ພິທີພົບປະລະຫວ່າງຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ສປປ ລາວ ກັບ ຄະນະກຳມະການປະຈຳພັກແຂວງ ກວາງຕົ່ງ ສປ ຈີນ

03/06/2024

ພິທີພົບປະລະຫວ່າງຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ສປປ ລາວ ກັບ ຄະນະກຳມະການປະຈຳພັກແຂວງ ກວາງຕົ່ງ ສປ ຈີນ

ຕອນບ່າຍວັນທີ 30 ພຶດສະພາ 2024 ທີ່ຫ້ອງປະຊຸມຂອງ ຄະນະກວດກາສູນກາງພັກ ໄດ້ມີພິທີພົບປະ ລະຫວ່າງ ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ກັບ ຄະນະກຳມະການປະຈຳພັກແຂວງ ກວາງຕົ່ງ ສປ ຈີນ. ຕາງໜ້າຝ່າຍລາວໂດຍ ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ກຳມະການປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ,

ຝ່າຍ ສປຈີນ ນຳໂດຍ ສະຫາຍ ຊົ້ງ ຟູ ຫຼົງ ກຳມະການປະຈຳພັກແຂວງ ກວາງຕົ່ງ, ເລຂາ ຄະນະກຳມະການກວດກາວິໄນ ແຂວງກວາງຕົ່ງ, ຫົວໜ້າຄະນະກຳມະການກວດກາລັດ ແຂວງກວາງຕົ່ງ ພ້ອມດ້ວຍຄະນະ.

ໃນພິທີ ສະຫາຍ ວິໄລວັນ ບຸດດາຄຳ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຢ່າງສູງ ຕໍ່ການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້. ສະຫາຍ ຊົ້ງ ຟູ ຫຼົງກໍ່ໄດ້ແຈ້ງສະພາບອັນພົ້ນເດັ່ນ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງພັກຢ່າງຮອບດ້ານ, ກໍ່ຄືການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງຂອງແຂວງ ກວາງຕົ່ງ ພາຍໃຕ້ການນຳພາຂອງພັກກອມມູນິດຈີນ ທີ່ມີສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງ, ເຊິ່ງໃນທ້າຍປີ 2023 ສອງຝ່າຍລາວ-ຈີນ ແມ່ນໄດ້ພ້ອມກັນສືບຕໍ່ ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ລະຫວ່າງ ພັກປະຊາຊົນປະຕິວັດລາວ ກັບ ພັກກອມມູນິດຈີນ (ສະບັບໃໝ່ ປີ 2024-2028). ໃນນີ້ການຮ່ວມມືດ້ານຂົງເຂດການເມືອງ ໃນ ຂໍ້ 3 ໄດ້ກຳນົດ: ສືບຕໍ່ເພີ່ມທະວີ ການພົວພັນຮ່ວມມື ໃນຂົງເຂດວຽກງານຕິດຕາມ, ກວດກາ. ພ້ອມກັນຊຸກຍູ້ສ້າງຄວາມປອດໃສ ໃນກອບການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ”, ສ້າງກົນໄກທີ່ມີປະສິດທິຜົນ ແລະ ຍາວນານ ໃນການສ້າງຄວາມປອດໃສ ໃນໄລຍະການດຳເນີນບັນດາກິດຈະການ ຂອງໂຄງການລົດໄຟ ລາວ-ຈີນ ໃຫ້ເຂັ້ມແຂງ; ລົງເລິກການຮ່ວມມື ໃນການປະຕິບັດກົດໝາຍໃນການຕ້ານການສໍ້ລາດບັງຫຼວງ, ຕາມຈັບຜູ້ກະທຳຜິດທີ່ລົບໜີ ແລະ ນຳຄືນຂອງກາງ, ຮ່ວມມືກັນປາບປາມຜູ້ກະທຳຜິດສໍ້ລາດບັງຫຼວງຂ້າມແດນ; ເພີ່ມທະວີການປະສານສົບທົບກັນ ໃນຂອບການຮ່ວມມື “ສົນທິສັນຍາ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ຂອງສະຫະປະຊາຊາດ”, ຂອບການຮ່ວມມື ອາຊຽນ-ຈີນ ແລະ ຂອບກົນໄກຫຼາຍຝ່າຍອື່ນໆ ເພື່ອຮ່ວມກັນປົກປ້ອງຜົນປະໂຫຍດ ຂອງບັນດາປະເທດທີ່ກຳລັງພັດທະນາ. ພ້ອມກັນນີ້ ສະຫາຍ ວິໄລວັນ ບຸດດາຄຳ ກໍ່ໄດ້ແຈ້ງສະພາບການເຄື່ອນໄຫວກ່ຽວກັບວຽກງານກວດກາພັກ, ກວດກາລັດ, ວຽກງານຕ້ານການສໍ້ລາດບັງຫຼວງ ແລະ ສອບສວນສືບສວນຂອງອົງການກວດກາແຫ່ງລັດ ພ້ອມນີ້ກໍ່ໄດ້ພ້ອມກັບແລກປ່ຽນຄໍາເຫັນບາງບັນຫາທີ່ທັງສອງຝ່າຍມີຄວາມສົນໃຈຕື່ມອີກ.

ໃນຕອນທ້າຍຂອງພິທີ ສະຫາຍ ວິໄລວັນ ບຸດດາຄຳ ກໍ່ໄດ້ອວຍພອນ ສະຫາຍ ຊົ້ງ ຟູ ຫລົງ, ກໍາມະການປະຈໍາພັກແຂວງ ກວາງຕົ່ງ ສປ ຈີນ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າ ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ຈີນ ເປັນຄູ່ ຮ່ວມມືຍຸດທະສາດຮອບດ້ານ ແລະ ຄູ່ຮ່ວມຊາຕາກໍາ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຈີນ ຈົ່ງ ໝັ້ນຄົງທະນົງແກ່ນ ແລະ ສວຍສົດງົດງາມຕະຫຼອດໄປ; ອວຍພອນໃຫ້ການພົວພັນຮ່ວມມືລະຫວ່າງ ສອງອົງການກວດກາລັດພວກເຮົາ ຈົ່ງສືບຕໍ່ຂະຫຍາຍຕົວໄປສູ່ລວງເລິກ, ໜັກແໜ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto