ກອງປະຊຸມສຳມະນາອົງການທີ່ກ່ຽວຂ້ອງກັບອາຊຽນ ຄັ້ງທີ 08

30/05/2024

ກອງປະຊຸມສຳມະນາອົງການທີ່ກ່ຽວຂ້ອງກັບອາຊຽນ ຄັ້ງທີ 08

ກອງປະຊຸມສໍາມະນາອົງການທີ່ກ່ຽວຂ້ອງກັບອາຊຽນ ຄັ້ງທີ 08 ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2024 ທີ່ສໍານັກງານໃຫຍ່ອາຊຽນ (ASEAN Headquarters) ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ, ໃຫ້ກຽດກ່າວເປີດພິທີໂດຍ ທ່ານ ດຣ ຄາວ ຄິມ ຮອນ (HLE. Dr Kao Kim Hourn) ເລຂາທິການໃຫຍ່ ສໍານັກງານອາຊຽນ, ມີຜູ້ແທນເຂົ້າຮ່ວມຈາກ 40 ພາກສ່ວນ, ໃນນັ້ນມີຄະນະຜູ້ແທນຂອງອົງການກວດກາແຫ່ງລັດ ສປປ ລາວ ນຳໂດຍ ທ່ານ ສຸພາວົງ ວັນທານຸວົງ ຫົວໜ້າ ກົມພົວພັນຕ່າງປະເທດ ເປັນຫົວໜ້າຄະນະ, ຊຶ່ງເປັນຄັ້ງທຳອິດທີ່ ໄດ້ເຂົ້າຮ່ວມ ໂດຍໄດ້ຮັບການ ເຊີນໃນນາມອົງການກວດກາແຫ່ງລັດ ສປປ ລາວ ເປັນປະທານອາຊຽນ-ແພັກປີ 2023.

 

ໂອກາດນີ້ ທ່ານ ດຣ ຄາວ ຄິມ ຮອນ ເລຂາທິການໃຫຍ່ ສໍານັກງານອາຊຽນ ໄດ້ຍົກໃຫ້ເຫັນ ບົດບາດຂອງບັນດາອົງການທີ່ກ່ຽວຂ້ອງກັບອາຊຽນ, ຄວາມສໍາຄັນໃນການຍາດແຍ່ງ, ສິ່ງທ້າທາຍຕ່າງໆໃຫ້ກາຍເປັນ ໂອກາດ ແລະ ປາກົດຜົນເປັນຈິງຂຶ້ນໄປເລື້ອຍໆ ໂດຍສຸມໃສ່ການປຶກສາຫາລືກ່ຽວກັບອະນາຄົດແຫ່ງຄວາມຍືນຍົງຂອງ ອາຊຽນ, ຂອບການຟື້ນຟູຮອບດ້ານຂອງອາຊຽນ, ການສຶກສາເພື່ອຄວາມຍືນຍົງຂອງອາຊຽນ; ການພົວພັນຮ່ວມມືກ່ຽວກັບການສະເໜີໂຄງການ ແລະ ກົນໄກການຈັດຫາທຶນໂດຍສໍານັກງານເລຂາທິການອາຊຽນ; ນອກນັ້ນ ທ່ານຍັງໄດ້ເນັ້ນວ່າ ກອງປະຊຸມສໍາມະນາໃນຄັ້ງນີ້ ຈະສືບຕໍ່ເປັນເວທີປາໄສໃຫ້ແກ່ການປຶກສາຫາລື, ການຮ່ວມມືຢ່າງມີປະສິດທິຜົນ ພ້ອມທັງແລກປ່ຽນຄວາມຄິດຄວາມເຫັນລະຫວ່າງບັນດາພາກສ່ວນທີ່ກ່ຽວຂ້ອງທີ່ໄດ້ລະບຸໄວ້ໃນກົດບັດອາຊຽນ.
ໃນກອງປະຊຸມໄດ້ສະເໜີໃຫ້ລັດຖະບານລາວ ມີສາຍການບິນໂດຍກົງ ລະຫວ່າງ ລາວ-ອິນໂດເນເຊຍ-ລາວ ເພື່ອສະດວກໃນການເດີນທາງ, ປຶກສາຫາລືກັບບັນດາຂະແໜງການຂອງອາຊຽນ ລວມທັງກອງເລຂາອາຊຽນ, ສປປ ລາວ ໄດ້ກຳນົດ 09 ຂົງເຂດບູລິມະສິດທີ່ກວມເອົາສາມເສົາຄໍ້າປະຊາຄົມອາຊຽນ ເພື່ອໃຫ້ສອດຄ່ອງກັບຫົວຂໍ້ “ເພີ່ມທະວີການເຊື່ອມໂຍງ ແລະ ຄວາມເຂັ້ມແຂງອາຊຽນ, ຊຶ່ງ 09 ຂົງເຂດບູລິມະສິດດັ່ງກ່າວນັ້ນແມ່ນຈະໄດ້ສຸມໃສ່ 02 ອົງປະກອບຂອງຫົວຂໍ້: ອົງປະກອບຂອງຫົວຂໍ້ 01 ຄື: ເພີ່ມທະວີການເຊື່ອມໂຍງ ພວກເຮົາຈະສຸມໃສ່ 04 ຂົງເຂດຕົ້ນຕໍຄື: ການຫັນເປັນຈຸດສຸມ ແລະ ເຊື່ອມໂຍງເສດຖະກິດ, ການສ້າງອາຊີບ ແລະ ອະນາຄົດທີ່ໝັ້ນຄົງ, ການຫັນເຂົ້າສູ່ລະບົບດິຈິຕອລ, ວັດທະນະທໍາ ແລະ ສິລະປະອາຊຽນ. ອົງປະກອບຂອງຫົວຂໍ້ 02 ຄື: "ການເພີ່ມທະວີຄວາມເຂັ້ມແຂງຂອງອາຊຽນ", ພວກເຮົາຈະສຸມໃສ່ 05 ຂົງເຂດຕົ້ນຕໍ ຄື: ການພັດທະນາແຜນຍຸດທະສາດສໍາລັບວິໄສທັດ ປະຊາຄົມອາຊຽນ 2045, ການຫັນອາຊຽນໃຫ້ເປັນສູນກາງ, ການສົ່ງເສີມການຮ່ວມມືທາງດ້ານສິ່ງແວດລ້ອມ, ແມ່ຍິງ ແລະ ເດັກນ້ອຍ, ສຸຂະພາບ.
ໃນກອງປະຊຸມ ຄະນະຜູ້ແທນຂອງອົງການກວດກາແຫ່ງລັດ ສປປ ລາວ ໄດ້ມີໂອກາດແລກປ່ຽນ ແລະ ສົນທະນານໍາອົງການທີ່ກ່ຽວຂ້ອງ ຕ່າງໆ ໂດຍໄດ້ແບ່ງອອກເປັນ 03 ກຸ່ມຕາມເສົາຄໍ້າ ຄື: 1) ເສົາຄໍ້າປະຊາຄົມຄວາມໝັ້ນຄົງທາງການເມືອງອາຊຽນ; 2) ເສົາຄໍ້າ ປະຊາຄົມວັດທະນະທໍາ-ສັງຄົມອາຊຽນ; 3) ເສົາຄໍ້າປະຊາຄົມເສດຖະກິດອາຊຽນ. ຊຶ່ງຄະນະຜູ້ແທນຂອງອົງການກວດກາແຫ່ງລັດ ສປປ ລາວ ໄດ້ມີໂອກາດແລກປ່ຽນບົດຮຽນ, ປະສົບການ ແລະ ສົນທະນານຳຫຼາຍພາກສ່ວນທີ່ກ່ຽວຂ້ອງກັບ ອາຊຽນ ໂດຍສະເພາະພິເສດແມ່ນໄດ້ນໍາສະເໜີໂດຍຫຍໍ້ກ່ຽວກັບທີ່ຕັ້ງ, ພາລະບົດບາດຂອງອົງການ ແລະ ຈຸດປະສົງຂອງ ການເຂົ້າຮ່ວມກອງປະຊຸມສໍາມະນາໃນຄັ້ງນີ້ ໃນຖານະທີ່ອົງການກວດກາແຫ່ງລັດ ສປປ ລາວ ເປັນປະທານກອງປະຊຸມ ອາຊຽນ-ແພັກ ຄັ້ງທີ 19 (19th Principals Meeting of ASEAN-PAC), ພ້ອມນັ້ນ ຄະນະຜູ້ແທນຍັງໄດ້ສົນທະນາ ແລກປ່ຽນກ່ຽວກັບການຮ່ວມມືໃນຕໍ່ໜ້ານໍາອົງການຮ່ວມມື ຍີ່ປຸ່ນ-ອາຊຽນ (Japan ASEAN Cooperation) ຫຼື ກອງທຶນ ຮ່ວມ ຍີ່ປຸ່ນ-ອາຊຽນ (JAIF) ຊຶ່ງອົງການດັ່ງກ່າວແມ່ນອົງການທີ່ສະໜັບສະໜູນຄວາມພະຍາຍາມຂອງບັນດາປະເທດສະມາຊິກອາຊຽນ ເພື່ອແນໃສ່ຊຸກຍູ້, ສົ່ງເສີມການເຊື່ອມໂຍງຢ່າງຮອບດ້ານຂອງອາຊຽນ ໂດຍມຸ່ງໄປສູ່ການສ້າງປະຊາຄົມອາຊຽນ ແບບເປີດກວ້າງ, ການຂັບເຄື່ອນ ແລະ ສ້າງຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດອາຊຽນ 2025 ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ສົ່ງເສີມການຮ່ວມມື, ເພີ່ມທະວີການເຄື່ອນໄຫວວຽກງານຕ່າງໆ ຂອງກອງເລຂາອາຊຽນ ແລະ ສົ່ງເສີມການຮ່ວມມືລະຫວ່າງຍີ່ປຸ່ນກັບອາຊຽນ ກໍຄື ຊຸກຍູ້ ແລະ ສົ່ງເສີມການໃຫ້ຄວາມຊ່ວຍເຫຼືອບັນດາປະເທດສະມາຊິກອາຊຽນ ເປັນຕົ້ນ: ດ້ານເຕັກໂນໂລຊີ, ການຄ້າ, ການແລກປ່ຽນດ້ານບຸກຄະລາກອນ, ການສຶກສາ ແລະ ຄົ້ນຄວ້າ, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ຂອງອາຊຽນລະຫວ່າງປະຊາຊົນຍີ່ປຸ່ນ ແລະ ໃນພາກພື້ນອາຊຽນ. ສະນັ້ນ, ອົງການຮ່ວມມື ຍີ່ປຸ່ນ-ອາຊຽນ (Japan-ASEAN Coopention) ຫຼື ກອງທຶນຮ່ວມ ຍີ່ປຸ່ນ-ອາຊຽນ (JAIF) ມີຄວາມຍິນດີໃຫ້ຄວາມຊ່ວຍເຫຼືອທາງດ້ານງົບປະມານໃນການຈັດກິດຈະກຳຕ່າງໆທີ່ກ່ຽວຂ້ອງກັບວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນຕໍ່ໜ້າ.
 

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto