ອົງການກວດກາລັດແຂວງເຊກອງ ຈັດກອງປະຊຸມວຽກງານກວດກາລັດ ປະຈຳ6 ເດືອນຕົ້ນປີ 2024

18/07/2024

ອົງການກວດກາລັດແຂວງເຊກອງ ຈັດກອງປະຊຸມວຽກງານກວດກາລັດ ປະຈຳ6 ເດືອນຕົ້ນປີ 2024

ວັນທີ 03 ກໍລະກົດ 2024 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການແຂວງເຊກອງ ໄດ້ຈັດກອງປະຊຸມວຽກງານກວດກາລັດ ປະຈຳ 6 ເດືອນຕົ້ນປີ 2024 ພາຍໃຕ້ການເປັນປະທານ ຂອງ ທ່ານ ປະລິນຍາເອກ ສົມນິດ ສິລິບຸນລ້ຽງ ປະທານອົງການກວດກາລັດແຂວງ ມີຫົວໜ້າ, ຮອງຫົວໜ້າຂະແໜງກວດກາລັດ ແລະ ຜູ້ເຮັດວຽກງານກວດກາລັດ ບັນດາພະແນກການ, ອົງການອ້ອມຂ້າງແຂວງ ລວມທັງໝົດ 28 ທ່ານ, ຍິງ 11 ທ່ານ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ອ່ອນມະນີວັນ ຈັນດາວົງ ຮອງປະທານອົງການກວດກາລັດແຂວງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາລັດ ປະຈຳ 6 ເດືອນຕົ້ນປີ 2024, ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດໃນຫຼາຍດ້ານເປັນຕົ້ນ: ໄດ້ເອົາໃສ່ໃນການຕິດຕາມການແກ້ໄຂຜົນການກວດກາ ຜົນການກວດກາສອບ, ຕິດຕາມ ການຈັດຕັ້ງປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງບັນດາພະແນກການ, ອົງການອ້ອມຂ້າງແຂວງໄດ້ 2 ພະແນກການ, ແຈ້ງການໃຫ້ບັນດາຂະແໜງກວດກາລັດ ແລະ ຜູ້ທີ່ເຮັດວຽກງານກວດກາລັດ ສ່ອງແສງລາຍງານທຸກໆ 3 ເດືອນ ເພື່ອລາຍງານການເຄື່ອນໄຫວວຽກງານກວດກາລັດເປັນແຕ່ລະໄລຍະ, ພ້ອມທັງຈັດກອງປະຊຸມວຽກງານກວດກາລັດເປັນແຕ່ລະໄຕມາດ ເພື່ອປຶກສາຫາລື ແລະ ຖອດຖອນບົດຮຽນ. ນອກຈາກນີ້, ຍັງໄດ້ລົງຕິດຕາມ, ຊຸກຍູ້ວຽກງານກວດກາລັດຢູ່ 4 ຕົວເມືອງ ສຳເລັດແລ້ວ 2 ຕົວເມືອງ, ລົງກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ່ໄດ້ 3 ໂຄງການ. ຫຼັງຈາກນັ້ນໃນກອງປະຊຸມຍັງໄດ້ເຜີຍແຜ່ນິຕິກຳທີ່ຕິດພັນກັບວຽກງານລັດຢູ່ 2 ເອກກະສານຄື: 1. ຂໍ້ກຳນົດຂອງຄະນະເລຂາທິການໃຫ່ຍສູນກາງພັກ ສະບັບເລກທີ 01/ຄລສພ, ລົງວັນທີ 30 ກັນຍາ 2020 ວ່າດ້ວຍລະບຽບການຕິດຕາມ, ກວດກາ ຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ບັນດາອົງການອຳນາດລັດ; 2. ດໍາລັດຂອງລັດຖະບານ ສະບັບເລກທີ 349/ລບ, ລົງວັນທີ 13 ພະຈິກ 2023 ວ່າດ້ວຍນະໂຍບາຍ ຕໍ່ຜູ້ມີຜົນງານຕ້ານ ແລະ ສະກັດກັ້ນ ການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບງົບປະມານແຫ່ງລັດ ເພື່ອເຮັດໃຫ້ຜູ້ທີ່ເຮັດວຽກງານກວດກາລັດ ບັນດາພະແນກການ, ອົງການອ້ອມຂ້າງແຂວງ ຮັບຮູ້ ແລະ ເຂົ້າໃຈ ກຳໄດ້ເນື້ອໃນ, ວິທີການ ແລະ ຂັ້ນຕອນການຕິດຕາມ, ກວດກາ, ການຕ້ານ ແລະ ສະກັດກັ້ນການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບງົບປະມານແຫ່ງລັດ.

ໃນຕອນທ້າຍກອງປະຊຸມ ທ່ານ ປະລິນຍາເອກ ສົມນິດ ສິລິບຸນລ້ຽງ ຍັງໄດ້ມີຄຳເຫັນໂອ້ລົມເນັ້ນໜັກໃຫ້ພະນັກງານ-ລັດຖະກອນທີ່ເຮັດວຽກງານກວດກາຂອງບັນດາພະແນກການ, ອົງການອ້ອມຂ້າງແຂວງ ຕ້ອງໄດ້ປັບປຸງກົນໄກແບບແຜນວິທີເຮັດວຽກຂອງຕົນ ໃຫ້ແທດເໝາະກັບສະພາບເງື່ອນໄຂໃນປັດຈຸບັນຄືນໃໝ່, ເພີ່ມເນື້ອໃນ, ຮູບການກວດກາໃຫ້ຫຼາກຫຼາຍຂຶ້ນ, ສຸມໃສ່ກວດກາພາຍໃນການຈັດຕັ້ງຂອງຕົນເປັນຕົ້ນຕໍ, ເຮັດເປັນປົກກະຕິ-ຕໍ່ເນື່ອງ ແລະ ເອົາໃຈໃສ່ກວດກາຕາມສາຍຕັ້ງເປັນສຳຄັນ, ຕິດຕາມ, ກວດກາການບໍລິຫານລັດຕາມພາລະບົດບາດ ເພື່ອຮັບປະ ກັນການແກ້ໄຂບັນຫາໄດ້ຢ່າງທັນການ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ກາຍ ເປັນກຳລັງແຮງສຳຄັນຂອງຄະນະພັກ, ຄະນະນຳ, ຂະແໜງການຂອງຕົນ ພ້ອມກັນຍາດໄດ້ຜົນສຳເລັດໃຫ້ຍິ່ງໃຫຍ່ກວ່າເກົ່າ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto