ພິທີມອບ-ຮັບ ໜ້າທີ່ຫົວໜ້າກົມກວດກາພັກ ຜູ້ເກົ່າ ແລະ ຜູ້ໃໝ່

05/07/2024

ພິທີມອບ-ຮັບ ໜ້າທີ່ຫົວໜ້າກົມກວດກາພັກ ຜູ້ເກົ່າ ແລະ ຜູ້ໃໝ່

​ໃນວັນທີ 03 ກໍລະກົດ 2024, ທີ່ສະໂມສອນຄະນະກວດກາສູນກາງພັກ ກົມກວດກາພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີມອບຮັບໜ້າທີ່ຫົວໜ້າກົມກວດກາພັກ ຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນ ສະຫວ່າງສະຫາຍ ຄູນແກ້ວ ສີອຸ່ນໄທ ກໍາມະການພັກ ຄະນະກວດກາສູນກາງພັກ, ເລຂາໜ່ວຍພັກ, ຫົວໜ້າກົມກວດກາພັກ (ຜູ້ເກົ່າ) ແລະ ສະຫາຍ ອ໋ອດສຸລິເດດ ໄຊສີທອນ ຮອງເລຂາໜ່ວຍພັກ, ຫົວໜ້າກົມກວດກາພັກ (ຜູ້ໃໝ່), ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ວັນໄຊ ຊົງຊາຢູ ກໍາມະການພັກ ຄະນະກວດກາສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຜູ້ຕາງໜ້າຈາກຫ້ອງການ, ກົມຈັດຕັ້ງ-ພະນັກງານ, ຄະນະກົມ, ຄະນະພະແນກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນກົມກວດກາພັກເຂົ້າຮ່ວມ.

​ໃນພິທີ ສະຫາຍ ຄູນແກ້ວ ສີອຸ່ນໄທ ຫົວໜ້າກົມກວດກາພັກ (ຜູ້ເກົ່າ) ໄດ້ຂຶ້ນລາຍງານການເຄື່ອນໄຫວນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເຫັນວ່າສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ພ້ອມນີ້ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍມາຍັງສະຫາຍຫົວໜ້າກົມຜູ້ໃໝ່ ກໍຄືຄະນະກົມ, ຄະນະພະແນກ ເປັນຕົ້ນ ໃຫ້ພ້ອມກັນເອົາໃຈໃສ່ນໍາພາສຶກສາອົບຮົມການເມືອງແນວຄິດ ໃຫ້ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນກົມ ຕິດພັນກັບການເພີ່ມທະວີການນໍາພາ-ຊີ້ນໍາຄົ້ນຄວ້າ, ເຊື່ອມຊຶມ ບັນດາມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດ ໝາຍ ແລະ ລະບຽບການຕ່າງໆຂອງລັດວາງອອກ ໂດຍສະເພາະແມ່ນນິຕິກໍາກ່ຽວກັບວຽກງານກວດກາ; ຍຶດໝັ້ນຄວາມສາມັກຄີເປັນໝູ່ຄະນະ ປະຕິບັດລະບອບແບບແຜນນໍາພາ ແລະ ວິທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕ; ນໍາພາ-ຊີ້ນໍາການກໍ່ສ້າງໜ່ວຍພັກ ໃຫ້ເປັນໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ, ຂະຫຍາຍພັກໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ; ນໍາພາຊຸກຍູ້ອົງການຈັດຕັ້ງມະຫາຊົນທີ່ຂຶ້ນກັບຄວາມຮັບຜິດຊອບຂອງໜ່ວຍພັກໃຫ້ເປັນປົກກະຕິ; ສືບຕໍ່ຊີ້ນໍາການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃນແຕ່ລະໄລຍະໃຫ້ບັນລຸຕາມລະດັບຄາດໝາຍ ແລະ ມີປະສິດທິຜົນສູງ. ຈາກນັ້ນ ໄດ້ມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ຫົວໜ້າກົມກວດກາພັກ (ຜູ້ເກົ່າ) ແລະ (ຜູ້ໃໝ່) ໂດຍພາຍໃຕ້ການເປັນສັກຂີພິຍານຂອງຄະນະພັກ, ຄະນະນໍາ ຕະຫຼອດຮອດສະມາຊິກພັກ, ພະນັກງານ ພາຍໃນກົມກວດກາພັກ ແລະ ແຂກຖືກເຊີນ. ພ້ອມນີ້ ສະຫາຍ ນາງ ດວງປີ ຈັນທະລັງສີ ຫົວໜ້າພະແນກ ຕາງໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການປະຕິບັດນະໂຍບາຍພາຍໃນໃຫ້ແກ່ພະນັກງານອອກພັກການຮັບອຸດໜູນບໍານານ ເຊິ່ງໃຫ້ກຽດມອບໂດຍ ສະຫາຍ ວັນໄຊ ຊົງຊາຢູ.

ໂອກາດດຽວກັນນີ້, ສະຫາຍ ວັນໄຊ ຊົງຊົງຢູ ຍັງໄດ້ໃຫ້ກຽດມີຄໍາເຫັນໂອ້ລົມໃຫ້ທິດຊີ້ນໍາຕໍ່ພິທີ ພ້ອມທັງໄດ້ສະແດງຄວາມຍ້ອງຍໍຊົມຕໍ່ສະຫາຍຫົວໜ້າກົມກວດກາພັກ (ຜູ້ເກົ່າ) ທີ່ມີຜົນງານ, ຜົນສໍາເລັດໃນນໍາພາ-ຊີ້ນໍາ ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາພັກ ຕາມພາລະບົດບາດ ແລະ ການມອບໝາຍຂອງຂັ້ນເທິງ, ພ້ອມນີ້ຍັງໄດ້ເນັ້ນໜັກໃຫ້ສະຫາຍຫົວໜ້າກົມຜູ້ໃໝ່ ກໍຄືຄະນະກົມ ສືບຕໍ່ນໍາພາ-ຊີ້ນໍາ ເສີມຂະຫຍາຍບົດຮຽນດ້ານດີທີ່ຕັ້ງໜ້າໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ນໍາເອົາແບບແຜນວິທີນໍາພາ ແລະ ວິທີເຮັດວຽກທີ່ພົ້ນເດັ່ນມາເປັນແນວທາງນໍາພາສະມາຊິກພັກ-ພະນັກງານພາຍໃນກົມ ເພື່ອສຸມໃສ່ປັບປຸງແກ້ໄຂບາງດ້ານທີ່ຍັງຄົງຄ້າງ ທີ່ຈະພ້ອມກັນຈັດຕັ້ງປະຕິບັດໃນຕໍ່ໜ້າ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີພາຍໃນກົມໃຫ້ແໜ້ນແຟ້ນ, ຕິດຕາມຊຸກຍູ້ການປະຕິບັດວຽກງານວິຊາສະເພາະ ກໍຄືວຽກງານປິ່ນອ້ອມໃຫ້ໄດ້ຮັບຜົນສໍາເລັດທາງດ້ານປະລິມານ ແລະ ຄຸນນະພາບ.
ຂ່າວ: ຄໍາຫວັນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto