ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍສະຫະພັນແມ່ຍິງ ກົມກວດກາລັດ

08/07/2024

ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍສະຫະພັນແມ່ຍິງ ກົມກວດກາລັດ

ໃນຕອນເຊົ້າ ວັນທີ 04 ກໍລະກົດ 2024 ນີ້, ໜ່ວຍສະຫະພັນແມ່ຍິງກົມກວດກາລັດ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ຂຶ້ນ, ຢູ່ທີ່ສະໂມສອນຄະນະກວດກາສູນກາງພັກ, ໂດຍການເປັນປະທານຂອງທ່ານ ນາງ ຈັນທະລາ ຫຼ້າບຸນຕີ ຮອງຫົວໜ້າພະແນກ, ຫົວໜ້າໜ່ວຍສະຫະພັນແມ່ຍິງກົມກວດກາລັດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ບຸນອ້ອມ ອຸ່ນມະໂນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ທ່ານ ຕຽງທອງ ສີສຸວັນນະແສງຮອງຫົວໜ້າກົມກວດກາລັດ, ມີຮອງປະທານສະຫະພັນແມ່ຍິງ, ບັນດາທ່ານຜູ້ຕາງໜ້າຄະນະໜ່ວຍສະຫະພັນແມ່ຍິງ ຫ້ອງການ, ບັນດາກົມ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງພາຍໃນກົມເຂົ້າຮ່ວມ.

ໃນກອງປະຊຸມໃນຄັ້ງນີ້ ຄະນະໜ່ວຍໄດ້ຜ່ານຮ່າງລາຍງານການເມືອງ ໃນໄລຍະ 5 ປີ 2020-2024 ຂອງ ໜ່ວຍສະຫະພັນແມ່ຍິງກົມກົມກວດກາລັດ; ທິດທາງແຜນການໃນຕໍ່ໜ້າ ແລະ ຜ່ານຮ່າງບົດສໍາຫຼວດນໍາພາລວມຂອງຄະນະໜ່ວຍແມ່ຍິງໃນໄລຍະ 5 ປີ ຜ່ານມາ, ສະແດງໃຫ້ເຫັນຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນຄະນະໜ່ວຍໄດ້ນໍາພາ-ຊີ້ນໍາສະມາຊິກພາຍໃນໜ່ວຍເຂົ້າຮ່ວມຂະບວນການເຄື່ອນໄຫວຂອງສະຫະພັນແມ່ຍິງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຕິດຕາມ, ຊຸກຍູ້ເຂົ້າຮ່ວມການຄົ້ນຄວ້າເຊື່ອມຊຶມເອກະສານສໍາຄັນ, ມູນເຊື້ອຂອງພັກ, ຂອງຊາດ ແລະ ປະຕິບັດວຽກງານວິຊາສະເພາະຕິດພັນກັບການປະຕິບັດວຽກງານ 3 ດີ ແລະ ຂໍ້ແຂ່ງຂັນຮັກຊາດ-ພັດທະນາ ຢ່າງເປັນຂະບວນຟົດຟື້ນ. ຈາກນັ້ນ, ກອງປະຊຸມໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊຸດໃໝ່ຕາມກົດລະບຽບຂອງແມ່ຍິງລາວ, ເຊິ່ງກອງປະຊຸມຄັ້ງນີ້ ໄດ້ມີຜູ້ລົງສະໝັກຮັບເລືອກຕັ້ງ 5 ທ່ານ, ເລືອກເອົາ 4 ທ່ານ, ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນກັນເລືອກ ເອົາທ່ານ ນາງ ໃຈປະເສີດ ສີລິວົງ ເປັນຫົວໜ້າໜ່ວຍສະຫະພັນແມ່ຍິງ ຊີ້ນໍາລວມ, ທ່ານ ນາງ ຈັນທະລາ ຫຼ້າມຸນຕີ ເປັນຮອງຫົວໜ້າໜ່ວຍ ຮັບຜິດຊອບວຽກງານກວດກາ, ທ່ານ ນາງວິໄລວັນ ທໍາມະສອນ ເປັນຮອງຫົວໜ້າໜ່ວຍ ຮັບຜິດຊອບວຽກງານ 3 ດີ ແລະ ທ່ານ ນາງ ລັດດາວັນ ວິໄລວົງ ເປັນຮອງຫົວໜ້າໜ່ວຍ ຊ່ວຍວຽກຄະນະ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຕຽງທອງ ສີສຸວັນນະແສງ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໜ່ວຍສະຫະພັນແມ່ຍິງກົມກວດກາລັດ ທີ່ປະຕິບັດໜ້າທີ່ວຽກງານມີຜົນສໍາເລັດໃນຫຼາຍດ້ານ ພ້ອມທັງໄດ້ເນັ້ນໃຫ້ຄະນະໜ່ວຍສະຫະພັນແມ່ຍິງຊຸດໃໝ່ ຕະຫຼອດຮອດສະມາຊິກແມ່ຍິງພາຍໃນໜ່ວຍ ໃຫ້ສືບຕໍ່ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ, ພ້ອມກັບປັບປຸງແກ້ໄຂບາງດ້ານທີ່ຍັງຄົງຄ້າງ, ເຊື່ອມຊຶມກໍາແໜ້ນບັນດາແນວທາງນະໂຍບາຍຂອງພັກ, ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບວຽກງານກວດກາ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກສະຫະພັນແມ່ຍິງຂອງກົມຢ່າງເປັນປົກກະຕິຕໍ່ເນື່ອງ, ມີການຕໍາຕິສົ່ງຂ່າວ-ກໍ່ສ້າງຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ; ເພີ່ມທະວີການຊອກຮູ້ຮໍ່າຮຽນ ສ້າງຕົນເອງໃຫ້ເປັນພະນັກງານທີ່ດີເດັ່ນຂອງກົມ ກໍຄືອົງການ, ອອກແຮງປຸກລະດົມຈັດຕັ້ງປະຕິບັດບັນດາຂໍ້ແຂງຂັນ 3 ດີ, ພ້ອມທັງເປັນເຈົ້າການປັບປຸງແບບແຜນວິທີນໍາພາ ແລະ ວິທີເຮັດວຽກ ຂອງໜ່ວຍສະຫະພັນແມ່ຍິງ ຕິດພັນກັບວຽກງານກໍ່ສ້າງພັກ-ພະນັກງານຂອງກົມໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ຮັບປະກັນດ້ານປະລິມານ ແລະ ຄຸນນະພາບ.
ຂ່າວ: ຄໍາຫວັນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto