10/01/2025
ໃນວັນທີ 3 ມັງກອນ ປີ 2025, ທີ່ຫ້ອງປະຊຸມຄະນະກວດກາສູນກາງພັກ ສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ໄດ້ຈັດພິທີມອບຮັບໜ້າທີ່ຫວ່າງ ປະທານສະຫະພັນແມ່ຍິງຜູ້ເກົ່າ ແລະ ຜູ້ໃໝ່ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຸກຄຳເພັດ ເຮືອງບຸດສີ ກໍາມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ທັງເປັນຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີຄະນະບໍລິຫານງານສະຫະພັນແມ່ຍິງສະໄໝທີ x ແລະ ຄະນະໜ່ວຍສະຫະພັນແມ່ຍິງແຕ່ລະໜ່ວຍເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ບຸນອ້ອມ ອຸ່ນມະໂນ ປະທານສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດຜູ້ເກົ່າ ໄດ້ລາຍງານຫຍໍ້ການເຄື່ອນໄຫວນຳພາ-ຊີ້ນຳ ຈັດຕັ້ງປະຕິບັດວຽກງານສະຫະພັນແມ່ຍິງ ຢູ່ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໃນໄລຍະ 5 ປີ ຜ່ານມາ ແມ່ນໄດ້ເອົາໃຈໃສ່ນໍາເອົາທິດທາງແຜນການ ແລະ ທິດຊີ້ນໍາຈາກສູນ ກາງສະຫະພັນແມ່ຍິງລາວ ກໍ່ຄືຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ມາຜັນຂະຫຍາຍ ເປັນແຜນການ, ແຜນງານໃນການເຄື່ອນໄຫວໃຫ້ແທດເໝາະກັບສະພາບຈຸດພິເສດ ການເຄື່ອນໄຫວຂອງສະມາຊິກສະ ຫະພັນແມ່ຍິງໃນແຕ່ລະໄລຍະ, ໂດຍໄດ້ນໍາພາ-ຊີ້ນໍາ, ຕິດຕາມ, ຊຸກຍູ້ເອື້ອຍນ້ອງແມ່ຍິງເຂົ້າຮ່ວມເຊື່ອມຊຶມ ເອກະສານ ການເມືອງທີ່ສໍາຄັນຕ່າງໆຂອງພັກ-ຂອງຊາດ ທີ່ຄະນະກວດກາສູນກາງພັກຈັດຂຶ້ນ, ເຜີຍແຜ່ເຊື່ອມຊືມ ເອກະສານຈາກສູນກາງສະຫະພັນແມ່ຍິງລາວ ໃຫ້ເອື້ອຍນ້ອງແມ່ຍິງໃນແຕ່ລະໄລຍະ ແລະ ຕາມການຊີ້ນໍາຈາກສູນກາງສະຫະພັນແມ່ຍິງລາວ ເປັນປົກກະຕິ, ໄດ້ນໍາພາສ້າງຂະບວນການຕ່າງໆຕາມພາລະບົດບາດ ແລະ ຕາມຄວາມເໝາະສົມ. ຊຸກຍູ້ສະມາຊິກ ສະຫະພັນແມ່ຍິງປະຕິບັດວຽກງານທີ່ຕົນໄດ້ຮັບມອບໝາຍ ຄຽງຄູ່ໄປກັບການປະຕິບັດຂໍ້ແຂ່ງຂັນ 3 ດີ, ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ, 3 ໜ້າທີ່ 12 ຂໍ້ປະຕິບັດຂອງຄະນະກວດກາສູນກາງພັກວາງອອກ.
ຈາກນັ້ນປະທານສະຫະພັນແມ່ຍິງ ຜູ້ເກົ່າ ແລະ ຜູ້ໃໝ່ ກໍ່ໄດ້ລົງນາມເຊັນບົດບັນທຶກໃນການມອບ-ຮັບວຽກງານ ລະຫວ່າງ ທ່ານ ນາງ ບຸນອ້ອມ ອຸ່ນມະໂນ ປະທານສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດຜູ້ເກົ່າ ແລະ ທ່ານ ນາງ ກອງມະນີ ສີບຸນເຮືອງ ປະທານສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດຜູ້ໃໝ່, ເຊິ່ງການສັບປ່ຽນໝູນວຽນພະນັກງານ ແມ່ນເປັນວຽກງານປົກກະຕິ, ທັງແມ່ນຫຼັກການອັນໜຶ່ງຂອງພັກໃນວຽກງານພະນັກງານ ເພື່ອປັບປຸງວຽກງານໃຫ້ດີຂຶ້ນ ແລະ ທັງເປັນການຍົກລະດັບພະນັກງານການນຳໃຫ້ມີຄວາມຮູ້, ຄວາມສາມາດ, ປະສົບການໃນວຽກງານຕົວຈິງຮອບດ້ານຫຼາຍຂຶ້ນ.