ຄະນະກວດກາພັກ, ອົງການກວດກາລັດເມືອງໄຊເສດຖາ ແຂວງອັດຕະປື ເຄື່ອນໄຫວຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ໜ່ວຍພັກບ້ານສົມໂຄດ
08/01/2025
ໃນວັນທີ 6 ມັງກອນ 2025 ນີ້, ສະຫາຍ ກິລິວັນ ສີສະແຫວງສຸກ ຮອງປະທານຄະນະກວດກາພັກ-ລັດເມືອງໄຊເສດຖາ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຕິດຕາມ, ກວດກາ, ຊຸກຍູ້ ແລະ ເກັບກໍາຂໍ້ມູນວຽກງານກວດກາ ປະຈໍາປີ 2024 ຢູ່ໜ່ວຍພັກບ້ານສົມໂຄດ, ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ຄໍາໃບ ໄຊຍະສີນ ເລຂາໜ່ວຍພັກ-ນາຍບ້ານໆສົມໂຄດ ພ້ອມດ້ວຍຄະນະໜ່ວຍພັກ, ຄະນະບ້ານ, ຫົວໜ້າ-ຮອງຫົວໜ້າຂະແໜງການຂອງບ້ານເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດນີ້ ໄດ້ຮັບຟັງການລາຍງານ ສະພາບການເຄື່ອນໄຫວ ການຈັດຕັ້ງປະຕິບັດວຽກງານກວດກາ ໃນໄລຍະ 1 ປີຜ່ານມາ ຈາກ ສະຫາຍ ຄໍາໃບ ໄຊຍະສິນ ເຊິ່ງໃຫ້ຮູ້ວ່າ ຄະນະໜ່ວຍພັກໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ໃນການເຜີຍແຜ່, ເຊື່ອມຊຶມ ຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ແລະ ເອກະສານສໍາຄັນຕ່າງໆ, ພ້ອມນີ້ກໍ່ຍັງໄດ້ ເອົາໃຈໃສ່ສຶກສາອົບຮົມການເມືອງໃຫ້ແກ່ສະມາຊິກພັກ, ປະຊາຊົນພາຍໃນບ້ານຢ່າງເປັນປົກກະຕິ. ພ້ອມນີ້ກໍຍັງໄດ້ເອົາໃຈໃສ່ຕິດຕາມ, ກວດກາການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ຂອງບັນດາສະມາຊິກພັກ ແລະ ຂະແໜງການທີ່ກ່ຽວຂ້ອງຂອງບ້ານ ເຫັນໄດ້ວ່າ ມີຫຼາຍໜ້າວຽກສໍາເລັດຕາມແຜນການທີ່ວາງໄວ້ເປັນຢ່າງດີ.ພ້ອມນີ້ ກໍ່ໄດ້ມີການແລກປ່ຽນຄຳຄິດເຫັນ, ໃນການຈັດຕັ້ງປະຕິບັດວຽກງານຕ່າງໆຂອງໜ່ວຍພັກ ໃນໄລຍະຜ່ານມາມີຂໍ້ສະດວກ, ຂໍ້ຫຍຸ້ງຍາກຄືແນວໃດ? ແລະ ໄດ້ຊີ້ແຈງບັນຫາຂໍ້ຂ້ອງໃຈ ຢ່າກົງໄປກົງມາ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານກວດກາໃນຕໍ່ໜ້າ ມີບາດກ້າວອັນໃໝ່ ແລະ ມີຜົນສໍາເລັດຍິ່ງຂຶ້ນ.ໂດຍ: ອານັນ ພິມມະເສນ