ກອງປະຊຸມຝຶກອົບຮົມວຽກງານກວດກາທົ່ວເມືອງ ສຸຂຸມາ ແຂວງ ຈໍາປາສັກ

02/07/2024

ກອງປະຊຸມຝຶກອົບຮົມວຽກງານກວດກາທົ່ວເມືອງ ສຸຂຸມາ ແຂວງ ຈໍາປາສັກ

ວັນທີ 19-20 ມິຖຸນາ 2024 ຄະນະກວດກາພັກເມືອງ ສຸຂຸມາ ແຂວງ ຈໍາປາສັກ ໄດ້ເປີດກອງປະຊຸມຝຶກອົບຮົມວຽກງານກວດກາທົ່ວເມືອງ ຂື້ນ ໂດຍການໃຫ້ກຽດເປັນປະທານຮ່ວມຂອງສະຫາຍ ສົມເພັດ ບຸດສະດີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ສຸຂຸມາ, ສະຫາຍ ປອ ຄໍາໄຕ ແກ້ວປະເສີດ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດເມືອງ, ສະຫາຍ ປອ ສີສຸກ ພົງວິຈິດ ຮອງປະທານຄະນະກວດກາພັກແຂວງ, ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 71 ສະຫາຍ, ຍິງ 9 ສະຫາຍ; ຊຶ່ງມາຈາກຄະນະພັກຮາກຖານອ້ອມຂ້າງ, ກຸ່ມບ້ານ ແລະ ບ້ານໃຫຍ່, ໜ່ວຍພັກຮາກຖານຫ້ອງການອ້ອມຂ້າງ.ໃນນັ້ນມີເລຂາຄະນະພັກຮາກຖານຈໍານວນ 13 ສະຫາຍ; ເລຂາໜ່ວຍພັກ 40 ສະຫາຍ; ປະທານກວດກາ ແລະ ຜູ້ຮັບຜິດຊອບວຽກງານກວດກາ 18 ສະຫາຍ.

ໃນພິທີທ່ານ ສະຫາຍ ຄໍາໄຕ ແກ້ວປະເສີດ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດເປີດກອງປະຊຸມຝຶກອົບຮົມວຽກງານກວດທົ່ວເມືອງ ສຸຂຸມາ ປະຈໍາປີ 2024, ການຝຶກອົບຮົມຊຸດນີ້ ໄດ້ນໍາເອົາເອກະສານກ່ຽວກັບວຽກງານກວດກາພັກ; ວຽກງານກວດກາລັດ; ວຽກງານຕ້ານ ແລະ ສືບສວນການສໍ້ລາດບັງຫຼວງ; ວຽກງານກວດກາແກ້ໄຂຄຳຮ້ອງ-ຄຳສະເໜີ ແລະ ວຽກງານກົງຈັກການຈັດຕັ້ງ-ບຳລຸງພະນັກງານ ຈາກວິທະຍາກອນທີ່ມາຈາກຄະນະກວດກາແຂວງຈຳນວນ 5 ສະຫາຍ ທີ່ຂຶ້ນຫ້ອງສິດສອນ ດ້ວຍມີຄວາມຮັບຜິດຊອບສູງ ແລະ ເອົາໃຈ ໃສ່ສຸມທຸກສະຕິປັນຍາຄວາມຮູ້, ຄວາມສາມາດໃນການຄົ້ນຄວ້າ ແລະ ການບັນລະຍາຍ, ບວກກັບບົດຮຽນປະສົບການ, ພຶດຕິກຳ ທີ່ມີ ແລະ ມີການສົມທຽບໄດ້ຢ່າງກ້ວາງຂວາງ; ເຮັດໃຫ້ຜູ້ຟັງເຂົ້າໃຈງ່າຍ ແລະ ກຳເນື້ອໃນບົດຮຽນໄດ້ເປັນຢ່າງດີ ເຮັດໃຫ້ນັກສຳມະນາກອນແຕ່ລະສະຫາຍ ໄດ້ຮັບຮູ້ເຂົ້າໃຈ, ເນື້ອໃນເອກະສານຕ່າງໆ ກ່ຽວກັບວຽກງານກວດກາພັກ, ກວດກາລັດ, ແລະ ເອກະສານສຳຄັນຈຳນວນໜຶ່ງ ທີ່ນໍາມາຝຶກອົບຮົມວຽກງານກວດກາຄັ້ງນີ້; ຊຶ່ງເປັນເອກກະສານທີ່ໄດ້ຮັບການປັບປຸງ ຕາມນິຕິກໍາລ່າສຸດ ແລະ ໃຫ້ສອດຄ່ອງກັບສະພາວະຄວາມເປັນຈິງໃນປັດຈຸບັນ, ມີເນື້ອໃນອຸດົມສົມບູນ ທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ. ນັກສຳມະນາກອນ ແຕ່ລະສະຫາຍໄດ້ເອົາໃຈໃສ ຕິບັດໂມງເວລາ ຢ່າງຖືກຕ້ອງຂຶ້ນຫ້ອງຮັບຟັງ ແລະ ຈົດກ່າຍບົດຮຽນເປັນຢ່າງດີ. ນອກຈາກນີ້ຍັງໄດ້ເອົາໃຈໃສ່ ແລະ ເປັນເຈົ້າການໃນການ ປະກອບຄຳຄິດ, ຄຳເຫັນສົນທະນາ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫ້ອງຮຽນ; ພ້ອມທັງຄົ້ນຄ້ວາ ຢ່າງກົງໄປກົງມາ, ເຮັດໃຫ້ບັນຍາກາດໃນການ ຄົ້ນຄວ້າ, ການປະກອບຄຳຄິດ ຄຳເຫັນພາຍໃນຫ້ອງຮຽນ ມີບັນຍາກາດຟົດຟື້ນດີ. ກອງປະຊຸມຝຶກອົບຮົມວຽກງານກວດກາ ຄັ້ງນີ້, ເປັນຂີດໝາຍອັນສຳຄັນເພາະເປັນການຍົກລະດັບຄວາມຮູ້, ຄວາມເຂົ້າໃຈ ທາງດ້ານທິດສະດີ ແລະ ພຶດຕິກຳ, ກ່ຽວກັບວຽກງານກວດກາ; ເຮັດໃຫ້ນັກສຳມະນາກອນ ກຳໄດ້ບົດຮຽນກ່ຽວກັບວຽກງານກວດກາຫຼາຍຂຶ້ນ, ພ້ອມນັ້ນນັກສຳມະນາກອນໄດ້ຮັບໃບຢັ້ງຢືນຈຳນວນ71 ທ່ານ, ຍິງ 9 ທ່ານ

ໃນຕອນທ້າຍກອງປະຊຸມ ສະຫາຍ ສົມເພັດ ບຸດສະດີ ກໍ່ໄດ້ມີຄໍາເຫັນໂອ້ລົມຕໍ່ບັ້ນຝຶກອົບຮົມຄັ້ງນີ້ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວຽກງານກວດກາພ້ອມທັງເນັ້ນໃຫ້ນັກສຳມະນາກອນທັງໝົດຈົ່ງເອົາໃຈໃສ່ນຳເອົາບັນບົດຮຽນດັ່ງກ່າວໄປຈັດຕັ້ງປະຕິບັດໃນວຽກງານຕົວຈິງໃຫ້ເກີດດອກອອກຜົນ.
ພາບ ແລະ ຂ່າວໂດຍ: ລັດສະໝີ ເພັດສົງຄາມ ຄະນະກວດກາພັກເມືອງ ສຸຂຸມາ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto