ຄະນະກວດກາພັກ-ອົງການກວດກາລັດ ເມືອງສະໜາມໄຊ ຈັດພິທີເປີດຂະບວນການ ຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ

11/07/2024

ຄະນະກວດກາພັກ-ອົງການກວດກາລັດ ເມືອງສະໜາມໄຊ ຈັດພິທີເປີດຂະບວນການ ຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ

ໃນຕອນເຊົ້າ ວັນທີ 02 ກໍລະກົດ 2024 ນີ້, ຄະນະກວດກາພັກ-ອົງການກວດກາລັດ ເມືອງສະໜາມໄຊ ແຂວງ ອັດຕະປື ໄດ້ຈັດ ພິທີເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງຄະນະກວດກາຂຶ້ນ ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມ, ໂດຍການເປັນປະທານກອງປະຊຸມຂອງ ທ່ານ ຄຳໝັ້ນ ພົມມະແສງ ຮອງເລຂາພັກເມືອງ, ປະທານ ຄະນະກວດກາພັກ-ອົງການກວດກາລັດເມືອງ, ໂດຍມີຜູ້ຕາງໜ້າບັນດາຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານລັດຖະກອນ ພາຍໃນຫ້ອງການ ດັ່ງກ່າວເຂົ້າຮ່ວມ.

ການຈັດພິທີເປີດຂະບວນການຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ແມ່ນເພື່ອປະຕິບັດຕາມ ແຈ້ງການແນະນໍາ ຂອງປະທານຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາເມືອງ ສະບັບເລກທີ 786/ຄຊຂມ ລົງວັນທີ 18 ມິຖຸນາ 2024 ແລະ ພ້ອມກັນຈັບມືແຂ່ງຂັນກັນຈັດຕັ້ງປະຕິບັດວຽກງານວິຊາສະເພາະຕາມເນື້ອໃນຂໍ້ແຂ່ງຂັນ 03 ໜ້າທີ່, 12 ຂໍ້ປະຕິບັດ, ທັງເປັນການປຸກລະດົມກຳລັງແຮງຂອງພະນັກງານ-ລັດຖະກອນພາຍໃນຫ້ອງການຂອງຕົນ ໃຫ້ເຊີດຊູນ້ຳໃຈຮັກຊາດ, ເອກະພາບ, ເປັນເຈົ້າຕົນເອງ, ເສີມຂະຫຍາຍຄວາມດຸໝັ່ນ, ປະຢັດ, ຊື່ສັດ, ອົດທົນ, ປະດິດສ້າງ ແລະ ແຂ່ງຂັນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສູ້ຊົນປະຕິບັດບັນດາຄາດໝາຍມະຕິກອງປະ ຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກຕົນ, ແຜນການພັດທະນາວຽກງານກວດກາ ໄລຍະ 5 ປີ ຂອງຄະນະກວດກາພັກ-ອົງການກວດກາລັດເມືອງ ໃຫ້ປະກົດຜົນເປັນຈິງ, ເພື່ອເປັນບ່ອນອີງໃນການຄັດເລືອກຜົນງານບຸກຄົນ ແລະ ການຈັດຕັ້ງປະຈຳປີ 5 ປີ ເພື່ອນຳສະເໜີຂັ້ນເທິງພິຈາລະນາຍ້ອງຍໍ-ຊົມເຊີຍ. ໃນພິທີ ທ່ານ ໄກສິດ ສີລາເພັດ ຮອງປະທານ ຄະນະກວດກາພັກ-ອົງການກວດກາລັດເມືອງ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະພັດທະນາ, ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ແຜນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລະຍະ 5 ປີ ແຕ່ປີ 2021-2025 ຂອງຄະນະກວດກາພັກ-ອົງການກວດກາລັດເມືອງ, ພ້ອມດຽວກັນນີ້ ໃນພິທີດັ່ງກ່າວ ຄະນະປະທານ, ຫົວໜ້າໜ່ວຍງານ ພ້ອມດ້ວຍພະນັກງານວິຊາການ ໄດ້ຂຶ້ນຈັບມື ແລະ ລົງທະບຽນການແຂ່ງຂັນກັນພາຍໃນການຈັດຕັ້ງຂອງຕົນອີກດ້ວຍ.

ໂອກາດດຽວກັນນີ້້, ທ່ານ ຄໍາໝັ້ນ ພົມມະແສງ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ມີຄໍາເຫັນໂອ້ລົມຕໍ່ພິທີ, ເພື່ອໃຫ້ການເປີດພິທີໃນຄັ້ງນີ້ ມີຄວາມໜັກແໜ້ນຂຶ້ນຕື່ມ ໂດຍທ່ານໄດ້ເນັ້ນໜັກບາງເນື້ອໃນຄື: ສະມາຊິກພັກ,ພະນັກ ງານ-ລັດຖະກອນທັງໝົດ ຕ້ອງເຂົ້າໃຈຄວາມໝາຍຄວາມສໍາຄັນຂອງການເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະ ນາຢ່າງເລິກເຊິ່ງ, ພ້ອມກັນເຊື່ອມຊຶມ, ກໍາແໜ້ນບັນດາຈຸດປະສົງ, ລະດັບຄາດໝາຍ ແລະ ບັນດາເນື້ອໃນແຜນການ ເພື່ອຝຶກຝົນຫຼໍ່ຫຼອມນ້ຳໃຈຮັກຊາດ ແລະ ພັດທະນາຕົນເອງ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງຕົນຮັບຜິດ ຊອບໃຫ້ມີປະສິດທິຜົນສູງ, ທັງເປັນບ່ອນອີງ ໃນການດໍາເນີນຊີວິດການເມືອງພາຍໃນໜ່ວຍພັກ, ພາຍໃນການຈັດຕັ້ງ, ອົງການຈັດຕັ້ງມະຫາຊົນ. ພ້ອມນີ້ຕ້ອງໄດ້ມີການສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດແຜນການຂໍ້ແຂ່ງຂັນເປັນແຕ່ລະ 6 ເດືອນ ແລະ 1 ປີ ເພື່ອຄັດເລືອກໃຫ້ໄດ້ບຸກຄົນທີ່ມີຜົນງານດີເດັ່ນແທ້ ແລະ ປະເມີນຄືນບັນດາດ້ານດີ-ດ້ານຄົງຄ້າງ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າໃຫ້ມີການປ່ຽນແປງໃຫມ່ທີ່ດີຂຶ້ນ.
ພາບ-ຂ່າວໂດຍ ອະນຸພົງ ອະໄພວົງ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto