20/09/2024
ໃນວັນທີ 13 ກັນຍາ ປີ 2024, ທີ່ຫ້ອງປະຊຸມຄະນະກວດກາພັກແຂວງສາລະວັນ ໄດ້ມີພິທີມອບ-ຮັບຫນ້າທີ່ ປະທານຄະນະກວດກາພັກ-ປະທານອົງການກວດກາລັດ ແຂວງສາລະວັນ ຜູ້ເກົ່າ ແລະ ຜູ້ໃໝ່, ຕິດພັນກັບການປະກາດປະທານ-ຮອງປະທານຄະນະກວດກາພັກ-ອົງການກວດກາລັດແຂວງ ເຂົ້າຮັບອຸດໜູນບໍານານ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆສາລະວັນ; ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວຫນ້າ-ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ, ປະທານ-ຮອງປະທານຄະນະກວດກາພັກ 8 ເມືອງ ແລະ ພະນັກງານລັດຖະກອນພາຍໃນຄະນະກວດກາພັກ-ອົງການກວດກາລັດແຂວງເຂົ້າຮ່ວມ.
ໃນພິທີ ທ່ານ ວິຊຽນ ນະວິກຸນ ອາດີດກໍາມະການປະຈໍາພັກ ປະທານຄະນະກວດກາພັກແຂວງ (ຜູ້ເກົ່າ) ໄດ້ຜ່ານບົດລາຍງານການເຄື່ອນໄຫວວຽກງານຂອງຕົນເອງ ຕະຫຼອດໄລຍະທີ່ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນເຖິງການນໍາພາ-ຊີ້ນໍາ ໃນແຕ່ລະໄລຍະນັບແຕ່ເຂົ້າການປະຕິວັດ, ເຂົ້າສັງກັດລັດຈົນເຖິງປັດຈຸບັນ. ໂດຍຕິດພັນກັບການລາຍງານສະພາບການການເຄື່ອນໄຫວວຽກງານຮອບດ້ານ ໃນຊ່ວງທີ່ດໍາລົງຕໍາແໜ່ງເປັນປະທານຄະນະກວດກາພັກ-ລັດແຂວງ ເຊິ່ງຍາມໃດກໍ່ຖືສໍາຄັນຕໍ່ວຽກງານດັ່ງກ່າວ ແລະ ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນຕະຫຼອດໄລຍະການເຄື່ອນໄຫວນໍາພາ-ຊີ້ນຳຂົງເຂດວຽດກງານກວດກາຜ່ານມາ ເຫັນວ່າມີຜົນສໍາເລັດອັນພົ້ນເດັ່ນຫຼາຍດ້ານ. ພ້ອມດຽວກັນນັ້ນ ກໍ່ໄດ້ກ່າວລາໜ້າທີ່ ແລະ ມອບໃຫ້ທ່ານ ສົມສັກ ທົງຄໍາຫານ ກໍາມະການພັກແຂວງ ອາດີດເລຂາພັກ-ເຈົ້າເມືອງໆເລົ່າງາມ ສືບຕໍ່ຮັບໜ້າທີ່ເປັນປະທານຄະນະກວດກາພັກ-ປະທານອົງການກວດກາລັດແຂວງ (ຜູ້ໃໝ່). ຈາກນັ້ນ, ທ່ານ ເວີນມະນີ ມຸ່ງສີວົງສາ ກຳມະການພັກແຂວງ ຫົວໜ້າພະແນກພາຍໃນແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 225/ຄລສພ, ລົງວັນທີ 28 ສິງຫາ 2024 ວ່າດ້ວຍ: ການອະນຸມັດໃຫ້ ທ່ານ ວິຊຽນ ນະວິກຸນ ປະທານຄະນະກວດກາພັກແຂວງສາລະວັນ ອອກພັກການຮັບອຸດໜູນບໍານານ ແລະ ຂໍ້ຕົກລົງຂອງເຈົ້າແຂວງສາລະວັນ ສະບັບເລກທີ 710/ຈຂ ລົງວັນທີ 30 ກໍລະກົດ 2024 ວ່າດ້ວຍ: ການອະນຸມັດໃຫ້ ທ່ານ ເລີດສະໜີ ຈັນສີຍະວົງ ຮອງປະທານຄະນະກວດກາພັກ ແຂວງສາລະວັນ ອອກພັກການຮັບອຸດໜູນບໍານານ; ພ້ອມນີ້ຍັງໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 878/ຄຈພຂ ລົງວັນທີ 10 ກັນຍາ 2024 ວ່າດ້ວຍ: ການແຕ່ງຕັ້ງ ທ່ານ ສົມສັກ ທົງຄໍາຫານ ອາດີດເຈົ້າເມືອງໆເລົ່າງາມ ເປັນປະທານຄະນະກວດກາພັກ-ປະທານອົງການກວດກາລັດແຂວງສາລະວັນ ຜູ້ໃໝ່. ນອກຈາກນີ້, ຍັງໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ທ່ານ ວິຊຽນ ນະວິກຸນ ປະທານຄະນະກວດກາພັກແຂວງ (ຜູ້ເກົ່າ) ກັບ ທ່ານ ສົມສັກ ທົງຄໍາຫານ ກໍາມະການພັກແຂວງ ປະທານຄະນະກວດກາພັກແຂວງ (ຜູ້ໃໝ່). ໂດຍຊ້ອງໜ້າການນໍາຂອງແຂວງ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງ.