ທ່ານ ປອ ຄຳພັນ ພົມມະທັດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫຼວງນ້ຳທາ
24/08/2024

ໃນຕອນເຊົ້າຂອງວັນທີ 22 ສິງຫາ 2024, ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາ, ໂດຍໃຫ້ການຕ້ອນຮັບຈາກທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຫຼວງນໍ້າທາ ພ້ອມດ້ວຍຄະນະ.



ພາຍຫຼັງທີ່ໄດ້ຮັບຟັງການລາຍງານຈາກຄະນະນໍາແຂວງຫຼວງນໍ້າທາ, ທ່ານ ປອ ຄຳພັນ ພົມມະທັດ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກ, ຄະນະນຳຂອງແຂວງທີ່ໄດ້ພ້ອມກັນເອົາໃຈໃສ່ນຳພາ-ຊີ້ນຳວຽກງານໃນແຕ່ລະດ້ານ, ພ້ອມມີບາງຄຳເຫັນຊີ້ນຳເປັນຕົ້ນແມ່ນໄດ້ຍົກໃຫ້ເຫັນສະພາບການໂດຍລວມຂອງບັນດາປະເທດໃນພາກພື້ນສາກົນ ທີ່ສົ່ງຜົນກະທົບເຖິງ ສະພາບເສດຖະກິດ-ສັງຄົມປະເທດເຮົາ, ສະພາບເງິນເຟີ້, ອັດຕາແລກປ່ຽນ, ໂຄງການລົງທຶນຕ່າງໆ ລວມທັງຂົງເຂດກະສິກຳ ແລະ ເນັ້ນໃຫ້ຄະນະພັກ-ຄະນະນຳຕ້ອງກຳແໜ້ນຄວາມຮັບຜິດຊອບຕໍ່ໜ້າການເມືອງສູງ, ເລັງໃສ່ແກ້ໄຂບັນຫາຕົວຈິງ ໂດຍຕິດພັນກັບມະຕິກ່ຽວກັບການຜັນຂະຫຍາຍເຂົ້າສູ່ງລວງເລິກ, ການພັດທະນາເສດຖະກິດສັງຄົມເປັນເຈົ້າຕົນເອງ. ເອົາໃຈໃສ່ສືບຕໍ່ຕິດຕາມ ການເຜີຍແຜ່ເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ຄຳແນະນຳຕ່າງໆທີ່ສຳຄັນຂອງຊາດ. ວຽກງານການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ໃຫ້ລົງເລິກກວດເບິ່ງບຸກຄົນທີ່ມີຄວາມຮູ້ຄວາມສາມາດ, ມີຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ມີຄວາມເສຍສະຫຼະ, ຜູ້ທີມີຄວາມກ້າຫານກ້າເຮັດກ້າຮັບຜິດຊອບ, ບໍ່ຫວັງຜົນປະໂຫຍດສ່ວນຕົວ ເພື່ອສ້າງການຫັນປ່ຽນຢ່າງເລິກເຊິ່ງໃຫ້ແກ່ກອງປະຊູມໃຫຍ່ຂອງພັກ.
ຕອນບ່າຍຂອງມື້ດຽວກັນນີ້ທ່ານ ປອ ຄຳພັນ ພົມມະທັດ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ຄະນະຕິດຕາມ ຍັງໄດ້ລົງຢ້ຽມຢາມຂົງເຂດການຜະລິດເຂົ້ານາປີ, ໂຮງງານຢາງພາລາຢູນານ ແລະ ໂຄງການພັດທະນາແຫຼ່ງທ່ອງທ່ຽວຕາດນ້ຳດີ.
ພາບ-ຂ່າວ: ສະໝິງທອງ ເຄນສະບັບ