ກອງປະຊຸມຮຽບຮຽງເນື້ອໃນຮ່າງກົດໝາຍການຕ້ານການສໍ້ລາດບັງຫຼວງ(ສະບັບປັບປຸງ)

09/07/2024

ກອງປະຊຸມຮຽບຮຽງເນື້ອໃນຮ່າງກົດໝາຍການຕ້ານການສໍ້ລາດບັງຫຼວງ(ສະບັບປັບປຸງ)

ໃນລະຫວ່າງວັນທີ 8-9 ກໍລະກົດ 2024 ໄດ້ມີກອງປະຊຸມຮຽບຮຽງເນື້ອໃນຮ່າງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ເຊິ່ງໄດ້ຈັດຂຶ້ນທີ່ທ່າລາດ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ພູທອນ ວໍລະເພັດ ຮອງປະທານກຳມາທິການກົດໝາຍ, ທ່ານ ທັນຕາ ກອງຜາລີ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ, ມີທ່ານ ວິໄລວັນ ບຸດດາຄຳ ຮອງປະທານອົງການກວດກາແຫ່ງລັດ; ເຂົ້າຮ່ວມມີທ່ານຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ທ່ານຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ໃນກອງປະຊຸມທ່ານ ປອ. ພູທອນ ວໍລະເພັດ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ແລະ ໄດ້ມີບາງຄຳເຫັນວ່າ: ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າຄືນບັນດາຄຳເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ເລືອກເຟັ້ນເອົາຄໍາເຫັນທີ່ມີເຫດມີຜົນປັບປຸງໃສ່ກົດໝາຍ ແນໃສ່ເຮັດໃຫ້ເນື້ອໃນຂອງກົດໝາຍມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້; ເພື່ອຮັບປະກັນໃຫ້ບັນດາຄໍາເຫັນທີ່ ສສຊ ປະກອບໃສ່ກົດໝາຍສະບັບນີ້ ໄດ້ຮັບການຄົ້ນຄວ້າພິຈາລະນາຢ່າງຖີ່ຖ້ວນ ແລະ ເລິກເຊິ່ງນັ້ນ ຈຶ່ງຂໍສະເໜີໃຫ້ບັນດາທ່ານພ້ອມກັນຄົ້ນຄວ້າຕື່ມຕໍ່ບັນດາຄໍາເຫັນທີ່ສາມາດປັບປຸງໄດ້ ແລະ ບໍ່ສາມາດປັບປຸງໄດ້ນັ້ນ ຄະນະຮັບຜິດຊອບໄດ້ໃຫ້ເຫດຜົນພຽງພໍແລ້ວບໍ່ ຫຼື ຄວນຕ້ອງໄດ້ປັບປຸງຄືແນວໃດ ເພື່ອເຮັດໃຫ້ກົດໝາຍສະບັບນີ້ປະກາດໃຊ້ແລ້ວ ໄດ້ຮັບການຈັດ ຕັ້ງປະຕິບັດຢ່າງມີປະສິດທິຜົນ.

ຈາກນັ້ນກອງປະຊຸມໄດ້ຮັບຟັງການສະເໜີ ແລະ ຄົ້ນຄວ້າຄຳເຫັນຂອງ ສສຊ ຕາມການປະກອບຄໍາເຫັນໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2024 ຢູ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ຈຳນວນ 24 ທ່ານ ແລະ ປະກອບຄໍາເຫັນສົ່ງໃຫ້ກອງເລຂາ 8 ທ່ານ, ໃນນີ້ກວມເອົາ 36 ມາດຕາ 77 ເນື້ອໃນ; ຈາກນັ້ນ, ຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ກໍໄດ້ຈັດກອງປະຊຸມຄົ້ນຄວ້າພິຈາລະນາບັນດາຄໍາເຫັນຂອງ ສສຊ ໃນຄັ້ງວັນທີ 20 ມິຖຸນາ 2024 ສາມາດປັບປຸງ 14 ມາດຕາ ກວມເອົາ 21 ເນື້ອໃນ, ສະເໜີຮັກສາໄວ້ຄືເກົ່າ 22 ມາດຕາ ກວມເອົາ 56 ເນື້ອໃນ ແລະ ໄດ້ລາຍງານຄືນຜົນການປັບປຸງຕໍ່ກອງປະຊຸມພິຈາລະນາຮັບຮອງເອົາໃນຕອນເຊົ້າຂອງວັນທີ 28 ມິຖຸນາ 2024 ດ້ວຍຄະແນນສຽງເຫັນດີ 93.18%.

ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ສຸມສະຕິປັນຍາຄົ້ນຄວ້າປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນກົດໝາຍດັ່ງກ່າວເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ; ຮັບປະກັນໃຫ້ບັນດາຄຳຄິດຄຳເຫັນຂອງ ສສຊ ທີ່ໄດ້ປະກອບໃສ່ຮ່າງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ທີ່ຜ່ານການພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໄດ້ຮັບການຄົ້ນຄວ້າເລືອກເຟັ້ນປັບປຸງໃສ່ຮ່າງກົດໝາຍດັ່ງກ່າວໃຫ້ມີຄວາມຮັດກຸມ, ຈະແຈ້ງ, ສອດຄ່ອງກັບແນວທາງນະໂຍບາຍຂອງລັດ, ລັດຖະທຳມະນູນ, ກົດໝາຍອື່ນ, ສົນທິສັນຍາສາກົນ ທີ່ ສປປລາວ ເປັນພາຄີ, ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຍາວນານ. ທັງເປັນການລະດົມສະຕິປັນຍາຈາກທຸກພາກສ່ວນທີ່ກ່ຽວຂ້ອງກັບການຮ່າງກົດໝາຍແຕ່ລະສະບັບ ແລະ ປັບປຸງບັນດາເນື້ອໃນໃສ່ຮ່າງກົດໝາຍຢ່າງຮອບດ້ານ ຈາກນັ້ນນໍາສະເໜີກອງປະຊຸມຄະນະປະຈຳສະພາແຫ່ງຊາດພິຈາລະນາ ກ່ອນນໍາສະເໜີປະທານສະພາແຫ່ງຊາດລົງລາຍເຊັນ ເພື່ອສະເໜີຕໍ່ປະທານປະເທດປະກາດໃຊ້.

ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບປະມານຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼື ສະເຕັບສ໌ (STEPs) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ.
ພາບ ແລະ ຂ່າວໂດຍ: ກົງທະນູຄຳ ພິພັດເສລີປ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto