ພິທີເຊັນບົດບັນທຶກປະສານງານ ລະຫວ່າງ ອົງການກວດສອບປະຈໍາພາກເໜືອ 2 ກັບ ອົງການກວດກາລັດແຂວງອຸດົມໄຊ

04/07/2024

ພິທີເຊັນບົດບັນທຶກປະສານງານ ລະຫວ່າງ ອົງການກວດສອບປະຈໍາພາກເໜືອ 2 ກັບ ອົງການກວດກາລັດແຂວງອຸດົມໄຊ

ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກການປະສານງານ ລະຫວ່າງອົງການກວດກາລັດຖະບານ ກັບ ອົງການກວດສອບແຫ່ງລັດ ໃຫ້ມີເນື້ອໃນເລິກເຊິ່ງ ແລະ ຮັດກຸມ ເຮັດໃຫ້ອົງການກວດກາລັດແຂວງອຸດົມໄຊ ກັບ ອົງການກວດສອບປະຈໍາພາກເໜືອ2 ສາມາດນໍາເຂົ້າໄປຈັດຕັ້ງປະຕິບັດເຂົ້າໃນວຽກງານໃຫ້ມີປະສິດທິພາບ ປະສິດທິຜົນ ແນໃສ່ແກ້ໄຂຜົນການກວດກາຕາມຜົນການກວດສອບ ແລະ ລາຍງານໃຫ້ອົງການປົກຄອງແຂວງ, ສະພາປະຊາຊົນແຂວງ ແລະ ຂັ້ນເທິງຂອງຕົນ ທັນກັບສະພາບການ ດັ່ງນັ້ນ ໃນຕອນເຊົ້າວັນທີ 27 ມິຖຸນາ 2024 ທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງອຸດົມໄຊ ຈຶ່ງໄດ້ຈັດພິທີ ເຊັນບົດບັນທຶກປະສານງານ ລະຫວ່າງ ອົງການກວດສອບປະຈໍາພາກເໜືອ 2 ກັບ ອົງການກວດກາລັດແຂວງອຸດົມໄຊ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ອິນທາ ລືນາມມະຈັກ ກໍາມະການພັກແຂວງ ປະທານ ອົງການກວດສອບປະຈໍາພາກເໜືອ 2 ແລະ ທ່ານ ນາງ ຈັນສະໝອນ ທິບພະຫົງ ກໍາມະການປະຈໍາພັກແຂວງ ປະທານຄະນະກວດກາພັກແຂວງ, ປະທານ ອົງການກວດກາລັດແຂວງ ແລະ ມີບັນດາທ່ານຮອງປະທານ, ຫົວໜ້າພະແນກ, ຫົວໜ້າຫ້ອງການ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການຂອງທັງສອງອົງການ ເຂົ້າຮ່ວມທັງໝົດຈໍານວນ 16 ທ່ານ, ຍິງ 04 ທ່ານ.

ໃນພິທີທ່ານ ວຽງຄໍາ ສີມມະໄລວົງ ຮອງປະທານ ອົງການກວດສອບປະຈໍາພາກເໜືອ ໄດ້ນໍາສະເໜີເອກະສາເຊັນບົດບັນທຶກປະສານງານ ລະຫວ່າງ ອົງການກວດສອບປະຈໍາພາກເໜືອ 2 ກັບ ອົງການກວດກາລັດແຂວງອຸດົມໄຊເຊິ່ງລວມມີ 4 ເນື້ອໃນຕົ້ນຕໍຄື: ອົງການກວດສອບປະຈໍາພາກເໜືອ2 ແລະ ອົງການກວດກາລັດແຂວງອຸດົມໄຊ ຈະສະໜອງຂໍ້ມູນທີ່ຈໍາເປັນຕ່າງໆ ແລະ ແລກປ່ຽນບົດຮຽນ ທາງດ້ານວິຊາການ ເຊິ່ງກັນ ແລະ ກັນ ເພື່ອເປັນບ່ອນອີງໃນການສ້າງແຜນການກວດກາ ແລະ ການກວດສອບ;ອົງການກວດສອບປະຈໍາພາກເໜືອ2 ຕ້ອງສົ່ງບົດລາຍງານຜົນການກວດສອບ ໃຫ້ອົງການກວດກາລັດປະຈໍາແຂວງອຸດົມໄຊ ພາຍຫຼັງທີ່ສະພາປະຊາຊົນແຂວງ ມີມະຕິຮັບຮອງພາຍໃນ 15 ວັນ (ທາງລັດຖະການ); ອົງການກວດສອບປະຈໍາພາກເໜືອ2 ຕ້ອງສົ່ງບົດແຈ້ງຜົນການກວດສອບ, ບົດບັນທຶກຜົນການກວດສອບ ພ້ອມທັງຂໍ້ມູນຫຼັກຖານຂອງເປົ້າໝາຍຈໍານວນໜຶ່ງທີ່ເຫັນວ່າ ຕ້ອງໄດ້ສືບຕໍ່ດໍາເນີນການກວດກາ ຕາມທິດຊີ້ນໍາຂອງຂັ້ນເທິງ ໃຫ້ອົງການກວດກາລັດປະຈໍາແຂວງອຸດົມໄຊ; ອົງການກວດກາລັດແຂວງອຸດົມໄຊ ຕ້ອງໄດ້ສົ່ງຜົນການກວດກາ ຕາມຜົນການກວດສອບ ໃຫ້ອົງການກວດສອບປະຈໍາພາກເໜືອ2 ຮັບຊາບຢ່າງຊ້າໜຶ່ງເດືອນ ກ່ອນເປີດກອງປະຊຸມສະໄໝສາມັນ ສະພາປະຊາຊົນແຂວງ ຄັ້ງຕໍ່ໄປ.
ຈາກນັ້ນ, ທ່ານ ອິນທາ ລືນາມມະຈັກ ກໍາມະການພັກແຂວງ ປະທານ ອົງການກວດສອບປະຈໍາພາກເໜືອ 2 ແລະ ທ່ານ ນາງ ຈັນສະໝອນ ທິບພະຫົງ ກໍາມະການປະຈໍາພັກແຂວງ ປະທານຄະນະກວດກາພັກແຂວງ, ປະທານ ອົງການກວດກາລັດແຂວງ ໄດ້ຜັດປ່ຽນກັນມີຄໍາເຫັນໂອ້ລົມຕໍ່ພິທີ ໃຫ້ພະນັກງານທັງສອງອົງການຮັບຟັງ ເພື່ອຮັບຮູ້ ແລະ ເຂົ້າໃຈ ໃນການຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກການປະສານງານສະນີ້ໃຫ້ມີເນື້ອໃນເລິກເຊິງ ແລະ ຮັດກຸມ ເຮັດໃຫ້ອົງການກວດກາລັດແຂວງອຸດົມໄຊ ກັບອົງການກວດສອບປະຈໍາພາກເໜືອ 2 ສາມາດນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານໃຫ້ມີປະສິດທິພາບ ປະສິດທິຜົນ ແນໃສ່ແກ້ໄຂຜົນຂອງການກວດກາຕາມຜົນການກວດກສອບ ແລະ ລາຍງານໃຫ້ອົງການປົກຄອງແຂວງ, ສະພາປະຊາຊົນແຂວງ ແລະ ຂັ້ນເທິງຂອງຕົນ ທັນກັບສະພາບການໃນຕໍ່ໜ້າ ແລະ ໃນຕອນທ້າຍພິທີ ທັງສອງຝ່າຍໄດ້ລົງລາຍເຊັນບົດບັນທຶກການປະສານງານຮ່ວມກັນ.
ໂດຍ: ສີແພງ ດາລາສະຫວັນ ຄະນະກວດກາພັກ-ອົງການກວດກາລັດແຂວງອຸດົມໄຊ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto