ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກ ຄະນະກວດກາພັກເມືອງຮຸນ

12/12/2024

ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກ ຄະນະກວດກາພັກເມືອງຮຸນ

ວັນທີ 06 ທັນວາ 2024 ນີ້, ໜ່ວຍພັກຄະນະກວດກາ ເມືອງ ຮຸນ ແຂວງ ອຸດົມໄຊ ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນ ຂຶ້ນທີ່ ຫ້ອງປະຊຸມຊັ້ນ2 ຫ້ອງວ່າການເມືອງຮຸນ ພາຍໃຕ້ການເປັນປະທານກອງປະຊຸມ ຂອງ ສະຫາຍ ຫຸມແພງ ສຸຂະທິວົງ ເລຂາພັກໜ່ວຍພັກ, ຮອງປະທານ ກວດກາພັກ ແລະ ອົງການກວດກາລັດ ເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນ. ຄໍາໝັ້ນ ແກ້ວບຸນຫວນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງຮຸນ, ມີສະຫາຍ ໄລພອນ ລິດຕະວົງ ຮອງເລຂາພັກເມືອງ ປະທານ ຄະນະກວດກາພັກ ແລະ ອົງການກວດກາລັດເມືອງ, ມີສະຫາຍ ພອນແກ້ວ ຍອດມະນີ ກໍາມະການພັກເມືອງ ຫົວໜ້າ ຄະນະຈັດຕັ້ງເມືອງ, ບັນດາສະຫາຍສະມາຊິກພັກພາຍໃນໜ່ວຍ ພ້ອມດ້ວຍແຂກຖືກເຊີນຈາກໜ່ວຍພັກຫ້ອງການ ແລະ ອ້ອມຂ້າງເມືອງ, ຄະນະຮັບຜິດຊອບຂັ້ນເມືອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຜ່ານ ຮ່າງລາຍງານການເມືອງ ແລະ ທິດທາງແຜນການ, ແຜນພັດທະນາເສດຖະກິດ-ສັງ ຄົມ, ຜ່ານບົດສຳຫຼວດການນໍາພາລວມຂອງຄະນະພັກໃນໄລຍະຜ່ານມາ, ໂດຍໄດ້ຍົກໃຫ້ເຫັນຜົນງານການນໍາພາ-ຊີ້ນໍາ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະພັກໃນໄລຍະ 5 ປີຜ່ານມາ ເຊິ່ງໄດ້ມີຜົນສໍາເລັດຫຼາຍດ້ານ. ພ້ອມທັງຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າເພື່ອເສີມຂະຫຍາຍ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບັນດາບົດຮຽນທີ່ຖອດຖອນໄດ້, ພ້ອມນີ້ບັນດາສະຫາຍຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງທັງໝົດ 05 ສະຫາຍ; ຍິງ 0 ສະຫາຍ. ເລືອກເອົາ 03 ສະ ຫາຍ, ໃນນັ້ນເລືອກໄດ້ 03 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ໂອໄຊ ສີສຸພັນ ກໍາມະການພັກເມືອງ ເປັນເລຂາໜ່ວຍພັກ, ສະຫາຍ ຫຸມແພງ ສຸຂະທິວົງ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ອ່ອນຄໍາ ອຸ່ນທິກຸນ ເປັນກໍາມະການໜ່ວຍພັກ, ພ້ອມທັງເປັນຜູ້ເຮັດວຽກງານກວດກາໜ່ວຍພັກ.

ຕອນທ້າຍກອງປະຊຸມ ສະຫາຍ ນ. ຄໍາໝັ້ນ ແກ້ວບຸນຫວນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ-ເມືອງຮຸນ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດການເຄື່ອນໄຫວນໍາພາ-ຊີ້ນໍາວຽກງານຮອບດ້ານຂອງຄະນະພັກຊຸດເກົ່າ ທີ່ສາມາດຍາດໄດ້ໃນໄລຍະ 5 ປີຜ່ານ. ພ້ອມທັງເນັ້ນໝັກໃຫ້ຄະນະໜ່ວຍພັກຊຸດໃໝ່, ຈົ່ງເອົາໃຈໃສ່ໃນການນໍາພາ-ຊີ້ນໍາໃຫ້ໜັກແໜັ້ນ ເຂັ້ມແຂງ ແບ່ງວຽກໃຫ້ໝູ່ຄະນະຮັບຜິດຊອບຢ່າງລະອຽດ ພ້ອມທັງເອົາໃຈໃສ່ສຶກສາອົບຮົມ ດ້ານການເມືອງ-ແນວຄິດໃຫ້ສະມາຊິກພັກຢ່າງເປັນປົກກກະຕິ, ຕິດຕາມຊຸກຍູ້ ວຽກງານກວດກາພາຍໃນພັກກໍ່ຄືວຽກງານລັດໃຫ້ຕໍ່ເນື່ອງ ເພີ່ມທະວີການຄົ້ນຄວ້າ ມະຕິຄໍາສັ່ງຂອງພັກໃຫ້ເລີກເຊິ່ງ ແລະ ຮັກສາຄວາມສະມັກຄີພາຍໃນໃຫ້ສະໝໍ່າສະເໜີ ເພື່ອໃຫ້ວຽກງານພາຍໃນໜ່ວຍພັກມີຄວາມລ່ຽນໄຫຼ ແລະ ເປັນໄປຕາມແຜນການທີ່ວາງໄວ້ ເຮັດໃຫ້ວຽກພາຍໃນກົມກອງມີຜົນສໍາເລັດດ້ວຍປະສິດທິຜົນສູງກ່ວາເກົ່າ.
ຂ່າວໂດຍ: ສົມບິກ ດວງທະລາ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)