ຄະນະຜູ້ແທນຂັ້ນສູງ ຄະນະກວດກາສູນກາງພັກ ປະຊາຊົນປະຕິວັດລາວ ພົບປະແລກປ່ຽນບົດຮຽນ ກັບ ຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ

12/06/2024

ຄະນະຜູ້ແທນຂັ້ນສູງ ຄະນະກວດກາສູນກາງພັກ ປະຊາຊົນປະຕິວັດລາວ ພົບປະແລກປ່ຽນບົດຮຽນ ກັບ ຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ

ຕອນເຊົ້າຂອງວັນທີ 4 ມິຖຸນາ 2024, ຄະນະຜູ້ແທນຂັ້ນສູງ ຄະນະກວດກາສູນກາງພັກ ປະຊາຊົນປະຕິວັດລາວ ເຊິ່ງນຳໂດຍ ສະຫາຍ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລາຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ເຄື່ອນໄຫວພົບປະ ແລະ ແລກປ່ຽນບົດຮຽນ ກັບຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ເຈີ່ນ ເກີມ ຕູ໊, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກຳມະການກວດກາສູນກາງພັກ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ຕ້ານປະກົດການຫຍໍ້ທໍ້ ພ້ອມດ້ວຍຄະນະ.
ໃນພິທີ ສະຫາຍ ເຈີ່ນ ເກີມ ຕູ໊ ໄດ້ສະແດງຄວາມຊົມເຊີຍ ແລະ ປິຕິຊົມຊື່ນທີ່ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຂັ້ນສູງ ຄະນະກວດກາສູນກາງພັກ ປະຊາຊົນປະຕິວັດລາວ ທີ່ໄປ ຢ້ຽມຢາມ ແລະ ເຮັດວຽກຢູ່ ສສ.ຫວຽດນາມ; ພ້ອມນີ້, ສະຫາຍຍັງໄດ້ກ່າວວ່າການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງໃນຄັ້ງນີ້ ຈະປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະກໍ່ຄືສອງຄະນະກຳມະການກວດກາສູນກາງ ຂອງສອງພັກ.
ຈາກນັ້ນ ສະຫາຍ ປອ. ຄຳພັນ ພົມມະທັດ ກໍ່ໄດ້ກ່າວຄຳຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ, ອົບອຸ່ນ ແລະ ຈິງໃຈ ຂອງຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຄະນະໃນຄັ້ງນີ້; ພ້ອມທັງໄດ້ລາຍງານສະພາບກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງລາວ ເຊິ່ງສະຫາຍໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ເຖິງວ່າ ສປປ ລາວ ຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ພັກ-ລັດ ແລະ ປະຊາຊົນລາວ ກໍ່ໄດ້ພະຍາຍາມຜ່ານຜ່າຕໍ່ສູ້ຈົນສາມາດບັນລຸໄດ້ໝາກຜົນອັນຕັ້ງໜ້າໃນຫຼາຍຂົງເຂດ, ເປັນຕົ້ນແມ່ນສືບຕໍ່ຮັກສາເສດຖະກິດເຕີບໂຕ, ຊຸກຍູ້ການນຳເຂົ້າ ແລະ ສົ່ງອອກ, ເພີ່ມລາຍຮັບງົບປະມານ, ຊຳລະໜີ້ສາທາລະນະ ຕາມການກຳນົດເວລາ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເພີ່ມທະວີການປ້ອງກັນ, ຄວບຄຸມຢາເສບຕິດ, ຕ້ານອາດຊະຍາກຳຂ້າມຊາດ. ນອກນີ້ ວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ໃນໄລຍະຜ່ານມາແມ່ນໄດ້ສຸມໃສ່ກວດກາການປະຕິບັດໜ້າທີ່ຂອງພະນັກງານ ທີ່ໄດ້ຮັບການມອບໝາຍວຽກງານຕ່າງໆ; ສືບສວນຕໍ່ຜູ້ລະເມີດຕາມຂໍ້ກຳນົດຂອງກົດໝາຍ ແລະ ຖ້າຫາກພົບເຫັນມີການລະເມີດກໍ່ຈະຖືກດຳເນີນການແກ້ໄຂຢ່າງເຂັ້ມງວດ, ການກະທຳຜິດເຖິງຂັ້ນເປັນຄະດີອາຍາ ກໍ່ຈະຖືກໂຈະການປະຕິບັດໜ້າທີ່ຂອງພະນັກງານຜູ້ທີ່ມີສ່ວນພົວພັນກັບການກະທໍາຄວາມຜິດດັ່ງກ່າວ. ນອກຈາກນັ້ນ, ກໍ່ຍັງໄດ້ມີການສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການກວດກາຕໍ່ກັບໂຄງການລົງທຶນພາກລັດ ແລະ ກວດກາໂຄງການລົງທຶນທີ່ມີມູນຄ່າລາຄາສູງ ເກີນກຳນົດ; ສຳລັບການແກ້ໄຂຄຳຮ້ອງຟ້ອງ-ຮ້ອງທຸກ; ການເພີ່ມທະວີຮ່ວມມືກັບຫຼາຍປະເທດໃນຂົງເຂດອາຊຽນ ໃນວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. ໃນມໍ່ໆນີ້ ສປປ ລາວ ຈະເພີ່ມທະວີວຽກງານກວດກາພັກ, ກວດກາລັດ; ພ້ອມທັງສືບຕໍ່ໂຄສະນາເຜີຍແຜ່ວຽກງານກວດກາພັກ, ກວດກາລັດ; ໂຄສະນາໝາກຜົນການເຄື່ອນໄຫວກວດກາ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ... ກ່ຽວກັບເນື້ອໃນການຮ່ວມມືກັບຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ, ໂອກາດນີ້ສະຫາຍ ປອ.ຄຳພັນ ພົມມະທັດ ໄດ້ໃຫ້ຄຳໜັ້ນສັນຍາວ່າຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນຫຼາຍຮູບຫຼາຍແບບເຊັ່ນ: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສົ່ງພະນັກງານໄປສຶກສາ, ຄົ້ນຄວ້າ, ຮໍ່າຮຽນຢູ່ ສສ.ຫວຽດນາມ.
ພ້ອມນີ້ ສະຫາຍ ເຈີ່ນ ເກີມ ຕູ໊ ກໍ່ໄດ້ລາຍງານຫຍໍ້ໂດຍລວມ ຂອງສະພາບການຢູ່ ສສ.ຫວຽດນາມ; ການພົວພັນຫວຽດນາມ-ລາວ ໃນໄລຍະທີ່ຜ່ານມາ; ຜົນສຳເລັດຂອງການກວດກາ, ຕິດຕາມກວດກາ, ການປະຕິບັດວິໄນຂອງພັກ ແລະ ການຕໍ່ສູ້ການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ, ຕ້ານປະກົດການຫຍໍ້ທໍ້. ໃນສະພາບການສາກົນ ແລະ ພາກພື້ນ ສືບຕໍ່ມີການປ່ຽນແປງຢ່າງວ່ອງໄວ, ສັບສົນ ແລະ ບໍ່ສາມາດຄາດຄະເນໄດ້ ດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ຖ້າທຽບໃສ່ກັບຄວາມພະຍາຍາມຢ່າງໃຫຍ່ຫຼວງ, ໃນຕົ້ນປີ 2024, ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດທີ່ສຳຄັນໃນທຸກໆ ຂົງເຂດຄື: ການເຕີບໂຕເສດຖະກິດສືບຕໍ່ພັດທະນາ ຟື້ນຕົວ; ສະພາບການເສດຖະກິດ-ສັງຄົມສືບຕໍ່ມີການປ່ຽນແປງຢ່າງຕັ້ງໜ້າ. ພື້ນຖານເສດຖະກິດມະຫາພາກມີສະຖຽນລະພາບ, ອັດຕາເງິນເຟີ້ຖືກຄວບຄຸມ, ຄວາມດຸ່ນດ່ຽງທີ່ສຳຄັນໄດ້ຮັບການຮັບປະກັນ. ການເຕີບໂຕ GDP ໃນໄຕມາດທີ 1 ປີ 2024 ບັນລຸ 5,66%, ສູງສຸດໃນໄລຍະ 2020-2023. ວຽກງານກໍ່ ສ້າງ, ການສ້າງນະວັດຕະກຳທີ່ສົມບູນແບບໄດ້ມີການປະດິດສ້າງອັນໃຫມ່ຫຼາຍຂຶ້ນ. ດ້ານວັດທະນະທໍາ-ສັງຄົມໄດ້ມີຄວາມກ້າວໜ້າຫຼາຍຢ່າງ; ສະພາບແວດລ້ອມສືບຕໍ່ປັບປຸງ. ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມແມ່ນຍັງຮັກສາໄວ້ໄດ້. ການພົວພັນຕ່າງປະເທດ ແລະ ການເຄື່ອນໄຫວເຊື່ອມໂຍງເຂົ້າກັບສາກົນໄດ້ຮັບການປະຕິບັດຢ່າງກົງໄປກົງມາ ແລະ ຮອບດ້ານ. ສະຖານະພາບ ແລະ ຊື່ສຽງຂອງຫວຽດນາມ ໄດ້ຮັບການຍົກຍ້ອງສູງຂຶ້ນ. ສຳລັບວຽກງານຕິດຕາມ, ກວດກາ ການປະຕິບັດລະບຽບວິໄນຂອງພັກ ແລະ ວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ, ຕ້ານປະກົດການຫຍໍ້ທໍ້, ນັບຕັ້ງແຕ່ເລີ່ມຕົ້ນກອງປະຊຸມໃຫຍ່ຄັ້ງທີ XIII ມາຮອດປັດຈຸບັນ, ຄະນະບໍລິຫານງານສູນກາງ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຄະນະກຳມະການກວດກາສູນກາງ ໄດ້ອອກຫຼາຍຂໍ້ຕົກລົງ ແລະ ບົດແນະນຳສຳຄັນຫຼາຍສະບັບກ່ຽວກັບວຽກງານກວດກາ, ການຕິດຕາມກວດກາ ແລະ ປະຕິບັດວິໄນ ເພື່ອເປັນການຍົກສູງຄຸນນະພາບ, ປະສິດທິພາບ ແລະ ປະສິດທິຜົນຂອງວຽກງານກວດກາ. ພາຍໃຕ້ການນຳພາ ແລະ ຊີ້ນຳຂອງຄະນະພັກ, ຄະນະກຳມະການກວດກາທຸກໆຂັ້ນ ໄດ້ຕັ້ງໜ້າປະຕິບັດວຽກງານຮອບດ້ານຕາມຂໍ້ກຳນົດຂອງກົດລະບຽບພັກ, ສຸມໃສ່ກວດກາອົງການຈັດຕັ້ງພັກ, ສະມາຊິກພັກເມື່ອມີປະກົດການລະເມີດ; ເນື້ອໃນການກວດກາກໍ່ໄດ້ຮັບການຜັນຂະຫຍາຍ, ເຈາະຈີ້ມໃສ່ເປົ້າໝາຍທີ່ມີປະກົດການຫຍໍ້ທໍ້ທາງດ້ານແນວຄິດການເມືອງ, ຈັນຍາບັນການດຳລົງຊີວິດ, ການລະເມີດການຄຸ້ມຄອງ ແລະ ນຳໃຊ້ການເງິນ, ຊັບສິນຂອງລັດ, ທີ່ດິນ, ຊັບພະຍາກອນແຮ່ທາດ; ການປະຕິບັດໂຄງການລົງທຶນ; ການຈັດຊື້-ຈັດຈ້າງອຸປະກອນຕ່າງໆ; ວຽກງານຕຸລາການ; ຮັກສາໄດ້ດ້ານຄຸນສົມບັດສິນທຳປະຕິວັດ ແລະ ຊີວິດການເປັນຢູ່, ປະຕິບັດ ໜ້າທີ່ຄວາມເປັນແບບຢ່າງ ແລະ ອື່ນໆ.
ໃນບັນຍາກາດແຫ່ງຄວາມຈິງໃຈ, ເປີດອົກເປີດໃຈ ແລະ ເຕັມໄປດ້ວຍມິດຕະພາບ, ການພົບປະແລກປ່ຽນບົດຮຽນໄດ້ບັນລຸຜົນເລັດທີ່ສຳຄັນຫຼາຍຢ່າງ. ສອງຝ່າຍໄດ້ແລກປ່ຽນບົດຮຽນອັນລ້ຳຄ່າໃນການກວດກາ, ການຕິດຕາມກວດກາ, ການປະຕິບັດລະບຽບວິໄນຂອງພັກ ແລະ ວຽກງານຕໍ່ສູ້ໃນການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ, ຕ້ານປະກົດການຫຍໍ້ທໍ້, ພ້ອມທັງເຫັນດີເປັນເອກະພາບຕໍ່ກັບແນວທາງ ແລະ ມາດຕະການເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງປະເທດ ແລະ ລະຫວ່າງ ອົງການກວດກາສູນກາງ ຂອງສອງພັກໄດ້ເພີ່ມພູນຄູນສ້າງຂຶ້ນໄປເລື້ອຍໆ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto