30/09/2024
ໃນລະຫວ່າງວັນທີ່ 10-13 ກັນຍາ 2024 ນີ້, ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ຄະນະກວດກາພັກ-ອົງການກວດກາລັດແຂວງສະຫວັນນະເຂດ ຮ່ວມກັບຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດຝຶກອົບຮົມວຽກງານສື່ມວນຊົນ, ກ່ຽວກັບທັກສະການຂຽນບົດ-ຂຽນຂ່າວ ແລະ ການຖ່າຍພາບ ໃຫ້ແກ່ພະນັກງານຄະນະກວດກາແຂວງ, ນະຄອນ ແລະ ບັນດາເເມືອງອ້ອມຂ້າງແຂວງຂຶ້ນ, ໂດຍການເປັນປະທານ ຂອງ ທ່ານ ລໍາທອງ ຂອບສີລາວົງຄະນະປະຈໍາພັກແຂວງ ປະທານຄະນະກວດກາພັກ-ລັດແຂວງ, ມີທ່ານ ນາງ ບຸນອ້ອມ ອຸ່ນມະໂນ ຮອງຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ, ຮອງຫົວໜ້າບັນນາທິການວາລະສານກວດກາ ຄະນະກວດກາສູນກາງພັກ, ບັນດາທ່ານ ຮອງປະທານຄະນະກວດກາພັກ-ລັດແຂວງ, ນັກວິທະຍາກອນ, ນັກສຳມະນາກອນຈາກຄະນະກວດກາແຂວງ, ນະຄອນ ແລະ ບັນດາເມືອງອ້ອມຂ້າງແຂວງເຂົ້າຮວ່ມ.
ການຝຶກອົບຮົມຄັ້ງນີ້, ທ່ານ ລໍາທອງ ຂອບສີລາວົງ ໄດ້ຍົກໃຫ້ເຫັນຄວາມສໍາຄັນກ່ຽວກັບການຝຶກອົບຮົມວຽກງານສື່ມວນຊົນ ເຊິ່ງເປັນກະບອກສຽງໃຫ້ແກ່ອົງການຈັດຕັ້ງຂອງພັກ, ລັດ ແລະ ສັງຄົມ ໂດຍສະເພາະກໍ່ຄືເປັນກະບອກສຽງໃຫ້ແກ່ຄະນະກວດກາແຕ່ລະຂັ້ນ ໃນການໂຄສະນາເຜີຍແຜ່ການຈັດຕັ້ງປະຕິບັດແນວທາງແຜນນະໂຍ ບາຍຂອງພັກ, ມະຕິ,ຄໍາສັ່ງ, ບົດແນະນໍາ, ກົດໝາຍ ແລະ ລະບຽບການຂອງລັດ. ໂດຍສະເພາະແມ່ນບັນດານິຕິກຳກ່ຽວກັບວຽກງານກວດກາພັກ, ກວດກາລັດ ແລະ ວຽກງານຕ້ານການສໍ້ລາດບັງຫຼວງຢ່າງກວ້າງຂວາງ ແລະ ປະກອບສ່ວນຕ້ານປາກົດການຫຍໍ້ທໍ້ໃນສັງຄົມ. ສະນັ້ນ, ການຍົກລະດັບກ່ຽວກັບທັກສະໃນການເກັບກຳຂໍ້ມູນ, ການຂຽນບົດຂ່າວ ແລະ ຖ່າຍຮູບພາບຄັ້ງນີ້, ແມ່ນແນໃສ່ສ້າງຕາໜ່າງຂ່າວ ເພື່ອນຮ່ວມງານຢູ່ທ້ອງຖິ່ນໄດ້ມີຄວາມຮູ້, ຄວາມສາມາດດ້ານສື່ມວນຊົນຢູ່ແຂວງສະຫວັດນະເຂດ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດສະໜອງແຫຼ່ງຂໍ້ມູນຂ່າວສານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະກວດກາຢູ່ຂັ້ນທ້ອງຖິ່ນ ສົ່ງໃຫ້ວາລະສານ ແລະ ລາຍການວິທະຍຸວຽກງານກວດກາໄດ້ທັນກັບເຫດການ.
ຊຸດຝຶກອົບຮົມຄັ້ງນີ້ ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 18 ທ່ານ, ຍິງ 8 ທ່ານ, ເຊິ່ງ ໄດ້ຮຽນຮູ້ພື້ນຖານກ່ຽວກັບການຂຽນຂ່າວ, ຂຽນບົດ, ເຕັກນິກການຖ່າຍພາບນິ້ງ, ຖ່າຍວິດີໂອ ໃນວຽກງານຂ່າວ ແລະ ການອອກຂ່າວທາງເວັບໄຊ, ເຟສບຸກ, ພ້ອມນັ້ນ, ຍັງໄດ້ນຳພານັກສຳມະນກອນລົງເຄື່ອນໄຫວເກັບກຳຂໍ້ມູນຂ່າວ ແລະ ຖ່າຍພາບຕົວຈິງຢູ່ ຄະນະກວດການະຄອນໄກສອນພົມວິຫານ ເພື່ອນຳເອົາຂໍ້ມູນມາຂຽນຂ່າວ ພ້ອມທັງມີການວິເຄາະ, ວິໄຈ ບັນດາຂ່າວ, ຮູບພາບ ທີ່ໄດ້ຂຽນ, ຄົ້ນຄວ້າແລກປ່ຽນບົດຮຽນ ໃນການຂຽນໃຫ້ຖືກຕ້ອງຕາມບັນດາປັດໄຈຂອງຂ່າວ. ການຝຶກອົບຮົມຄັ້ງນີ້ແມ່ນໄດ້ເຮັດໃຫ້ຜູ້ເຂົ້າຮ່ວມກໍາໄດ້ບັນດາເນື້ອໃນພື້ນຖານຂອງການຂຽນຂ່າວ, ບົດ, ການຖ່າຍພາບນິ້ງ, ການສົ່ງຂໍ້ມູນຂ່າວສານ ໃຫ້ວາລະສານກວດກາ, ລາຍການວິທະຍຸວຽກງານກວດກາ ໃຫ້ທັນເວລາ, ທັງນີ້ກໍ່ເພື່ອແນໃສ່ເຜີຍແຜ່ເຮັດໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈ ຕໍ່ການເຄື່ອນໄຫວວຽກງານກວດກາຢູ່ແຂວງສະຫວັນນະເຂດໃນແຕ່ລະໄລຍະ ໃຫ້ເລິກເຊິ່ງກວ້າງຂວາງຂຶ້ນຕື່ມ. ຊຶ່ງບັ້ນຝຶກອົບຮົມແມ່ນໄດ້ດຳ ເນີນເປັນເວລາ 3 ວັນ ເລີ່ມແຕ່ວັນທີ 10-12 ກັນຍາ 2024, ບັ້ນຝຶກອົບຮົມຄັ້ງນີ້ນັກສໍາມະນາກອນໄດ້ຮັບໃບຢັ້ງຢືນ 100%.