ກົມກວດກາພັກຈັດກອງປະຊຸມແລກປ່ຽນບົດຮຽນກັບຄະນະກວດກາແຂວງເຊກອງ

26/09/2024

ກົມກວດກາພັກຈັດກອງປະຊຸມແລກປ່ຽນບົດຮຽນກັບຄະນະກວດກາແຂວງເຊກອງ

ໃນລະຫວ່າງວັນທີ 23-26 ກັນຍາ 2024 ກົມກວດກາພັກ ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມພົບປະເເລກປ່ຽນບົດຮຽນ ກັບ ຄະນະກວດກາແຂວງ ເຊກອງ ທີ່ຫ້ອງປະຊຸມຄະນະກວດກາສູນກາພັກ, ກົມກວດກາພັກນຳໂດຍ ທ່ານ ອ໋ອດສຸລິເດດ ໄຊສີທອນ ຮອງເລຂາໜ່ວຍພັກ, ຫົວໜ້າກົມກວດກາພັກ ພ້ອມດ້ວຍຄະນະ ແລະ ຄະກວດກາແຂວງ ເຊກອງ ນຳໂດຍ ທ່ານ ປອ ສົມນິດ ສີລິບຸນລ້ຽງ ກຳມະການປະຈຳພັກແຂວງ, ປະທານຄະນະກວດກາແຂວງ ເຊກອງ ພ້ອມດ້ວຍຄະນະທີ່ຮັບຜິດຊອບວຽກງານກວດກາພັກເຂົ້າຮ່ວມ.

ໃນພິທີ ທ່ານ ປອ ສົມນິດ ສີລິບຸນລ້ຽງ ໄດ້ສະເໜີຈຸດປະສົງຂອງການແລກປ່ຽນບົດຮຽນໃນຄັ້ງນີ້, ແມ່ນເພື່ອເປັນການສ້າງຄວມຮັບຮູ້ເຂົ້າໃຈໃຫ້ແກ່ພະນັກງານຜູ້ເຮັດວຽກງານຕິດຕາມ, ກວດກາພັກ ໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ເຖິງຖອງໃນແຕ່ລະໜ້າວຽກທີ່ຖືກຮັບຜິດຊອບ, ທັງເປັນການແລກປ່ຽນບົດຮຽນທາງດ້ານພຶດຕິກຳຈາກກົມກວດກາພັກ ທີ່ມີບົດຮຽນ ແລະ ປະສົບການຕົວຈິງໃນການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາພັກໃນໄລຍະຜ່ານມາ, ໂດຍສະເພາະແມ່ນຜູ້ເຮັດວຽກງານຕົວຈິງຢູ່ໃນຂະແໜງກວດກາພັກໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງໃນແຕ່ລະບັນຫາ ທັງເປັນການສ້າງບົດຮຽນທີ່ສຳຄັນໃຫ້ຄະນະກວດກາພັກແຂວງເຊກອງ. ເຊິ່ງເນື້ອໃນແລກປ໋ຽນມີ 7 ບັນຫາຄື: 1. ການກວດກາພັກໃນໄລຍະຜ່ານມາ ທາງຄະນະກວດກາສູນກາງພັກ ກໍຄືກົມກວດກາພັກ ໄດ້ກວດກາບັນຫາໃດເປັນຕົ້ນຕໍ (ການຈັດຕັ້ງພັກ, ຄະນະພັກ, ສະມາຊິກພັກ) ແລະ ການຈັດຕັ້ງປະຕິບັດຕົວຈິງໄດ້ເຮັດຄືແນວໃດ; 2. ການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຜົນຂອງການກວດກາ ຕໍ່ກັບວຽກພັກ ແມ່ນໄດ້ປະຕິບັດຄືແນວໃດ ຫຼື ວຽກງານດັ່ງກ່າວແມ່ນນໍາໃຊ້ສະເພາະແຕ່ວຽກລັດ; 3. ການຕິດຕາມ, ກວດກາຕົວຈິງ ບັນດາຄໍາເຫັນສົ່ງຂ່າວຕໍ່ຄະນະພັກ, ກົມກວດກາພັກ ໄດ້ມີການຕິດຕາມຄືແນວໃດ?. ໂດຍສະເພາະໃນໄລຍະດໍາເນີນຊີວິດການເມືອງທ້າຍສະໄໝຂອງແຕ່ລະຮາກຖານພັກ ເພື່ອໃຫ້ໄດ້ຂໍ້ມູນທີ່ຖືກຕ້ອງ ແລະ ຊັດເຈນ; 4. ໄລຍະຜ່ານມາ ຕາມການຕິດຕາມຂອງກົມກວດກາພັກ ການຈັດຕັ້ງປະຕິບັດຕົວຈິງຢູ່ບັນດາແຂວງຕ່າງໆ ກ່ຽວກັບສິດຕົກລົງວິໄນຂັ້ນກ່າວເຕືອນ ໄດ້ມີການຈັດຕັ້ງປະຕິບັດຄືແນວໃດ?, ແຂວງໃດແດ່ທີ່ ໄດ້ເຄື່ອນໄຫວ ແລະ ພົ້ນເດັ່ນ ກ່ຽວກັບການລົງວິໄນຕໍ່ແຕ່ລະເປົ້າໝາຍຕ່າງໆ ທີ່ລະເມີດກົດລະບຽບພັກ, ກົດໝາຍຂອງລັດ ນອກຈາກກົດລະບຽບຂອງພັກແລ້ວ ກົມກວດກາພັກ ຍັງມີນິຕິກຳອັນໃດທີ່ເປັນບ່ອນອີງໃນການຕີລາຄາກໍຄືການໄຈ້ແຍກຄວາມຜິດຂອງຜູ້ກ່ຽວ; 5. ການປະສານສົມທົບລະຫວ່າງຄະນະກວດກາສູນກາງພັກ ແລະ ຄະນະຈັດຕັ້ງສູນກາງພັກ ໄດ້ມີການປະສານ ແລະ ແລກປ່ຽນບົດຮຽນຄືແນວໃດ?, ບັນດາໜ້າວຽກທີ່ໄດ້ແລກປ່ຽນ ກັນມີຫຍັງແດ່ ແລະ ທິດທາງໃນຕໍ່ໜ້າມີຄືແນວໃດ; 6. ວຽກງານຕິດຕາມ, ກວດກາການເງິນຂອງພັກ ໄດ້ຈັດຕັ້ງປະຕິບັດຄືແນວໃດ?, ເພື່ອເຮັດໃຫ້ການສະຫຼຸບຖືກຕ້ອງ ແລະ ຊັດເຈນ; 7. ການຕິດຕາມການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ມີການຈັດຕັ້ງປະຕິບັດ ຄືແນວໃດ?.

ຈາກນັ້ນ, ທ່ານ ອ໋ອດສຸລິເດດ ໄຊສີທອນ ກໍ່ໄດ້ລາຍງານ ແລະ ຕອບບັນຫາທີ່ທາງຄະນະກວດກາແຂວງເຊກອງສົນໃຈ, ພ້ອມທັງໄດ້ມີຄໍາເຫັນແລກປ່ຽນເຊິ່ງກັນ ແລະ ກັນ ຕໍ່ກັບການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາຢ່າງກົງໄປກົງມາ ອັນໄດ້ເຮັດໃຫ້ຄະນະທັງສ່ອງຝ່າຍກໍາໄດ້ມີບົດຮຽນເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງຂອງຕົນໃຫ້ມີປະສິດທິຜົນສູງກ່ວາເກົ່າ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)