕ້ອງປະຕິບັດໃນການກວດກາ ເພື່ອຊອກຫາວິທີການແກ້ໄຂດ້ານອ່ອນຂໍ້ຄົງຄ້າງໃນຕໍ່ໜ້າ ໂດຍໃຫ້ຖືກຕ້ອງກັບສະພາບການຕົວຈິງ. ພາຍຫຼັງທີ່ປະທານກອງປະຊຸມມີຄຳເຫັນແລ້ວ ບັນດາສະຫາຍຄະນະພັກທີ່ເຂົ້າຮ່ວມກອງປະຊຸມກໍ່ໄດ້ຜັດປ່ຽນກັນປະກອບຄຳເຫັນໃສ່ 2 ຮ່າງເອກະສານນັ້ນ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ ແລະ ມີຄວາມເປັນເອກະພາບກັນ. ນອກຈາກນີ້, ໃນກອງປະຊຸມ ກໍ່ໄດ້ມີການຜ່ານບົດສຳຫຼວດບຸກຄົນໃນຄະນະບໍລິຫານງານພັກອີກດ້ວຍ.
ພາບ-ຂ່າວໂດຍ: ສະໝິງທອງ ເຄນສະບັບ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)