ພະນັກງານຂົງເຂດວຽກງານກວດກາ ຢູ່ສູນກາງ ແລະ ທ້ອງຖິ່ນສໍາເລັດຝຶກອົບຮົມຫົວຂໍ້ສະເພາະ ກ່ຽວກັບວຽກງານກວດກາ ຢູ່ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ

14/06/2024

ພະນັກງານຂົງເຂດວຽກງານກວດກາ ຢູ່ສູນກາງ ແລະ ທ້ອງຖິ່ນສໍາເລັດຝຶກອົບຮົມຫົວຂໍ້ສະເພາະ ກ່ຽວກັບວຽກງານກວດກາ ຢູ່ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ

ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານກວດກາທັງສູນກາງ ແລະ ທ້ອງຖິ່ນ, ໃນລະຫວ່າງວັນທີ 2-7 ມີຖຸນາ 2024 ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດແຫ່ງ ສປປ ລາວ ໄດ້ສົ່ງພະນັກງານຂົງເຂດວຽກງານກວດກາ ຢູ່ສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມຝຶກອົບຮົມຫົວຂໍ້ສະເພາະ ກ່ຽວກັບວຽກງານກວດກາ ຢູ່ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 04 ທ່ານ, ໃນນີ້ມາຈາກຄະນະກວດກາສູນກາງພັກ ຈຳນວນ 15 ທ່ານ, ຍິງ 3 ທ່ານ, ມາຈາກຄະນະກວດກາແຂວງພາກເໜືອ ແລະ ນະຄອນຫຼວງ ຈໍານວນ 10 ທ່ານ, ຍິງ 1 ທ່ານ.

ຊຸດຝຶກອົບຮົມໃນຄັ້ງນີ້ ຈັດຂຶ້ນເພື່ອຍົກສູງຄວາມຮູ້, ຄວາມສາມາດ, ແລະ ເປັນການສ້າງຄວາມເຂົ້າໃຈ, ຄວາມຮັບຮູ້ອັນໃໝ່ ຕໍ່ກັບບົດຮຽນວຽກງານກວດກາ ຂອງ ສປ ຈີນ ທີ່ໄດ້ຈັດຕັ້ງປະຕິບັດມີຜົນສໍາເລັດສູງ ໃນໄລຍະຜ່ານມາ, ແນ່ໃສ່ເຮັດໃຫ້ພະນັກງານຜູ້ທີ່ເຮັດວຽກງານກວດກາ ກໍາໄດ້ເນື້ອໃນ ທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ຂອງວຽກງານກວດກາພັກຄອມມູນິດຈີນ ເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານຈິງ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ສູງຂຶ້ນກວ່າເກົ່າ. ການຝຶກອົບຮົມໃນຄັ້ງນີ້ ປະກອບມີ 4 ຫຼັກສູດຫົວຂໍ້ສະເພາະ, ມີ 7 ຫຼັກສູດພາກສະໜາມ ແລະ ມີ 3 ຫຼັກສູດສໍາຜັດ, ສໍາລັບຫຼັກສູດສະເພາະປະກອບມີຄື: ຂໍ້ສະເໜີ ແລະ ປະສົບການຂອງພັກກອມມູນິດຈີນ ກ່ຽວກັບການຄຸ້ມຄອງພັກຢ່າງຮອບດ້ານ ແລະ ເຂັ້ມງວດ ແລະ ການປະຕິບັດຕົວຈິງຂອງແຂວງຢຸນນານ; ກໍ່ຄືການປະຕິບັດຕົວຈິງຂອງ ສປ ຈີນ ໃນການຫຼຸດຜ່ອນຄວາມທຸກຍາກຂອງມະນຸດ; ບົດຮຽນ ແລະ ວິທີການລຶບລ້າງຄວາມທຸກຍາກ ຢ່າງຖືກເປົ້າຫມາຍຂອງຈີນ; ບົດຮຽນ ແລະ ຄວາມຮັບຮູ້ຂອງການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ ໃນສະພາບການຫັນເປັນທັນສະໄໝ ຂອງການປົກຄອງແຫ່ງຊາດ; ປະສົບການ ແລະ ມາດຕະການຂອງການກວດກາພັກ-ລັດ ແລະ ລາດຕະເວນກວດກາ ສປ ຈີນ. ຫຼັກສູດພາກສະໜາມປະກອບມີຄື: ທັດສະນະສຶກສາຫ້ອງທົດລອງການພັດທະນາ ແລະ ການນໍາໃຊ້ພະລັງງານທົດແທນຈີນ-ລາວ; ທັດສະນະສຶກສາສູນປະມູນ ແລະ ການຄ້າດອກໄມ້ສາກົນຄຸນໝິງ; ທັດສະນະສຶກສາຕະຫຼາດຄ້າຂາຍດອກໄມ້ ໂດນັນ ຂອງນະຄອນຄຸນໝິງ; ທັດສະນະສຶກສາ ກຸ່ມບໍລິສັດລົງທຶນໂຮນດິງຮຸ້ນສ່ວນການລົງທຶນກໍ່ສ້າງແຂວງຢຸນນານ; ທັດສະນະສຶກສາ ຫໍພິພິທະພັນສະຖານທີ່ເກົ່າແກ່ ຂອງມະຫາວິທະຍາໄລປະສົມພາກຕາເວັນຕົກສຽງໃຕ້ແຫ່ງຊາດ; ຢ້ຽມຢາມຕາແສງເມັງຮ້ານ ນະຄອນຊຽງຮຸ່ງ; ທັດສະນະສຶກສາ ດ່ານບໍຫານ. ຫຼັກສູດສໍາຜັດມີ 3 ຈຸດຄື: ສໍາຜັດສູນການຄ້າວ້ານຊ້າງເສີງຄຸນໝິງ; ເຂົ້າຮ່ວມງານລາຕີ ແລະ ສໍາຜັດກັບວັດທະນະທໍາຊາຕາມ "ໜຶ່ງແລວໜຶ່ງເສັ້ນທາງ"; ທັດສະນະສຶກສາ ເກົ້າຈອມສິບສອງຊຽງໃນນະຄອນຊຽງຮຸ່ງ.
ຜ່ານການຝຶກອົບຮົມຫົວຂໍ້ສະເພາະ ກ່ຽວກັບວຽກງານກວດກາໃນຄັ້ງນີ້ ນັກສໍາມະນກອນ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບບັນດາເນື້ອໃນບົດຮຽນ ທີ່ ສປ ຈີນ ໄດ້ຖ່າຍທອດໃຫ້ ແລະ ຮັບຮູ້ໄດ້ເຖິງລັກສະນະທີ່ພົ້ນເດັ່ນທີ່ສຸດໃນການປົກຄອງປະເທດ ແລະ ບໍລິຫານການເມືອງ ຂອງທ່ານ ເລຂາທິການໃຫຍ່ ສີຈີິ້ນຜິງ ແມ່ນຖືເອົາການຄຸ້ມຄອງພັກຮອບດ້ານ ແລະ ເຂັ້ມງວດເປັນສໍາຄັນ; ຮັບຮູ້ໄດ້ປະຫວັດສາດການລືບລ້າງຄວາມທຸກຍາກຂອງຈີນ ແລະ ບົດຮຽນພື້ນຖານໃນການລືບລ້າງຄວາມທຸກຍາກຂອງຈີນ. ເຊິ່ງໃນປີ 1949 ວຽກງານຫຼຸດຜ່ອນຄວາມທຸກຍາກ ຂອງຈີນໄດ້ພັດທະນາໄປຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ; ຮັບຮູ້ເຂົ້້າໃຈຕໍ່ລະບົບການປົກຄອງແຫ່ງຊາດ ແລະ ຄວາມສາມາດໃນການປະຕິບັດລະບອບຂອງປະເທດ. ກໍ່ຄືພັກກອມມູນິດຈີນ ໄດ້ເອົາໃຈໃສ່ເຖິງການຫັນເປັນທັນສະໄໝ ຂອງການປົກຄອງປະເທດຊາດ ແລະ ບົດຮຽນອື່ນໆ ຈາກການສິດສອນຂອງຄູ-ອາຈານທີ່ມີປະສົບການມາຈາກຄະນະກວດກາພັກ-ລັດແຂວງຢຸນນານ, ມະຫາວິທະຍາໄລສ້າງຄູຢຸນນານ ເຊິ່ງແຕ່ລະທ່ານລ້ວນແຕ່ມີຄວາມຮູ້ຄວາມສາມາດ ແລະ ປະສົບການທາງດ້ານການສິດສອນມາກ່ອນ, ພ້ອມນີ້ນັກສໍາມະນາກອນແມ່ນໄດ້ເອົາໃຈໃສ່ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າບົດຮຽນ ຍາດແຍ່ງເອົາບົດຮຽນຈາກຄູອາຈານ ທີ່ມີປະສົບການດ້ວຍການສົນທະນາ, ຕັ້ງຄໍາຖາມ ເພື່ອນໍາເອົາບົດຮຽນທີ່ດີມານໍາໃຊ້ເຂົ້້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຕົນ, ໂດຍສະເພາະການຈັດຕັ້ງປະຕິບັດເຂົ້້າໃນວຽກງານກວດກາ ຂອງ ສປປ ລາວ ຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ມີປະສິດທິຜົນສູງຂຶ້ນກ່ວາເກົ່າ.
ຂ່າວໂດຍ, ຕູ່ນາ ເລົ່າຖາວອນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto