ໜ່ວຍພັກ ຄະນະກວດກາ, ຄະນະຈັດຕັ້ງແຂວງ ບໍ່ແກ້ວ ຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັ້ກແໜ້ນ ປະຈຳປີ 2023

30/09/2024

ໜ່ວຍພັກ ຄະນະກວດກາ, ຄະນະຈັດຕັ້ງແຂວງ ບໍ່ແກ້ວ ຈັດພິທີມອບ-ຮັບ  ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັ້ກແໜ້ນ ປະຈຳປີ 2023

ໃນຕອນເຊົ້າວັນທີ 24 ກັນຍາ 2024 ໜ່ວຍພັກຄະນະກວດກາພັກ-ອົງການກວດກາລັດແຂວງ ແລະ ໜ່ວຍພັກຄະນະຈັດຕັ້ງແຂວງ ບໍ່ແກ້ວ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັ້ກແໜ້ນ ປະຈຳປີ 2023 ຂື້ນທີ່ຫ້ອງປະຊຸມຂອງຄະນະກວດກາ ແຂວງ ໂດຍການເປັນປະທານຂອງ ສະຫາຍ ປອ ທອງຈັນ ມະນີໄຊ ກຳ ມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ; ມີສະຫາຍ ສຸກຂະ ຫຼຽນທອງຄຳ ຄະນະປະຈຳພັກແຂວງ, ເລຂາໜ່ວຍພັກ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງບໍ່ແກ້ວ ; ມີສະຫາຍ ສົມພອນ ແກ້ວມະນີ ຄະນະປະຈຳພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະຈັດຕັ້ງແຂວງ; ມີບັນດາສະຫາຍ ຄະນະໜ່ວຍພັກ, ສະ ມາຊິກພັກ ທັງສອງໜ່ວຍພັກ ພ້ອມດ້ວຍບັນດາສະຫາຍແຂກຖຶກເຊີນຈາກໜ່ວຍພັກອ້ອມຂ້າງເຂົ້າຮ່ວມ.

ໃນພິທີ ສະຫາຍ ໜໍ່ຄໍາ ນົງສຸວັນ ຮອງເລຂາໜ່ວຍພັກຄະນະກວດກາພັກ-ລັດ ແຂວງ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 254/ຄປພຂ,ບກ, ລົງວັນທີ 11 /3/2024 ວ່າດ້ວຍການຮັບຮອງເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2023, ໃຫ້ໜ່ວຍພັກຄະນະຈັດຕັ້ງ ແຂວງບໍ່ແກ້ວ, ໜ່ວຍພັກຄະ ນະກວດກາພັກ-ອົງການກວດກາລັດແຂວງບໍ່ແກ້ວ, ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ 2 ໜ່ວຍພັກ ໂດຍສະຫາຍ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ.
ໂອກາດນີ້, ສະຫາຍ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ບໍ່ແກ້ວໄດ້ມີ ຄໍາເຫັນໂອ້ລົມຕໍ່ພິທີ, ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົົນງານອັນຍິ່ງໃຫຍ່ໃນການຊີ້ນໍາ-ນໍາພາວຽກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນທີ່ຄະນະໜ່ວຍພັກທັງ 2 ໜ່ວຍຍາດມາໄດ້ຕະຫຼອດໄລຍະ 1 ປີ່ຜ່ານມາ ແລະ ເນັ້ນໃຫ້ຄະ ນະໜ່ວຍພັກຈົ່ງພ້ອມກັນເຕົ້າໂຮມຄວາມສາມັກຄີ, ສືກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກພາຍໃນໜ່ວຍ ພັກ, ພະນັກງານໃນກົມກອງຂອງຕົນ ໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງເຊຶ່ອໝັ້ນຕໍ່ການນໍາພາຂອງພັກ. ຄະນະພັກ, ສະ ມາຊິກພັກແຕ່ລະສະຫາຍຕ້ອງຖືເອົາການປັບປຸງ, ກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາເປັນພື້ນຖານ; ເອົາໃຈໃສ່ປະຕິ ບັດຕາມຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ເຮັດວຽກມີແຜນການ, ມີຈຸດສຸມ, ແບ່ງງານໃຫ້ບຸກ ຄົນຮັບຜິດຊອບລະອຽດຈະແຈ້ງ, ມີການຕິດຕາມ, ກວດກາ ແລະສະຫຼຸບຖອດຖອນບົດຮຽນ, ມີການປະສານສົມທົບ ແໜ້ນລະຫວ່າງສາຍຕັ້ງ-ສາຍຂວາງ, ຍົກສູງບົດບາດຄວາມຮັບຜິດຊອບຂອງອົງການຈັດຕັ້ງມະຫາຊົນໃຫ້ກາຍເປັນກໍາ ລັງແຮງທີ່ໜັກແໜ້ນ, ເຂັ້ມແຂງຂອງພັກ; ປະຕິບັດລະບອບດຳເນີນຊີວິດພາຍໃນພັກ, ພາຍໃນອົງການຈັດຕັ້ງມະຫາຊົນໃຫ້ເປັນປົກກະຕິ, ຮັບປະກັນທາງດ້ານເນື້ອໃນ, ຮູບການ ແລະ ວິທີການ, ການຕິຊົມຕົນເອງ, ຕິຊົມຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງແຂງແຮງ ແລະ ຮັກສາ ນາມມະຍົດໜ່ວຍພັກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຕະຫຼອດໄປ.
ພາຍຫຼັງພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນສຳເລັດ ເນື່ອງໃນໂອກາດອັນສຳຄັນນີ້ ຄະນະກວດກາແຂວງ ແລະ ຄະນະຈັດຕັ້ງແຂວງ ໄດ້ສົມທົບກັນຈັດກອງປະຊຸມຖອດຖອນບົດຮຽນຮ່ວມກັນ ໂດຍການເປັນປະທານຂອງທ່ານ ສຸກຂະຫຼຽນທອງຄຳ ຄະນະປະຈຳພັກແຂວງ ປະທານຄະນະກວດກາແຂວງ, ມີພະນັກງານຫຼັກແຫຼ່ງ, ພະນັກງານວິຊາການທັງສອງພາກສວ່ນເຂົ້າຮ່ວມ.
ກອງປະຊຸມໄດ້ຄົ້ນຄວ້າສະເໜີແລກປ່ຽນບົດຮຽນ, ປະກອບຄຳຄິດເຫັນຕໍ່ວຽກງານທີ່ໄດ້ເຄື່ອນໄຫວຮ່ວມກັນໃນໄລຍະຜ່ານມາ ເຊິງມີເນື້ອໃນຫົວຂໍ້ສຳຄັນທີ່ນຳມາຖອດຖອນບົດຮຽນຄື: ຫົວຂໍ້ແລກປ່ຽນ ຂອງຄະນະຈັດຕັ້ງແຂວງມີ 4 ຫົວຂໍ້ 1. ການດໍາເນີນຊີວິດການເມືອງປະຈໍາປີ; 2. ການດໍາເນີນຊີວິດການເມືອງກາງສະໄໝ ຂອງກອງປະຊຸມໃຫຍ່; 3. ການຮ່ວມຕິດຕາມການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; 4. ການປະຕິບັດວິໄນສະມາຊິກພັກ; ຫົວຂໍ້ແລກປ່ຽນ ຂອງຄະນະກວດກາແຂວງມີ 4 ວຽກຄື: 1. ການປັບປຸງກົງຈັກການຈັດຕັ້ງລັດ, ການແຕ່ງຕັ້ງ, ການເລື່ອນຕໍາແໜ່ງພະນັກງານທີ່ຂຶ້ນກັບຂັ້ນແຂວງຄຸ້ມຄອງ; 2. ການສະຫຼຸບລາຍງານສະຖິຕິພັກ ແລະ ເງິນສະຕິ ຂອງພັກ; 3. ການຄົ້ນຄວ້າສະເໜີໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; 4. ການກໍ່ສ້າງຂະຫຍາຍພັກ(ການເປີດຮຽນກົດລະບຽບພັກ)ແລະ ວຽກງານອື່ນໆທີ່ປີ່ນອ້ອມກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະຈັດຕັ້ງ ແລະ ຄະນະກວດກາແຂວງຜູ້ແທນກອງປະຊຸມທັງສອງຝ່າຍໄດ້ປະກອບ ຄຳເຫັນຖອດຖອນບົດຮຽນ, ແລກປ່ຽນບົດຮຽນວຽກງານວຽກງານພັກ-ພະນັກງານ, ວຽກງານກວດກາ ທີ່ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດຮ່ວມກັນຜ່ານມາ ຢ່າງກົງໄປກົງມາ, ສ້າງສັນ ແລະ ມີເນື້ອໃນ. ເພື່ອເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຈັດຕັ້ງ ແລະ ວຽກງານກວດກາໃນຕໍ່ໜ້າມີຄວາມເຂັ້ມແຂງກ່ວາເກົ່າ. ພາບ-ຂ່າວ: ຫຸມພັນ ໄຊຍະສັກ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)