10/06/2024
ໃນວັນທີ 06 ມິຖຸນາ 2024 ນີ້, ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມວຽກງານກວດກາ ທະນາຄານແຫ່ງ ສປປ ລາວ ປະຈຳປີ 2023 ຂຶ້ນ ທີ່ສະໂມສອນສະຖາບັນການທະນາຄານ ໂດຍການເປັນປະທານຂອງ ສະຫາຍ ນາງ ວັດທະນາ ດາລາລອຍ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ ທະນາຄານແຫ່ງ ສປປ ລາວ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ເລຂາຄະນະບໍລິຫານງານພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະຫາຍ ວັນໄຊ ຊົງຊາຢູ ກໍາມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາສະຫາຍຄະນະປະຈຳພັກ, ຄະນະພັກ, ຜູ້ຕາງໜ້າຈາກຄະນະກວດກສູນກາງພັກ, ເລຂາໜ່ວຍພັກ, ຜູ້ກວດກາໜ່ວຍພັກ, ເລຂາຄະນະພັກຮາກຖານ, ປະທານກວດກາຄະນະພັກຮາກຖານ, ຫົວໜ້າສາຂາ ທຫລ, ພະນັກງານທີ່ເຮັດວຽກງານກວດກາທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມທັງໝົດ 136 ສະຫາຍ, ຍິງ 59 ສະຫາຍ.
ກອງປະຊຸມໃນຄັ້ງນີ້ ແມ່ນໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນ ຂອງຄະນະເລຂາທິການສູນກາງພັກ, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈາກສະຫາຍ ວັນໄຊ ຊົງຊາຢູ ແລະ ສະຫາຍ ນາງ ມະໄລກັນ ແກ້ວມຸນຕີ ຫົວໜ້າພະແນກຄົ້ນຄວ້າທິດສະດີ ແລະ ພຶດຕິກໍາ ກົມຄົ້ນຄວ້າ ແລະ ວາລະສານກວດກາ ຄະນະກວດກາສູນກາງພັກເປັນຕົ້ນ: ຄໍາແນະນໍາ ກ່ຽວກັບການກະກຽມ ແລະ ດຳເນີນຊີວິດການເມືອງທ້າຍສະໄໝກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເລກທີ 285/ຄກສພ ລົງວັນທີ 15 ກັນຍາ 2023; ບາງເນື້ອໃນຂອງຄຳສັ່ງແນະນຳ ກ່ຽວກັບການເພີ່ມທະວີການນຳພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນກວດກາ ເລກທີ 169/ຄລສພ ລົງວັນທີ 15 ສິງຫາ 2022; ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍກວດກາລັດ (ສະບັບປັບປຸງ) ເລກທີ 331/ອກຫລ ລົງວັນທີ 03 ຕຸລາ 2023 ພ້ອມທັງໄດ້ອະທິບາຍ, ເນັ້ນໜັກບາງຈຸດໃຫ້ມີຄວາມກະຈ່າງແຈ້ງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບປະສິດທິຜົນ. ຈາກນັ້ນ, ສະຫາຍ ນາງ ວັດທະນາ ດາລາລອຍ ແລະ ສະຫາຍ ວຽງສະຫວັນ ໄຊຍະວົງ ກໍາມະການພັກ, ຮອງປະທານກວດກາພັກ ທຫລ ໄດ້ສະຫຼຸບລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານກວດກາ ກາງສຳໄໝກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ; ຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ຂອງທະນະຄານ ແຫ່ງ ສປປ ລາວ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ເຫັນວ່າ ມີຜົນສໍາເລັດຫຼາຍດ້ານໃນການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາພັກ, ກວດກາລັດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າຄໍາຮ້ອງຄໍາສະເໜີ ໂດຍໄດ້ຍົກໃຫ້ເຫັນດ້ານດີອັນພົ້ນເດັ່ນໃນການນຳພາ-ຊີ້ນຳຂອງຄະນະກວດກາພັກທະນາຄານແຫ່ງ ສປປ ລາວ ແລະ ຄະນະກວດກາແຕ່ລະຂັ້ນ ຕໍ່ການຕິດຕາມ, ກວດກາ, ການຈັດຕັ້ງປະຕິບັດພາລະບົດບາດ, ສິດ, ໜ້າທີ່ຄວາມຮັບຜິດຊອບ, ການປະຕິບັດບັນດາມະຕິ, ຄຳສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ພ້ອມນີ້ ຍັງໄດ້ຍົກໃຫ້ເຫັນບາງບັນຫາທີ່ຄົງຄ້າງ ທີ່ຈະຕ້ອງຮີບຮ້ອນເອົາໃຈໃສ່ປັບປຸງແກ້ໄຂຢ່າງເດັດຂາດ, ເຂັ້ມງວດ ແລະ ທັນສະພາບການ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າໄປສູ່ຄຸນນະພາບໃໝ່, ບາງບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການຈຸດສຸມໃນຕໍ່ໜ້າ. ໂອກາດດຽວກັນນີ້, ຜູ້ແທນກອງປະຊຸມຍັງໄດ້ພ້ອມປະກອບຄວາມເຫັນໃນຫົວຂໍ້ຕ່າງໆ ທີ່ຕິດພັນກັບວຽກງານກວດກາ ແລະ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ຢ່າງພາວະວິໄສ, ກົງໄປກົງມາ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຕົວຈິງຢູ່ແຕ່ລະຂັ້ນ, ແຕ່ລະພາກສ່ວນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງແທດເຖິງ ທັງຮັບປະກັນປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າໃນຕໍ່ໜ້າ.
ພ້ອມນີ້, ໃນກອງປະຊຸມຍັງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023; ຜ່ານມະຕິຕົກລົງ ວ່າດ້ວຍການຮັບຮອງການຕີລາຄາຄຸນນະພາບ ແລະ ແບ່ງປະເພດໜ່ວຍພັກ ສະບັບເລກທີ 104/ຄພ.ທຫລ ລົງວັນທີ 09 ພຶດສະພາ 2024 ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023 ອີກດ້ວຍ.