ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍສະຫະພັນແມ່ຍິງ ກົມກວດກາພັກ

17/07/2024

ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍສະຫະພັນແມ່ຍິງ ກົມກວດກາພັກ

ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍສະຫະພັນແມ່ຍິງ ກົມກວດກາພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 12 ກໍລະກົດ 2024 ນີ້, ທີ່ສະໂມສອນຄະນະກວດກາສູນກາງພັກ ໂດຍການເປັນປະທານຂອງທ່ານ ນາງ ພອນວິໄລ ແກ້ວມະນີ ຮອງຫົວໜ້າພະແນກ, ຫົວໜ້າໜ່ວຍສະຫະພັນແມ່ຍິງກົມກວດກາພັກ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ບຸນອ້ອມ ອຸ່ນມະໂນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ທ່ານ ແສງທອງ ຊາວພູວົງ ຮອງຫົວໜ້າກົມກວດກາພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີຮອງປະທານສະຫະພັນແມ່ຍິງ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນຂອງກົມ, ຄະນະໜ່ວຍສະຫະພັນແມ່ຍິງບັນດາກົມ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍເຂົ້າຮ່ວມ.

ໃນກອງປະຊຸມໃນຄັ້ງນີ້ ຄະນະໜ່ວຍໄດ້ຜ່ານຮ່າງລາຍງານການເມືອງ ໃນໄລຍະ 5 ປີ 2020-2024 ຂອງ ໜ່ວຍສະຫະພັນແມ່ຍິງກົມກວດກາພັກ; ທິດທາງແຜນການໃນຕໍ່ໜ້າ ແລະ ຜ່ານຮ່າງບົດສໍາຫຼວດນໍາພາລວມຂອງຄະນະໜ່ວຍແມ່ຍິງໃນໄລຍະ 5 ປີ ຜ່ານມາ ເຫັນວ່າມີຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ ຄະນະໜ່ວຍໄດ້ນໍາພາ-ຊີ້ນໍາສະມາຊິກພາຍໃນໜ່ວຍເຂົ້າຮ່ວມຂະບວນການເຄື່ອນໄຫວຂອງສະຫະພັນແມ່ຍິງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຕິດຕາມ, ຊຸກຍູ້ເຂົ້າຮ່ວມການຄົ້ນຄວ້າເຊື່ອມຊຶມເອກະສານສໍາຄັນ, ມູນເຊື້ອຂອງພັກ, ຂອງຊາດ ແລະ ປະຕິບັດວຽກງານວິຊາສະເພາະຕິດພັນກັບການປະຕິບັດວຽກງານ 3 ດີ ແລະ ຂໍ້ແຂ່ງຂັນຮັກຊາດ-ພັດທະນາ ຢ່າງເປັນຂະບວນຟົດຟື້ນ. ຈາກນັ້ນ, ກອງປະຊຸມໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍສະຫະພັນແມ່ຍິງກົມກວດກາພັກຊຸດໃໝ່ ຕາມກົດລະບຽບຂອງແມຍິງລາວ, ເຊິ່ງກອງປະຊຸມຄັ້ງນີ້ ໄດ້ມີຜູ້ລົງສະໝັກຮັບເລືອກຕັ້ງ 5 ທ່ານ, ເລືອກເອົາ 4 ທ່ານ, ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນກັນເລືອກ ເອົາທ່ານ ນາງ ປະພາພອນ ໝັ້ນວິໄລສັກ ເປັນຫົວໜ້າໜ່ວຍສະຫະພັນແມ່ຍິງ ຊີ້ນໍາລວມ, ທ່ານ ນາງ ກ້າໄຊ ໄຊລືຢ່າງ ເປັນຮອງຫົວໜ້າໜ່ວຍ ຮັບຜິດຊອບວຽກງານກວດກາ, ທ່ານ ນາງ ສົມສີ ສິດທິວົງ ເປັນຮອງຫົວໜ້າໜ່ວຍ ຮັບຜິດຊອບວຽກງານ 3 ດີ ແລະ ທ່ານ ນາງ ມາລາວັນ ໂຂງພູມຄໍາ ເປັນຄະນະ.

ຕອນທ້າຍກອງປະຊຸມ, ທ່ານ ແສງທອງ ຊາວພູວົງ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະໜ່ວຍສະຫະພັນແມ່ຍິງກົມກວດກາພັກຊຸດເກົ່າ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງຂອງໜ່ວຍ ທີ່ຍາດໄດ້ຜົນສໍາເລັດໃນຫຼາຍດ້ານໃນໄລຍະຜ່ານມາ ພ້ອມນີ້ຍັງໄດ້ເນັ້ນໝັກໃຫ້ ຄະນະໜ່ວຍສະຫະພັນແມ່ຍິງກົມກວດກາພັກຊຸດໃໝ່ ກໍຄືສະມາຊິກແມ່ຍິງພາຍໃນໜ່ວຍ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍບົດຮຽນດ້ານດີທີ່ຕັ້ງໜ້າ, ປັບປຸງແກ້ໄຂບາງດ້ານທີ່ຍັງຄົງຄ້າງ ພ້ອມທັງເປັນເຈົ້າການເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກແມ່ຍິງ ຕິດພັນກັບການປະຕິບັດກົດລະບຽບຂອງພັກ, ກົດລະບຽບຂອງແມ່ຍິງລາວ, ກົດໝາຍ ແລະ ບຽບການຕ່າງໆ; ຄົ້ນຄວ້າ, ເຊື່ອມຊຶມກໍາແໜ້ນບັນດາແນວທາງນະໂຍບາຍຂອງພັກ, ນິຕິກໍາຕ່າງໆ ໂດຍສະເພາະໃນຂົງເຂດວຽກງານກວດກາ; ເພີ່ມທະວີການຊອກຮູ້ຮໍ່າຮຽນ, ບໍາລຸງກໍ່ສ້າງຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ເພື່ອສ້າງໃຫ້ເປັນພະນັກງານທີ່ດີເດັ່ນຂອງກົມ ກໍຄືອົງການ, ຮັກສາໄດ້ຄວາມສາມັກຄີພາຍໃນ, ຈໍາແນກໄດ້ມິດ-ສັດຕູຈະແຈ້ງ; ເປັນເຈົ້າການໃນການປະຕິບັດວຽກງານວິຊາສະເພາະຕາມພາລະບົດບາດ ຕິດພັນກັບການປະຕິບັດວຽກງານ 3 ດີຢ່າງເປັນປົກກະຕິ ເພື່ອປະກອບສ່ວນເຂົ້າໃນການພັດທະນາການຈັດຕັ້ງ, ຄອບຄົວ ແລະ ປະເທດຊາດ.
ຂ່າວ: ຄໍາຫວັນ ຈັນທະວົງ ຄະນະກວດກາສູນກາງພັກ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto