27/09/2024
ໃນຕອນເຊົ້າຂອງວັນທີ 10 ກັນຍາ 2024 ນີ້, ທີ່ຫ້ອງປະຊຸມ ອົງການປົກຄອງນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ ຄະນະຮັບຜິດຊອບຊຸດຝຶກອົບຮົມວຽກງານຂ່າວສານ ຄະນະກວດກາແຂວງສະຫວັນນະເຂດ, ຄະນະທີມງານຂ່າວສານວຽກງານກວດກາ ຄະນະກວດກາສູນກາງພັກ, ໂດຍມີທ່ານ ນາງ ບຸນອ້ອມ ອຸ່ນມະໂນ ຮອງຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ, ຮອງຫົວໜ້າຄະນະບັນນາທິການວາລະສານກວດກາ, ຫົວໜ້າທີມງານ ພ້ອມດ້ວຍຄະນະ ແລະ ນັກສໍາມະນາກອນຈາກຄະນະກວດກາແຂວງ, ບັນດາເມືອງອ້ອມຂ້າງ ແຂວງສະຫວັນນະເຂດ, ໄດ້ລົງໄປເກັບກໍາຂໍ້ມູນຂ່າວສານ ພາຍຫຼັງທີ່ໄດ້ສໍາເລັດການຮຽນພາກທິດສະດີແລ້ວ ເພື່ອນໍາມາຂຽນບົດຂ່າວຕົວຈິງ, ການລົງເກັບກໍາຂໍ້ມູນຢູ່ຄະນະກວດການະຄອນໄກສອນຄັ້ງນີ້, ທ່ານ ສີທາ ສົງວິໄລ ຮອງເລຂາຄະນະບໍລິຫານງານພັກນະຄອນໄກສອນພົມວິ ຫານ , ປະທານສະມາຊິກສະພາປະຊາຊົນແຂວງ ປະຈຳນະຄອນໄກສອນພົມວິຫານ ປະທານຄະນະກວດກາພັກ-ອົງການກວດກາລັດ ນະຄອນໄກສອນ ພົມວິຫານ ພ້ອມດ້ວຍພະນັກງານກວດກາພັກ-ລັດນະຄອນເຂົ້າຮ່ວມ.
ໂອກາດດັ່ງກ່າວ ສະຫາຍ ສີທາ ສົງວິໄລ ໄດ້ລາຍງານສະພາບລວມໃນການເຄື່ອນໄຫວວຽກງານກວດກາໃນໄລຍະຜ່ານມາ ຕໍ່ທິມງານ ໂດຍທ່ານໄດ້ຍົກໃຫ້ເຫັນສະພາບລວມຂອງນະຄອນ, ການຈັດຕັ້ງປະຕິບັດວຽກງານຂອງຄະນະກວດກາໃນໄລຍະ 6 ເດືອນຕົ້ນປີ 2024 ຄະນະພັກ, ຄະນະກວດກາພັກ-ລັດນະຄອນ ໄດ້ເອົາໃຈໃສ່ວຽກງານສຶກສາອົບການເມືອງແນວຄິດ, ເຊື່ອມຊຶມບັນດາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຄໍາແນະນໍາ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ເອກະສານສໍາຄັນຕ່າງໆ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເປັນປົກກະຕິ; ລົງຊຸກຍູ້ວຽກງານ, ຕິດຕາມ ກວດກາປົກກະຕິຢູ່ໜ່ວຍພັກໄດ້ 33 ໜ່ວຍພັກ, ໃນນັ້ນ ໜ່ວຍພັກບ້ານ 24 ໜ່ວຍພັກ ແລະ 09 ໜ່ວຍພັກຫ້ອງການ, ລົງເປີດບັ້ນດຳເນີນຊີວິດການເມືອງ ແລະ ທາບທາມບຸຄະລາກອນຂອງຄະນະພັກຮາກຖານຫ້ອງການໄດ້ 01 ຮາກຖານ ແລະ 13 ໜວຍພັກ, ໃນນັ້ນມີໜ່ວຍພັກຮາກຖານໂຮງຮຽນ 05 ໜ່ວຍພັກ ແລະ 8 ໜ່ວຍພັກຫ້ອງການ, ລົງເປີດກອງປະຊຸມໃຫ່ຍຄະນະພັກຮາກຖານໄດ້ 02 ຮາກຖານ ແລະ 22 ໜ່ວຍພັກ, ໃນນັ້ນ, ໜ່ວຍພັກຫ້ອງການມີ 19 ໜ່ວຍພັກ ແລະ ໜ່ວຍພັກໂຮງຮຽນມີ 03 ໜ່ວຍພັກ, ເຂົ້າຮ່ວມພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກສຳຮອງຂຶ້ນເປັນສະມາຊິກພັກສົມບູນໜ່ວຍພັກໂຮງຮຽນໄດ້ 06 ໜ່ວຍພັກ, 05 ໜ່ວຍພັກບ້ານ ແລະ 48ໜ່ວຍພັກຫ້ອງການ, ເຂົ້າຮ່ວມພິທີປະກາດການຈັດຕັ້ງ ຄະນະພັກຮາກຖານຫ້ອງການໄດ້ 04 ຮາກຖານ, ຄະນະພັກຮາກຖານບ້ານ 01 ຮາກຖານ ມີ 08 ໜ່ວຍພັກ , ໜ່ວຍພັກຮາກຖານຫ້ອງການໄດ້ 18 ໜ່ວຍ ແລະ ໜ່ວຍພັກທີ່ຂຶ້ນກັນຄະນະພັກຮາກຖານຫ້ອງການໄດ້ 18 ໜ່ວຍພັກ, ລົງທາບທາມເອົາຜູ້ແທນສົມບູນ ແລະ ຜູ້ແທນສຳຮອງໄດ້ 06 ຮາກຖານບ້ານ, 78 ໜ່ວຍພັກ. ໃນນັ້ນ, ໜ່ວຍພັກຫ້ອງການ 10 ໜ່ວຍພັກ, ໜ່ວຍພັກບ້ານ 61 ໜ່ວຍພັກ ແລະ ໜ່ວຍພັກໂຮງຮຽນ 07 ໜ່ວຍພັກ, ກວດກາເນື້ອໃນ ຮ່າງບົດສຳຫຼວດການນຳພາລວມ, ຮ່າງບົດລາຍງານການເມືອງຂອງໜ່ວຍພັກ ທີ່ກະກຽມເປີດບັ້ນດຳເນີນຊີວິດການເມືອງ ແລະ ລົງເປີດກອງປະຊຸມໃຫ່ຍໜ່ວຍພັກໄດ້ 02 ໜ່ວຍພັກໂຮງຮຽນ ແລະ 03 ໜ່ວຍພັກຫ້ອງການ, ກວດກາເອກະສານແຈ້ງຊັບສິນ ແລະ ລາຍຮັບພະນັກງານລັດຖະກອນກ່ອນເຂົ້າຮັບບຳນານ ແລະ ເລື່ອນຕຳແໜ່ງໃໝ່ ໄດ້ທັງໝົດ 127 ສະຫາຍ, ຍີງ 83 ສະຫາຍ, ລົງເຄື່ອນໄຫວຕິດຕາມ ກວດກາຮ້ານຂາຍໄມ້ແປຮູບທີ່ນຳເຂົ້າບໍ່ຖືກຕ້ອງຮ່ວມກັບຄະນະສະເພາະກິດໄດ້ 19 ຮ້ານ, ໄດ້ເຮັດບົດບັນທຶກສຶກສາອົບຮົມ ແລະ ກ່າວເຕືອນເຈົ້າຂອງຮ້ານທັງໝົດ 13 ຮ້ານ, ໃນນັ້ນມີ 01 ຮ້ານທີ່ກວດພົບການນໍາເຂົ້າໄມ້ທີ່ບໍ່ຖືກຕ້ອງ ເຊິ່ງສາມາດຢຶດໄມ້ແປຮູບປະເພດໄມ້ແປ້ນຂະໜາດ 25 x 4 ແມັດ ຈໍານວນ 143 ແຜ່ນ, ລົດຮຸ່ນໄດທີ່ນໍາໃຊ້ແກ່ໄມ້ 01 ຄັນ, ທາງຄະນະສະເພາະກິດໄດ້ປັບໄໝເຈົ້າຂອງຮ້ານຕາມລະບຽບການແລ້ວສົ່ງຄືນເຈົ້າຂອງ ປັດຈຸບັນໄດ້ເຮັດບົດລາຍງານຫາທ່ານເຈົ້ານະຄອນສຳເລັດ, ໄດ້ຮັບຄໍາຮ້ອງ-ຄໍາສະເໜີ ຂອງພະນັກງານບໍານານ ແລະ ປະຊາຊົນໄດ້ 05 ເລື່ອງ: ກ່ຽວກັບການປະຕິບັດໜ້າທີ່ຂອງຄະນະບ້ານ 02 ເລື່ອງ ແລະ ການສະເໜີໃຫ້ເຈົ້າຂອງໂຄງການກໍ່ສ້າງທາງດ່ວນລະຫວ່າງເສດຖະກິດພິເສດສະຫວັນ-ເຊໂນ ຫາຂົວມິດຕະພາບລາວ-ໄທ ແຫ່ງທີ່ 02 , ສະຫວັນນະເຂດ-ມຸກດາຫານ 01 ເລື່ອງ, ປັດຈຸບັນຍັງຢູ່ໃນຂັ້ນຕອນການເກັບກຳຂໍ້ມູນ ແລະ ຄຳຮ້ອງ- ຄໍາສະເໜີຂອງ ປະຊາຊົນ 02 ເລື່ອງກ່ຽວກັບຂໍ້ຂັດແຍ່ງທີດິນ ບ້ານ ໄຊຍະມຸງຄຸນ ປັດຈຸບັນຍັງຢູ່ໃນຂັ້ນຕອນການເກັບກຳຂໍ້ມູນ, ບ້ານນາແກ, ລົງເກັບກຳຂໍ້ມູນຄຳຮ້ອງຂອງປະຊາຊົນກ່ຽວກັບການຈັບຈອງດິນລັດຈຳນວນ 45 ຄອບຄົວ ເຂດຫຼັກ 9 ບ້ານ ໜອງຜື 01 ຄັ້ງ, ປະຈຸບັນກຳລັງສັງລວມຂໍ້ມູນເພື່ອເຮັດບົດລາຍງານຫາທ່ານເຈົ້ານະຄອນມີທິດຊີ້ນຳໃນການຈັດຕັ້ງປະຕິບັດ.
ພາຍຫຼັງທີ່ໄດ້ຮັບຟັງການລາຍງານຄະນະທີມງານພ້ອມດ້ວຍນັກສຳມະນາກອນກໍ່ໄດ້ມີຄຳຖາມເຈາະຈີ້ມຕໍ່ບັນຫາທີ່ພົ້ນເດັ່ນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບບາງເນື້ອໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາລະຫວ່າງນັກສຳມະນາກອນທີ່ມາຈາກ ແຂວງ, ບັນດາເມືອງ ກັບນະຄອນໄກສອນພົມວິຫານຕື່ມອີກ ເພື່ອເຮັດໃຫ້ຂໍ້ມູນຈະແຈ້ງ ແລະ ສາມາດນໍາໄປຂຽນບົດຂ່າວໄດ້ຖືກຕ້ອງກັບຄວາມເປັນຈິງ.