16/07/2024

ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງພັກໂຄເມໂຕະ ຍີ່ປຸນ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-13 ກໍລະກົດ 2024 ນີ້, ພະນະທ່ານ ນັດສຶໂອະ ຢາມາກູຈິ ປະທານພັກໂຄເມໂຕະ, ສະມາຊິກສະພາສູງຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍ ກັບ ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ທີ່ຫ້ອງປະຊຸມ ຫ້ອງວ່າການສູນກາງພັກ (ຫຼັກ6).
ໃນໂອກາດພົບປະກັນຄັ້ງນີ້, ທ່ານ ປອ ຄໍາພັນ ພົມມະທັດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມລາວຂອງຄະນະຜູ້ແທນຂັ້ນສູງພັກໂຄເມໂຕະ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກໂຄເມໂຕະ ກໍຄືການພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ ລາວ-ຢີ່ປຸ່ນ ແລະ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຍິ່ງໆຂຶ້ນ. ພ້ອມນີ້ຍັງສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການເຄື່ອນໄຫວວຽກງານຕ່າງໆຂອງພັກໂຄເມໂຕະໃນໄລຍະຜ່ານມາ ພ້ອມທັງລາຍງານສະພາບການພົ້ນເດັ່ນຂອງພັກປະຊາຊົນປະຕິວັດລາວ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ທິດທາງວຽກງານຈຸດສຸມໃນຕໍ່ໜ້າ.