ພິທີປະກາດ ການແຕ່ງຕັ້ງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຫຼວງພະບາງ

19/07/2024

ພິທີປະກາດ ການແຕ່ງຕັ້ງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຫຼວງພະບາງ

ຕອນເຊົ້າວັນທີ 18 ກໍລະກົດ 2024 ແຂວງຫຼວງພະບາງໄດ້ຈັດພິທີປະກາດ ການແຕ່ງຕັ້ງ ສະຫາຍ ປອ ບຸນເຫຼືອ ສິນໄຊວໍຣະວົງ ເປັນຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຫຼວງພະບາງ ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ສະໂມສອນຫ້ອງວ່າການແຂວງຫຼວງພະບາງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ​ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຫຼວງພະບາງ, ສະຫາຍ ທອງຈັນ ໂຂງພູມຄໍາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການທະນາຄານແຫ່ງ ສ ປປ ລາວ, ພ້ອມດ້ວຍບັນດາສະຫາຍ ຄະນະປະຈໍາພັກແຂວງ, ຄະນະບໍລິຫານງານພັກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

​ໃນພິທີສະຫາຍ ທອງຈັນ ໂຂງພູມຄໍາ ໄດ້ຜ່ານຄຳສັ່ງ ຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍ ພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ສະບັບເລກທີ 152/ຄລສພ, ລົງວັນທີ 2 ກໍລະກົດ 2024; ລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການຍົກຍ້າຍສະມາຊິກລັດຖະບານ 103/ປປທ, ລົງວັນທີ 5 ກໍລະກົດ 2024; ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງເລຂາພັກແຂວງຫຼວງພະບາງ ເລກທີ 153/ຄລສພ, ລົງວັນທີ2 ກໍລະກົດ 2024 ຈາກນັ້ນ ສະຫາຍ ຄໍາຂັນ ຈັນທະວີສຸກ ກໍ່ໄດ້ໃຫ້ກຽດມອບຂໍ້ຕົກລົງ ເລກທີ 96/ຫຼບ, ລົງວັນທີ 17 ກໍລະກົດ 2024 ວ່າດ້ວຍການແຕ່ງຕັ້ງຮອງເຈົ້າແຂວງ ຫຼວງພະບາງ ໃຫ້ແກ່ສະຫາຍ ປອ ບຸນເຫຼືອ ສິນໄຊວໍຣະວົງ.

ໂອກາດນີ້ ສະຫາຍ ປອ ຄຳພັນ ພົມມະທັດ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ຊຶ່ງໄດ້ມີຄຳເຫັນຊີ້ນຳໃຫ້​ບັນດາ​ສະຫາຍ​ ການ​ນຳ​ທຸກ​ຂັ້ນຂອງ​ແຂວງ ​ເປັນ​ເອກະ​ພາບ​ນຳ​ສູນກາງ ຕໍ່ກັບ​ການ​ສັບຊ້ອນເພີ່ມເຕີມ​ພະນັກງານ​ການ​ນຳ​ຂັ້ນ​ສູງ​ໃຫ້ແຂວງຄັ້ງນີ້, ​ຄຽງຄູ່ກັບການເອົາໃຈໃສ່ນຳພາ​ແນວ​ຄິດ​ ຂອງ​ພະນັກງານ-ສະມາຊິກ​ພັກ ຢູ່​ແຕ່​ລະ​ພະ​ແນ​ກການຂອງແຂວງ, ຂອງເມືອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ທົ່ວ​ແຂວງ​ໃຫ້​ເຂົ້າ​ໃຈ ​ແລະ ຮັບ​ຮູ້​ຢ່າງ​ທົ່ວ​ເຖິງ​ຖືກຕ້ອງ; ເພີ່ມທະວີຄວາມ​ສາມັກຄີ​ພາຍ​ໃນຄະນະ​ພັກ, ຄະນະ​ປະຈຳ​ພັກ​​ແຂວງໃຫ້​ມີ​ຄວາມ​ໜັກ​ແໜ້ນ, ມີ​ຄວາມ​ເປັນ​ເອກະ​ພາບ​ສູງ, ສືບ​ຕໍ່​ເປັນ​ຫຼັກ​ແຫຼ່ງ, ​ເປັນ​ຄັນ​ທຸງໃນ​ການ​ເຕົ້າ​ໂຮມ​ ແລະ ເສີມຂະຫຍາຍມູນເຊື້ອຄວາມ​ສາມັກຄີ​ ໃນ​ຖັນ​​ແຖວ​ພະນັກງານ-ສະມາຊິກ​ພັກ ແລະ ປະຊາຊົນ​ບັນດາ​ເຜົ່າ, ລະດົມທຸກກໍາລັງແຮງ ເພື່ອ​​ພ້ອມ​ກັນສູ້ຊົນປະຕິບັດບັນດາຄາດໝາຍໃນການ​ພັດທະນາ​ສ້າງສາ​ແຂວງ​ຫຼວງພະບາງໃຫ້ສໍາເລັດຜົນຈົບງາມ, ນໍາແຂວງຫຼວງພະບາງກ້າວຂຶ້ນສູ່ບາດກ້າວໃໝ່; ເປັນເຈົ້າການນໍາພາ-​ຊີ້​ນຳ​ການ​ກະກຽມ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ ຂອງພັກ ໂດຍສະ ເພາະແມ່ນການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ, ຄະນະພັກຮາກຖານອ້ອມຂ້າງແຂວງ ​ໃຫ້​ຮັບປະກັນ​ຕາມ​ຄຳ​ສັ່ງ ​ຂອງ​ຄະນະ​ເລ​ຂາ​ທິການ​ສູນ​ກາງ​ພັກ ເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023; ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023 ແລະ ຄໍາແນະນໍາ ຂອງຄະນະກວດກາສູນກາງພັກ ເລກທີ 285/ຄກສພ, ລົງວັນທີ 15 ກັນຍາ 2023 ເພື່ອສ້າງບາດລ້ຽວໃໝ່ໃນການປັບປຸງ ແລະ ຍົກລະດັບຄຸນນະພາບຂອງການຈັດຕັ້ງພັກ ແລະ ທົ່ວລະບົບການເມືອງສູ່ລະດັບໃໝ່ຢ່າງແທ້ຈິງ; ສືບຕໍ່ເພີ່ມທະວີນໍາພາ-ຊີ້ນໍາວຽກງານກວດກາ, ກວດສອບໃຫ້ແທດເຖິງກວ່າເກົ່າ, ສຸມ.ໃສ່ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນຖັນແຖວກົງຈັກການຈັດຕັ້ງຂອງພັກ-ລັດ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຮັບປະກັນການຈັດຕັ້ງປະຕິບັດກົດລະບຽບພັກ ແລະ ກົດໝາຍຂອງລັດຢ່າງຖືກຕ້ອງ, ເຂັ້ມງວດ; ໃນນັ້ນ ຕ້ອງເພີ່ມການນໍາພາ-ຊີ້ນໍາຕິດຕາມ, ກວດກາບັນດາໂຄງການລົງທຶນຂອງລັດ ແລະ ເອກະຊົນໃຫ້ເຂັ້ມງວດກວ່າເກົ່າ ເປັນຕົ້ນ: ແມ່ນການສໍາປະທານຂຸດຄົ້ນແຮ່ທາດ ແລະໂຄງການພັດທະນາອື່ນໆ ເພື່ອຮັບປະກັນຜົນປະໂຫຍດ ລວມຂອງຊາດ, ພ້ອມນັ້ນ ກໍ່ສຸມໃສ່ກວດກາຄວາມຮັບຜິດຊອບການເມືອງຂອງຜູ້ນໍາພາ-ຄຸ້ມຄອງແຕ່ລະຂັ້ນ ແລະ ມີມາດຕະການແກ້ໄຂຜູ້ລະເມີດລະບຽບກົດໝາຍໂດຍກົງ ຫຼື ຜູ້ປ່ອຍປະລະເຫຼີງຕໍ່ການລະເມີດຢ່າງເດັດຂາດ, ຈິງຈັງ; ການປັບປຸງພາຍໃນການຈັດຕັ້ງພັກ ແລະ ລະບົບການເມືອງແຕ່ລະຂັ້ນ, ສະເໜີບັນດາສະ ຫາຍ ຕ້ອງເອົາການເຊີດຊູຄວາມຮັບຜິດຊອບ, ຍົກສູງສະຕິຕໍ່ລະບຽບວິໄນ ແລະ ຕີຖອຍບັນດາປະກົດການຫຍໍ້ທໍ້ໃຫ້ເຖິງທີ່ສຸດ, ໄປຄຽງຄູ່ກັບການປັບປຸງແບບແຜນວິທີເຮັດວຽກ, ວາງແຜນການແລ້ວໃຫ້ຊີ້ນໍາປະຕິບັດຢ່າງເປັນລະບົບຕໍ່ເນື່ອງ, ເຂັ້ມແຂງ, ເຮັດຮອດໃສກວດກາຮອດຫັ້ນ, ເຫັນການລະເມີດຢູ່ບ່ອນໃດໃຫ້ແກ້ໄຂເດັດຂາດທັນການໂລດ ບໍ່ປ່ອຍໃຫ້ຈຸດອ່ອນ ຫຼື ປະກົດການຫຍໍ້ທໍ້ຄຸມເຄືອ, ໃຫ້ຖືການຕິດຕາມ-ກວດກາ-ສະກັດກັ້ນ ແລະ ແກ້ໄຂການລະເມີດລະບຽບກົດໝາຍຂອງການຈັດຕັ້ງ ແລະ ພະນັກງານ ແມ່ນໜ້າທີ່, ຄວາມຮັບຜິດຊອບ ແລະ ບັນທັດຖານການຕີລາຄາຄວາມຮູ້, ຄວາມສາມາດ, ຄວາມຮັບຜິດຊອບ ແລະ ຄວາມຈົ່ງຮັກພັກດີ ຂອງພະນັກງານແຕ່ລະສະຫາຍ.​
ພາບ-ຂ່າວໂດຍ ຕູ່ນາ ເລົ່າຖາວອນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto