08/11/2024
ວັນທີ 05 ພະຈິກ 2024 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ນິຕິກຳ, ເອກະສານແຈ້ງຊັບສິນ ແລະ ລາຍຮັບ ໃຫ້ພະນັກງານ-ລັດຖະກອນ ແລະ ພະນັກງານຂອງບໍລິສັດ ທີ່ໄດ້ເລື່ອນຕຳແໜ່ງ, ຂອງບັນດາກົມ ຫຼື ທຽມເທົ່າ ແລະ ບັນດາບໍລິສັດ ທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງເຕັກໂນໂລຊີ ແລະ ການສື່ສານຂຶ້ນ ທີ່ຫ້ອງປະຊຸມ ໃຫຍ່ຊັ້ນ 2 ຕຶກສູນອິນເຕີເນັດແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ເຮີເຊັງ ເຢຍປໍເຮີ ກຳມະການຄະນະພັກກະຊວງ, ຮອງປະທານຄະນະກວດກາພັກກະຊວງ, ຫົວໜ້າກົມກວດກາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີບັນດາຄະນະໜ່ວຍພັກກົມ, ຄະນະອໍານວຍການ ບັນດາບໍລິສັດທີ່ຂຶ້ນກັບກະຊວງ, ປະທານກວດກາບັນດາໜ່ວຍພັກ-ຮາກຖານພັກ, ຜູ້ເຮັດວຽກງານກວດກາ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມທັງໝົດ 50 ທ່ານ, ຍິງ 18 ທ່ານ.
ກອງປະຊຸມຄັ້ງນີ້, ທ່ານ ນາງ ສຸດາວັນ ດວງມະນີວົງ ຫົວໜ້າພະແນກຕ້ານການສໍ້ລາດບັງຫຼວງ ແລະ ສືບສວນ-ສອບສວນ ໄດ້ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍການອະນຸມັດຈັດກອງປະຊຸມເຜີຍແຜ່ ແລະ ດໍາເນີນການແຈ້ງຊັບສິນ ແລະ ລາຍຮັບ ສະບັບເລກທີ 4051/ກຕສ, ລົງວັນທີ 27 ກັນຍາ 2024. ການເຜີຍແຜ່ເຊື່ອມຊຶມຄັ້ງນີ້, ກໍ່ເພື່ອເຮັດໃຫ້ພະນັກງານຂັ້ນນໍາພາ, ຄຸ້ມຄອງຮັບຮູ້ເຂົ້າໃຈຕໍ່ບັນດານິຕິກຳ ເອກະສານການແຈ້ງຊັບສິນ ແລະ ລາຍຮັບ ຢ່າງເລິກເຊິ່ງ ແລະ ພ້ອມກັນເປັນເຈົ້າການນໍາຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ເຊິ່ງເອກະສານນໍາມາເຜີຍແຜ່ມີ ບົດແນະນໍາ ຂອງອົງການກວດກາແຫ່ງລັດ ສະບັບເລກທີ 46/ອກລ, ລົງ ວັນທີ 20 ກຸມພາ 2017 ແລະ ມອບແບບຟອມ ເອກະສານແຈ້ງຊັບສິນ ແລະ ລາຍຮັບ ໃຫ້ແກ່ພະນັກງານ-ລັດຖະກອນ ທີ່ຮັບການເລື່ອນຕຳແໜ່ງ, ຜູ້ຈະອອກພັກຜ່ອນຮັບເບ້ຍບຳນານ (ໃນໄລຍະ ແຕ່ເດືອນ 11 ປີ 2022 ຫາ ເດືອນ 09 ປີ 2024) ແລະ ຜູ້ທີ່ບໍ່ທັນໄດ້ແຈ້ງຊັບສິນ ແລະ ລາຍຮັບ. ນອກນັ້ນ, ຍັງເປັນການກະກຽມດໍາເນີນແຈ້ງຊັບສິນ ແລະ ລາຍຮັບໃນຄັ້ງນີ້ ໃຫ້ຖືກຕ້ອງ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ. ໂອກາດນີ້, ທ່ານ ເຮີເຊັງ ເຢຍປໍເຮີ ຍັງໃຫ້ກຽດເຜີຍແຜ່ດຳລັດ ວ່າດ້ວຍການແຈ້ງຊັບ ສິນ ສະບັບເລກທີ 159/ລບ, ລົງວັນທີ 04 ມີຖຸນາ 2013 ແລະ ໃນພິທີຍັງໄດ້ຮັບຟັງບົດແນະນໍາ ຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການແຈ້ງຊັບສິນ (ສະບັບປັບປຸງ) ສະບັບເລກທີ 46/ອກລ, ລົງວັນທີ 20 ກຸມພາ 2017; ຮ່າງການຂຽນແບບຟອມເອກະສານແຈ້ງຊັບສິນ ແລະ ລາຍຮັບ.