ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍສະຫະພັນແມ່ຍິງ ຫ້ອງການ

15/07/2024

ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍສະຫະພັນແມ່ຍິງ ຫ້ອງການ

ໃນຕອນເຊົ້າ ວັນທີ 11 ກໍລະກົດ 2024 ນີ້, ທີ່ສະໂມສອນຄະນະກວດກາສູນກາງພັກ ໜ່ວຍສະຫະພັນແມ່ຍິງຫ້ອງການ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ໄດ້ເປີດກອງປະຊຸມໃຫຍ່ໜ່ວຍສະຫະພັນແມ່ຍິງຄັ້ງທີ I ຂອງຕົນຂຶ້ນ, ໂດຍການເປັນປະທານຂອງທ່ານ ນາງ ສົມຮັກ ເລືອງຄໍາມາ ຮອງຫົວໜ້າພະແນກ, ຫົວໜ້າໜ່ວຍສະຫະພັນແມ່ຍິງຫ້ອງການ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ບຸນອ້ອມ ອຸ່ນມະໂນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ທ່ານ ອາລິສັກ ພົມປິດາ ກໍາມະການຄະນະພັກ ຄະນະກວດກາສູນກາງພັກ, ເລຂາໜ່ວຍພັກຫ້ອງການ, ມີຮອງປະທານສະຫະພັນແມ່ຍິງ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນຂອງຫ້ອງການ, ຄະນະໜ່ວຍສະຫະພັນແມ່ຍິງບັນດາກົມ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍສະຫະພັນແມ່ຍິງຫ້ອງການເຂົ້າຮ່ວມ.

ໃນກອງປະຊຸມໃນຄັ້ງນີ້ ຄະນະໜ່ວຍໄດ້ຜ່ານຮ່າງລາຍງານການເມືອງ ໃນໄລຍະ 5 ປີ 2020-2024 ຂອງ ໜ່ວຍສະຫະພັນແມ່ຍິງຫ້ອງການ; ທິດທາງແຜນການໃນຕໍ່ໜ້າ ແລະ ຜ່ານຮ່າງບົດສໍາຫຼວດນໍາພາລວມຂອງຄະນະໜ່ວຍແມ່ຍິງໃນໄລຍະ 5 ປີ ຜ່ານມາ ເຫັນວ່າມີຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ ຄະນະໜ່ວຍໄດ້ນໍາພາ-ຊີ້ນໍາສະມາຊິກພາຍໃນໜ່ວຍເຂົ້າຮ່ວມຂະບວນການເຄື່ອນໄຫວຂອງສະຫະພັນແມ່ຍິງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຕິດຕາມ, ຊຸກຍູ້ເຂົ້າຮ່ວມການຄົ້ນຄວ້າເຊື່ອມຊຶມເອກະສານສໍາຄັນ, ມູນເຊື້ອຂອງພັກ, ຂອງຊາດ ແລະ ປະຕິບັດວຽກງານວິຊາສະເພາະຕິດພັນກັບການປະຕິບັດວຽກງານ 3 ດີ ແລະ ຂໍ້ແຂ່ງຂັນຮັກຊາດ-ພັດທະນາ ຢ່າງເປັນຂະບວນຟົດຟື້ນ. ຈາກນັ້ນ, ກອງປະຊຸມໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊຸດໃໝ່ຕາມກົດລະບຽບຂອງແມຍິງລາວ, ເຊິ່ງກອງປະຊຸມຄັ້ງນີ້ ໄດ້ມີຜູ້ລົງສະໝັກຮັບເລືອກຕັ້ງ 5 ທ່ານ, ເລືອກເອົາ 4 ທ່ານ, ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນກັນເລືອກ ເອົາທ່ານ ນາງ ສຸກສາຄອນ ໝື່ນໄຊຍະພົມ ເປັນຫົວໜ້າໜ່ວຍສະຫະພັນແມ່ຍິງ ຊີ້ນໍາລວມ, ທ່ານ ນາງ ສົມຮັກ ເລືອງຄໍາມາ ເປັນຮອງຫົວໜ້າໜ່ວຍ ຮັບຜິດຊອບວຽກງານກວດກາ, ທ່ານ ນາງ ມາລິສາ ວົງມະນີ ເປັນຮອງຫົວໜ້າໜ່ວຍ ຮັບຜິດຊອບວຽກງານ 3 ດີ ແລະ ທ່ານ ນາງ ອອນອານົງ ສຸດທິວົງ ເປັນຄະນະ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ອາລິສັກ ພົມປິດາ ຕາງໜ້າຄະນະປະທານກອງປະຊຸມ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະໜ່ວຍສະຫະພັນແມ່ຍິງຫ້ອງການຊຸດເກົ່າ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງຫ້ອງການ ທີ່ປະຕິບັດໜ້າທີ່ວຽກງານມີຜົນສໍາເລັດໃນຫຼາຍດ້ານໃນໄລຍະຜ່ານມາ ພ້ອມນີ້ຍັງໄດ້ຮ້ອງມາຍັງຄະນະໜ່ວຍສະຫະພັນແມ່ຍິງຊຸດໃໝ່ ກໍຄືສະມາຊິກແມ່ຍິງພາຍໃນໜ່ວຍ ໃຫ້ສືບຕໍ່ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ, ປັບປຸງແກ້ໄຂບາງດ້ານທີ່ຍັງຄົງຄ້າງ, ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກສະຫັນແມ່ຍິງ ຕິດພັນກັບການປະຕິບັດການປະຕິບັດກົດລະບຽບຂອງພັກ, ກົດລະບຽບຂອງແມ່ຍິງລາວ, ກົດໝາຍ ແລະ ບຽບການຕ່າງໆ; ເປັນເຈົ້າການເຊື່ອມຊຶມກໍາແໜ້ນບັນດາແນວທາງນະໂຍບາຍຂອງພັກ, ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບວຽກງານກວດກາ; ເພີ່ມທະວີການຊອກຮູ້ຮໍ່າຮຽນ, ບໍາລຸງກໍ່ສ້າງຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ເພື່ອສ້າງໃຫ້ເປັນພະນັກງານທີ່ດີເດັ່ນຂອງຫ້ອງການ ກໍຄືອົງການ, ຮັກສາໄດ້ຄວາມສາມັກຄີພາຍໃນ, ເປັນເຈົ້າການໃນການປະຕິບັດວຽກງານວິຊາສະເພາະຕາມພາລະບົດບາດ ຕິດພັນກັບການປະຕິບັດວຽກງານ 3 ດີໃຫ້ມີຜົນສໍາເລັດດ້ວຍປະສິດທິຜົນສູງກ່ວາເກົ່າ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto