ສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ຈັດພິທີມອບຮັບໜ້າທີ່ລະຫວ່າງ ປະທານສະຫະພັນແມ່ຍິງຜູ້ເກົ່າ ແລະ ຜູ້ໃໝ່

10/01/2025

ສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ຈັດພິທີມອບຮັບໜ້າທີ່ລະຫວ່າງ ປະທານສະຫະພັນແມ່ຍິງຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນທີ 3 ມັງກອນ ປີ 2025, ທີ່ຫ້ອງປະຊຸມຄະນະກວດກາສູນກາງພັກ ສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ໄດ້ຈັດພິທີມອບຮັບໜ້າທີ່ຫວ່າງ ປະທານສະຫະພັນແມ່ຍິງຜູ້ເກົ່າ ແລະ ຜູ້ໃໝ່ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຸກຄຳເພັດ ເຮືອງບຸດສີ ກໍາມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ,​ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ທັງເປັນຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີຄະນະບໍລິຫານງານສະຫະພັນແມ່ຍິງສະໄໝທີ x ແລະ ຄະນະໜ່ວຍສະຫະພັນແມ່ຍິງແຕ່ລະໜ່ວຍເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ບຸນອ້ອມ ອຸ່ນມະໂນ ປະທານສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດຜູ້ເກົ່າ ໄດ້ລາຍງານຫຍໍ້ການເຄື່ອນໄຫວນຳພາ-ຊີ້ນຳ ຈັດຕັ້ງປະຕິບັດວຽກງານສະຫະພັນແມ່ຍິງ ຢູ່ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໃນໄລຍະ 5 ປີ ຜ່ານມາ ແມ່ນໄດ້ເອົາໃຈໃສ່ນໍາເອົາທິດທາງແຜນການ ແລະ ທິດຊີ້ນໍາຈາກສູນ ກາງສະຫະພັນແມ່ຍິງລາວ ກໍ່ຄືຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ມາຜັນຂະຫຍາຍ ເປັນແຜນການ, ແຜນງານໃນການເຄື່ອນໄຫວໃຫ້ແທດເໝາະກັບສະພາບຈຸດພິເສດ ການເຄື່ອນໄຫວຂອງສະມາຊິກສະ ຫະພັນແມ່ຍິງໃນແຕ່ລະໄລຍະ, ໂດຍໄດ້ນໍາພາ-ຊີ້ນໍາ, ຕິດຕາມ, ຊຸກຍູ້ເອື້ອຍນ້ອງແມ່ຍິງເຂົ້າຮ່ວມເຊື່ອມຊຶມ ເອກະສານ ການເມືອງທີ່ສໍາຄັນຕ່າງໆຂອງພັກ-ຂອງຊາດ ທີ່ຄະນະກວດກາສູນກາງພັກຈັດຂຶ້ນ, ເຜີຍແຜ່ເຊື່ອມຊືມ ເອກະສານຈາກສູນກາງສະຫະພັນແມ່ຍິງລາວ ໃຫ້ເອື້ອຍນ້ອງແມ່ຍິງໃນແຕ່ລະໄລຍະ ແລະ ຕາມການຊີ້ນໍາຈາກສູນກາງສະຫະພັນແມ່ຍິງລາວ ເປັນປົກກະຕິ, ໄດ້ນໍາພາສ້າງຂະບວນການຕ່າງໆຕາມພາລະບົດບາດ ແລະ ຕາມຄວາມເໝາະສົມ. ຊຸກຍູ້ສະມາຊິກ ສະຫະພັນແມ່ຍິງປະຕິບັດວຽກງານທີ່ຕົນໄດ້ຮັບມອບໝາຍ ຄຽງຄູ່ໄປກັບການປະຕິບັດຂໍ້ແຂ່ງຂັນ 3 ດີ, ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ, 3 ໜ້າທີ່ 12 ຂໍ້ປະຕິບັດຂອງຄະນະກວດກາສູນກາງພັກວາງອອກ.

ຈາກນັ້ນປະທານສະຫະພັນແມ່ຍິງ ຜູ້ເກົ່າ ແລະ ຜູ້ໃໝ່ ກໍ່ໄດ້ລົງນາມເຊັນບົດບັນທຶກໃນການມອບ-ຮັບວຽກງານ ລະຫວ່າງ ທ່ານ ນາງ ບຸນອ້ອມ ອຸ່ນມະໂນ ປະທານສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດຜູ້ເກົ່າ ແລະ ທ່ານ ນາງ ກອງມະນີ ສີບຸນເຮືອງ ປະທານສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດຜູ້ໃໝ່, ເຊິ່ງການສັບປ່ຽນໝູນວຽນພະນັກງານ ແມ່ນເປັນວຽກງານປົກກະຕິ, ທັງແມ່ນຫຼັກການອັນໜຶ່ງຂອງພັກໃນວຽກງານພະນັກງານ ເພື່ອປັບປຸງວຽກງານໃຫ້ດີຂຶ້ນ ແລະ ທັງເປັນການຍົກລະດັບພະນັກງານການນຳໃຫ້ມີຄວາມຮູ້, ຄວາມສາມາດ, ປະສົບການໃນວຽກງານຕົວຈິງຮອບດ້ານຫຼາຍຂຶ້ນ.

ໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ສຸກຄຳເພັດ ເຮືອງບຸດສີ ຍັງໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໃຫ້ປະທານສະຫະພັນແມ່ຍິງຜູ້ໃໝ່ ໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ຕໍ່ແມ່ຍິງ ໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ສືບຕໍ່ເສີມຂະຫຍາຍມູນເຊື້ອດ້ານດີທີ່ຕັ້ງໜ້າແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ, ສືບຕໍ່ເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງພະນັກງານເພດຍິງໃຫ້ມີບົດບາດສັງກັດຢູ່ການຈັດຕັ້ງ ແລະ ກາຍເປັນພະນັກງານນຳພາຄຸ້ມຄອງ ໃຫ້ຫຼາຍຂຶ້ນ, ສົ່ງເສີມຊຸກຍູ້ພູມປັນຍາຂອງເອື້ອຍນ້ອງແມ່ຍິງ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ວຽກງານຂອງຕົນ ກໍ່ຄືການປະຕິບັດວຽກງານສະຫະພັນແມ່ຍິງໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ.
ພາບ-ຂ່າວ ໂດຍ: ສະໝິງທອງ ເຄນສະບັບ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)