ກອງປະຊຸມຄົບຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດຄັ້ງທີ 8 ສະໄໝທີ IV

03/07/2024

ກອງປະຊຸມຄົບຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດຄັ້ງທີ 8 ສະໄໝທີ IV

ວັນທີ 01 ກໍລະກົດ ປີ 2024 ນີ້, ຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 8 ສະໄໝທີ IV ຂຶ້ນ ທີ່ຫ້ອງປະຊຸມຄະນະກວດກາສູນກາງພັກ ພາຍໃຕ້ການເປັນປະທານ ຂອງສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ ແລະ ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

ໃນກອງປະຊຸມແມ່ນໄດ້ສະຫຼຸບຕີລາຄາ 4 ໜ້າວຽກຕົ້ນຕໍຄື: ວຽກງານການນໍາພາສຶກສາອົບຮົມການເມືອງ-ແນວຄິດ; ການນຳພາເຄື່ອນໄຫວວຽກງານວິຊາສະເພາະ; ການນໍາພາປັບປຸງພາຍໃນ, ກໍໍ່ສ້າງພັກ-ພະນັກງານ ເເລະ ວຽກງານກວດກາ; ວຽກງານອົງການຈັດຕັ້ງມະຫາຊົນ ເຊິ່ງສະຫາຍ ສີໃນ ມຽງລາວັນ ຮອງເລຂາຄະນະພັກ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຜ່ານຮ່າງບົດສະຫຼຸບການນຳພາເຄື່ອນໄຫວວຽກງານແຕ່ເດືອນ 4-6 ແລະ ທິດທາງແຜນການເດືອນ7-9 ປີ 2024 ຂອງຄະນະກວດກາສູນກາງພັກ, ຫຼັງຈາກທີ່ໄດ້ຮັບຟັງການລາຍງານແລ້ວສະຫາຍ ປອ ຄໍາພັນ ພົມມະທັດ ໄດ້ມີຄຳເຫັນເຈາະຈີ້ມຕໍ່ຮ່າງບົດສະຫຼບ, ທິດທາງແຜນການ. ພ້ອມນີ້, ບັນດາສະຫາຍຄະນະບໍລິຫານງານພັກກໍ່ໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບ ແລະ ປຶກສາຫາລືຕໍ່ການຈັດຕັ້ງປະຕິບັດທິດທາງແຜນການ ໃນປີ 2024 ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການນໍາພາ-ຊີ້ນໍາວຽກງານຮອບດ້ານ ໄປໃນທິດທາງດຽວກັນ ແລະ ເປັນຮູບປະທຳ. ນອກນີ້, ຍັງໄດ້ຊີ້ນໍາກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກ ແລະ ກອງປະຊຸມໃຫຍ່ຂອງສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ແລະ ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບຊີ້ນໍາການກະກຽມກອງປະຊຸມໃຫຍ່ ຂອງບັນດາໜ່ວຍພັກ ແລະ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ.
ເພື່ອເຮັດໃຫ້ກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້ ບັນລຸຜົນອັນຈົບງາມ ສະຫາຍ ປອ ຄໍາພັນ ພົມມະທັດ ຍັງມີຄໍາເຫັນຊີ້ນໍາ ແລະ ໄດ້ເນັ້ນໃຫ້ ບັນດາສະຫາຍ ໃນຄະນະພັກ ສຸມສະຕິປັນຍາ ແລະ ເປັນເຈົ້າການປະກອບຄຳເຫັນຕໍ່ບົດສະຫຼຸບໃຫ້ແທດເໝາະຖືກກັບຄວາມຈິງໃນໄລຍະຜ່ານມາ ເພື່ອຊີ້ໃຫ້ເຫັນເຖິງສະພາບການຕົວຈິງໃນການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກຕໍ່ກັບດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງຢ່າງຈະແຈ້ງ ແລະ ມີທິດແກ້ໄຂຢ່າງເໝາະສົມ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)