ຜົນສໍາເລັດບັ້ນດໍາເນີນຊິວິດການເມືອງ, ກອງປະ​ຊຸມໃຫ່ຍໜ່ວຍພັກ ຄະນະກວດກາເມືອງແບງ ແຂວງອຸດົມໄຊ

14/06/2024

ຜົນສໍາເລັດບັ້ນດໍາເນີນຊິວິດການເມືອງ, ກອງປະ​ຊຸມໃຫ່ຍໜ່ວຍພັກ ຄະນະກວດກາເມືອງແບງ ແຂວງອຸດົມໄຊ

ວັນທີ 07 ມີຖຸນາ 2024 ນີ້, ໜ່ວຍພັກ ຄະນະກວດກາ ເມືອງແບງ ໄດ້ເປີດກອງປະຊຸມ ບັ້ນດໍາເນີນຊິວິດການເມືອງທ້າຍສະໄໝ ແລະ ກອງປະຊຸມໃຫ່ຍ ຂອງໜ່ວຍພັກຂຶ້ນ ທີ່ຫ້ອງປະຊຸມຫ້ອງການແຜນການ ແລະ ການລົງທຶນເມືອງແບງ ພາຍໃຕ້ການເປັນປະທານ ຂອງສະຫາຍ ສູນທອນ ຈັນທະເກດ ເລຂາໜ່ວຍພັກ, ຮອງປະທານ ຄະນະກວດກາເມືອງ ເປັນກຽດເຂົ້າຮ່ວມຊີ້ນໍາໂດຍ ສະຫາຍ ຄໍາພອນ ພິມມະລາດ, ຮອງເລຂາພັກເມືອງ, ປະທານ ຄະນະກວດກາເມືອງ, ມີ​ບັນດາ​ສະຫາຍ​ຄະນະ​ໜ່ວຍພັກ, ສະມາຊິພັກ, ຄະນະຮັບຜິດຊອບດໍາເນີນກອງປະຊຸມຂັ້ນແຂວງ-ຂັ້ນເມືອງ ແລະ ແຂກເຊີນໜ່ວຍພັກອ້ອມຂ້າງ ເຂົ້າຮ່ວມ.

ໃນກອງປະຊຸມບັ້ນດໍາເນີນຊິວິດການເມືອງຄັ້ງນີ້ ແມ່ນໄດ້ຮັບ​ຟັງ​ການ​ຜ່ານ ມະຕິຕົກລົງ ເລກທີ 293 /ຄປພມ ລົງວັນທີ 06 ມີນາ 2024 ວ່າດ້ວຍການອະນຸມັດເປີດບັ້ນດໍາເນີນຊິວິດການເມືອງ ທ້າຍສະໄໝທີ I ຂອງໜ່ວຍພັກ, ຈາກນັ້ນ ສະຫາຍ ສູນທອນ ຈັນທະເກດ ໄດ້ຜ່ານ​ບົດສໍາຫຼວດການນໍາພາລວມຂອງໜ່ວຍພັກ ໃນໄລຍະ 05 ປີຜ່ານມາ, ໂດຍຍົກໃຫ້ເຫັນການນໍາພາ-ຊີ້ນໍາ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ກວດກາຮອບດ້ານຂອງຄະນະ​ໜ່ວຍພັກ ໄດ້ມີຜົນສໍາເລັດໃນຫຼາຍດ້ານ. ພ້ອມນັ້ນ, ຄະນະ​ໜ່ວຍພັກ, ສະມາຊິກພັກ ໄດ້ປະກອບ​ຄຳ​ເຫັນຕໍ່ບົດສໍາຫຼວດການນໍາພາລວມຢ່າງພາວະວິໄສ, ພ້ອມທັງເປັນເອກະພາບຮັບຮອງເອົາເນື້ອໃນບົດສໍາຫຼວດນໍາພາລວມ, ຫຼັງຈາກນັ້ນໄດ້ຮັບຟັງການຜ່ານບົດສໍາຫຼວດບຸກຄົນຂອງ ຄະນະໜ່ວຍພັກ, ສະມາຊິກພັກ ເຊິ່ງແຕ່ລະສະຫາຍແມ່ນໄດ້ມີຄວາມຈິງໃຈຕໍານິຕົນເອງ, ຕຳນິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະ ກັນມີລັກສະນະສ້າງສັນ, ບົນພື້ນຖານຄວາມຈິງ, ໂດຍຜູ້ຖືກຕໍານິສົ່ງຂ່າວກໍຈິງໃຈຮັບເອົາ ແລະ ພ້ອມແລ້ວທີ່ຈະປ່ຽນແປງຢ່າງແທ້ຈິງ; ໜ່ວຍພັກຄະນະກວດກາເມືອງ ມີສະມາຊິກທັງ ໝົດ 07 ສະຫາຍ, ຍິງ 02 ສະຫາຍ, ໃນບົດສໍາຫຼວດຕົນເອງໄດ້ຕີລາຄາຈັດຢູ່ໃນປະເພດ ແຂງ 07 ສະຫາຍ ຍິງ 02 ສະຫາຍ, ໝູ່ຄະນະຈັດປະເພດໃຫ້ ແຂງ 07 ສະຫາຍ, ຍິງ 02 ສະຫາຍ.

ພາຍຫຼັງສໍາເລັດ ບັ້ນດໍາເນີນຊິວິດການເມືອງທ້າຍສະໄໝ ໄດ້ສືບຕໍ່ດໍາເນີນກອງປະຊຸມໃຫຍ່ຂອງໜ່ວຍພັກ ໃນກອງປະຊຸມໄດ້ຮັບ​ຟັງ​ການ​ຜ່ານ ມະຕິຕົກລົງ ສະບັບເລກທີ 294 / ຄປພມ ລົງວັນທີ 06 ມີຖຸນາ 2024 ວ່າດ້ວຍການອະນຸມັດ ໃຫ້ໜ່ວຍພັກຄະນະກວດກາ ເມືອງແບງ ເປີດກອງປະໃຫຍ່ຄັ້ງທີ II ຂອງໜ່ວຍພັກ ແລະ ບົດລາຍງານຄຸນລັກສະນະຂອງໜ່ວຍພັກ ຈາກຄະນະຈັດຕັ້ງກອງປະຊຸມ, ຈາກນັ້ນ ສະຫາຍ ສູນທອນ ຈັນທະເກດ ໄດ້ຜ່ານຮ່າງລາຍງານການເມືອງ ແລະ ທິດທາງແຜນການໃນຕໍ່ໜ້າ, ແຜນພັດທະນາວຽກງານກວດກາ ໃນໄລຍະ 05 ປີຕໍ່ໜ້າ ແຕ່ປີ 2025-2029 ໂດຍຍົກໃຫ້ເຫັນ ການນໍາພາ-ຊີ້ນໍາ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະໜ່ວຍພັກໃນໄລຍະ 05 ປີຜ່ານ​ມາ ເຫັນວ່າມີຜົນສໍາເລັດຫຼາຍດ້ານ ໂດຍຍົກໃຫ້ເຫັນດ້ານດີ-ຕັ້ງໜ້າ, ດ້ານອ່ອນ-ຂໍ້ຄົງຂ້າງ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ວິທີແກ້ໄຂ້ໃນຕໍ່ໜ້າ ພ້ອມດຽວກັນນີ້ປະທານກອງປະຊຸມໄດ້ມີຄໍາຖາມເຈາະຈີ້ມຕໍ່ຜູ້ແທນກອງປະຊຸມ ເພື່ອປະກອບຄໍາຄິດຄໍາເຫັນຕໍ່ຮ່າງລາຍການເມືອງ ແລະ ແຜນພັດທະນາວຽກງານກວດກາ ໃນໄລຍະ 05 ປີຕໍ່ໜ້າ ໃຫ້ມີເນື້ອໃນຄົບຖ້ວນ ແລະ ມີຄວາມເປັນເອກພາບ. ຈາກນັ້ນ, ກອງປະຊຸມໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ຕາມຂັ້ນຕອນຂອງກົດລະບຽບພັກ, ໂດຍມີຜູ້ລົງຮັບສະມັກເລືອກຕັ້ງທັງໝົດ 03 ສະ ຫາຍ, ຍິງ 0 ສະຫາຍ, ເລືອກໄດ້ 02 ສະຫາຍ, ໃນກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກເອົາສະຫາຍ ຄໍາແສງ ສຸດທິວົງ ເປັນເລຂາໜ່ວຍພັກ, ສະຫາຍ ຄໍາຊາຍ ແກ້ວບັນດິດ ເປັນຮອງເລຂາໜ່ວຍພັກ ພ້ອມ​ທັງ​ເປັນ ຜູ້ກວດກາຂອງ ໜ່ວຍພັກ.

ໃນຕອນທ້າຍຂອງພິທີ ສະຫາຍ ຄໍາພອນ ພິມມະລາດ ໄດ້ໃຫ້ກຽດໂອ້ລົມ ແລະ ​ຍ້ອງຍໍ​ຊົມ​ເຊີຍ​ຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ພ້ອມ​ທັງ​ໄດ້ເນັ້ນໜັກບາງບັນຫາ ແລະ ​ໃຫ້ທິດຊີ້ນໍາແກ່ຄະນະໜ່ວຍພັກຊຸດໃໝ່, ສະມາຊິກພັກໃນການປະຕິບັດໜ້າທີການເມືອງ-ແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມສາມັກຄີພາຍໃນໜ່ວຍພັກ, ການຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນຕໍ່ແນວທາງຂອງພັກ ແລະ ກົດໝາຍຂອງລັດ ກໍຄືການປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງພັກ ແລະເອົາໃຈໃສ່ນໍາພາ-ຊີ້ນໍາໜ່ວຍພັກໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຄື່ອນໄຫວຈັດຕັ້ງປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ ກ່ຽວກັບວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ, ການແກ້ໄຂຄໍາຮ້ອງ-ຄໍາສະເໜີຂອງພົນລະເມືອງ, ສະມາຊິກພັກ, ບໍາລຸງ-ກໍ່ສ້າງພະນັກງານກວດກາອາຊີບ, ຜູ້ເຮັດວຽກງານກວດກາຕາມຂະແໜງການອ້ອມຂ້າງ ໃຫ້ມີຄວາມໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ຖືສໍາຄັນຕໍ່ການເຄື່ອນໄຫວວຽກງານຕິດຕາມ, ກວດກາໃຫ້ເປັນປົກກະຕິ ດັ່ງຄໍາຂວັນທີ່ວ່າ “ ກວດກາທົ່ວເຖິງ ເລິກເຊິ່ງ ໂປ່ງໃສ, ແກ້ໄຂບັນຫາຖືກຕ້ອງ, ເດັດຂາດ, ທັນການ ແລະ ເປັນທໍາ ”
ພາບ-ຂ່າວໂດຍ: ຄອນສີ ຂັນທະເກດ ຄະນະກວດກາ ເມືອງແບງ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto