ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຜີຍແຜ່ເຊື່ອມຊຶມ ເອກະສານ, ປະກາດພະນັກງານອອກພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຕຳແໜ່ງບໍລິຫານ

26/06/2024

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຜີຍແຜ່ເຊື່ອມຊຶມ ເອກະສານ, ປະກາດພະນັກງານອອກພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຕຳແໜ່ງບໍລິຫານ

​ວັນທີ 25 ມິຖຸນາ 2024 ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມ ເອກະສານ, ປະກາດພະນັກງານອອກພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຕຳແໜ່ງບໍລິຫານ, ໃຫ້ກຽດເປັນປະທານ ໂດຍ ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຄະນະກົມ, ຄະນະພະແນກ ຕະຫຼອດຮອດສະມາຊິກພັກ-ພະນັກງານທົ່ວອົງການເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ປອ ຄຳພັນ ພົມມະທັດ ໄດ້ໃຫ້ກຽດເຜີຍແຜ່ເອກສານມະຕິຂອງກົມການເມືອງສູນກາງພັກ ເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່; ທ່ານ ວິໄລວັນ ບຸດາຄຳ ກຳມະການສຳຮອງສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ທັງເປັນຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ກໍ່ໄດ້ໃຫ້ກຽດ ເຜີຍແຜ່ເອກະສານ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI. ຈາກນັ້ນ ກອງປະຊຸມໄດ້ຜ່ານມະຕິຕົກລົງ ວ່າດ້ວຍການມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຊິ່ງໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໂດຍທ່ານ ສີໃນ ມຽງລາວັນ ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງຈຳນວນ 08 ໜ່ວຍພັກຄື: ໜ່ວຍພັກຫ້ອງການ, ກົມຈັດຕັ້ງ-ພະນັກງານ, ກົມກວດກາພັກ, ກົມຄົ້ນຄວ້າ ແລະ ວາລະສານກວດກາ, ກົມພົວພັນຮ່ວມມືກັບຕ່າງປະເທດ, ກົມກວດກາລັດ, ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ແລະ ກົມຕິດຕາມກວດກາການຈັດຕັ້ງປະຕິບັດຜົນການກວດກາ. ພ້ອມນີ້, ຕາງໜ້າກົມຈັດຕັ້ງ-ພະນັກງານໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການອະນຸມັດໃຫ້ພະນັກງານນຳພາ-ຄຸ້ມຄອງອອກພັກການ-ຮັບອຸດໜູນບຳນານຈຳນວນ 05 ທ່ານ ໃນນີ້ ມີ03 ທ່ານທີ່ເປັນກໍາມະການຄະນະພັກຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຄື, ທ່ານ ວິລະມຸງຄຸນ ຈິດຮູບໂລກ ຫົວໜ້າກົມຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີ, ທ່ານ ອະລິສັກ ພົມປີດາ ຫົວໜ້າຫ້ອງການ, ທ່ານ ຄູນແກ້ວ ສີອຸ່ນໄທ ຫົວໜ້າກົມກວດກາພັກ ແລະ ອີກ 02 ທ່ານຄື: ທ່ານ ເດດຕະກອນ ພິລະພັນເດດ ຫົວໜ້າກົມຕິດຕາມກວດກາການຈັດຕັ້ງປະຕິບັດຜົນການກວດກາ, ທ່ານ ນາງ ສະຫຼອງ ພົມມະນີວັນ ຮອງຫົວໜ້າຫ້ອງການ ແລະ ຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຕຳແໜ່ງພະນັກງານນຳພາ-ຄຸ້ມຄອງໃໝ່ຈຳນວນ 04 ທ່ານຄື: ແຕ່ງຕັ້ງ ທ່ານ ກົງໃຈ ວິລະສັກ ເປັນຫົວໜ້າຫ້ອງການ, ທ່ານ ສຸລະພົນ ສີລາວີ ເປັນຫົວໜ້າກົມຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີ, ທ່ານ ອັອດສຸລິເດດ ໄຊສີທອນ ເປັນຫົວໜ້າກົມກວດກາພັກ ແລະ ແຕ່ງຕັ້ງທ່ານ ກໍລະກັນ ສິງອຸດົມ ເປັນຫົວໜ້າກົມຕິດຕາມກວດກາການຈັດຕັ້ງປະຕິບັດຜົນການກວດກາ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ.

ຕອນທ້າຍຂອງກອງປະຊຸມທ່ານ ປອ ຄຳພັນ ພົມມະທັດ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງປະຊຸມເປັນຕົ້ນແມ່ນເນັ້ນໃຫ້ບັນດາໜ່ວຍພັກທີ່ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອລັກສະນະຕັ້ງໜ້າ, ບຸກບືນຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຕັ້ງໜ້າ, ກຳຈັດຂໍ້ບົກຜ່ອງ ແລະ ສືບຕໍ່ເສີມຂະຫຍາຍຍົກລະດັບການເປັນໜ່ວຍພັກປອດໃສ,​ເຂັ້ມແຂງ ແລະ ໜັກແໜ້ນ; ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຮັບອຸດໜູນບຳນານທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງຈົນເຮັດໃຫ້ຕົນເອງໄດ້ຮັບໜ້າທີ່ສຳຄັນກໍ່ຄືຂັ້ນກົມ ແລະ ເປັນແບບຢ່າງທີ່ດີໃຫ້ພະນັກງານຮຸ່ນໜຸ່ມ ເພື່ອສືບຕໍ່ປະຕິບັດໜ້າທີ່ຂອງຕົນ; ຈາກນັ້ນ, ຍັງໄດ້ເນັ້ນໃຫ້ຜູ້ທີ່ຖືກແຕ່ງຕັ້ງໃໝ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ສືບຕໍ່ຄົ້ນຄວ້າບັນຫາທີ່ຍັງບໍ່ທັນເຂົ້າໃຈ, ເຊີດຊູຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສຸມສະຕິປັນຍາຄວາມຮູ້,ຄວາມສາມາດຂອງຕົນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄຳສັ່ງທີ່ກ່ຽວຂ້ອງຕິດພັນກັບວຽກງານຕົວຈິງໃຫ້ມີຜົນສໍາເລັດສູງກ່ວາເກົ່າ.
ຂ່າວໂດຍ:​ຕູ່ນາ ເລົ່າຖາວອນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto