ກະຊວງອຸດສາຫະກໍາ ແລະ ການຄ້າ ສະຫຼຸບວຽກງານກວດກາ ປະຈໍາປີ 2023

29/05/2024

ກະຊວງອຸດສາຫະກໍາ ແລະ ການຄ້າ ສະຫຼຸບວຽກງານກວດກາ ປະຈໍາປີ 2023

ກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ 2024 ນີ້, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ I ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການເປັນປະທານຂອງ ສະຫາຍ ພຸດທະວັນ ນັນທະວົງ ຄະນະປະຈໍາພັກ, ປະທານຄະນະກວດກາພັກກະຊວງ, ຫົວໜ້າກົມກວດກາ, ມີສະຫາຍ ຄໍາຜ່ອງ ສິດທິຊົນ ຮອງຫົວໜ້າກົມກວດກາພັກ ຄະນະກວດກາສູນກາງພັກ, ບັນດາສະຫາຍຮອງປະທານກວດກາພັກກະຊວງ, ເລຂາໜ່ວຍພັກຫ້ອງການ-ບັນດາກົມ, ລັດວິສາຫະກິດທີ່ຂຶ້ນກັບກະຊວງ, ຜູ້ກວດກາໜ່ວຍພັກອົງການຈັດຕັ້ງມະຫາຊົນ, ພະນັກງານກວດກາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ສະຫາຍ ເກີທ່າວ ເຈີເຈັ່ງ ຮອງປະທານຄະນະກວດກາພັກກະຊວງ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເຫັນວ່າມີຜົນສໍາເລັດໃນຫຼາຍດ້ານ ຄື: ໄດ້ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາກ່ຽວກັບວຽກງານກວດກາພັກ-ກວດກາລັດ ສໍາເລັດທັງໝົດ 5 ຫົວຂໍ້; ໄດ້ສໍາເລັດການດໍາເນີນຊີວິດການເມືອງກາງສະໄໝຄົບຄະນະບໍລິຫານງານພັກກະຊວງ, ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານ ຜ່ານການດໍາເນີນຊີວິດການເມືອງພາຍໃນພັກ ເຫັນວ່າສະມາຊິກພັກ-ພະນັກງານສ່ວນຫຼາຍ ຍັງສືບຕໍ່ໃຫ້ຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ຕໍ່ບຸກຄົນໃນຄະນະບໍລິຫານງານພັກກະຊວງ ສະໄໝທີ V ເຊິ່ງໄດ້ຮັບຄະແນນຄວາມໄວ້ວາງໃຈສູງສຸດເຖິງ 100%, ຕໍ່າສຸດແມ່ນ 87,80%, ຄະແນນຄວາມໄວ້ວາງໃຈສະເລ່ຍ 93,9% ແລະ ໄດ້ຮັບຄະແນນບໍ່ໄວ້ວາງໃຈສູງສຸດ 12,19% ແລະ ຕໍ່າສຸດ 1,21% ຂອງຈໍານວນຜູ້ແທນທີ່ເຂົ້າຮ່ວມທັງໝົດ; ທົ່ວອົງຄະນະພັກກະຊວງ ມີສະມາຊິກພັກທັງໝົດ 788 ສະຫາຍ ສາມາດຕີລາຄາຈັດແບ່ງປະເພດສະມາຊິພັກແຂງໄດ້ 702 ສະຫາຍ ຍິງ 259 ສະຫາຍ, ປະເພດກາງ 20 ສະຫາຍ ຍິງ 4 ສະຫາຍ; ສາມາຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າຈໍານວນ 35 ສະຫາຍ ຍິງ 18 ສະຫາຍ, ຮຽນກົດລະບຽບພັກຈໍານວນ 34 ສະຫາຍ ຍິງ 15 ສະຫາຍ, ເຂົ້າພັກສໍາຮອງ ຈໍານວນ 29 ສະຫາຍ ຍິງ 12 ສະຫາຍ, ເຂົ້າພັກສົມບູນຈໍານວນ 54 ສະຫາຍ ຍິງ 22 ສະຫາຍ ທຽບໃສ່ປີ 2022 ເພິ່ມຂຶ້ນ 29 ສະຫາຍ; ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດຂອງກະຊວງ ໃນປີ 2023 ໄດ້ຮັບງົບປະມານໂຄງການລົງທຶນຂອງລັດຈໍານວນ 3.270 ລ້ານກີບ ໃນ 28 ໂຄງການ ຜ່ານການຈັດຕັ້ງປະຕິບັດເຫັນວ່າ ໂຄງການທີ່ໄດ້ສໍາເລັດການປະກອບເອກະສານຂໍອະນຸມັດການຊໍາລະສະສາງມີ 24 ໂຄງການ, ຍັງ 4 ໂຄງການບໍ່ໄດ້ປະກອບເອກະສານສະເໜີຂໍການຊໍາລະສະສາງ ເນື່ອງຈາກໄດ້ຢຸດເຊົາໂຄງການແລ້ວ; ໄດ້ຮັບຄໍາຮ້ອງ-ຄໍາສະເໜີ ຈໍານວນ 5 ສະບັບ ໃນນີ້ຄໍາສະເໜີ 4 ສະບັບ, ບົດສົນເທ 1 ສະບັບ, ແກ້ໄຂແລ້ວ 3 ກໍລະນີ, ຍັງຄ້າງ 2 ກໍລະນີ ເນື້ອໃນແມ່ນພົວພັນເຖິງການປະຕິບັດໜ້າທີ່ຂອງພະນັກງານ, ຂໍ້ຂັດແຍ້ງທາງທຸລະກິດດ້ວຍກັນ. ພ້ອມນີ້ ຍັງໄດ້ຍົກໃຫ້ເຫັນດ້ານດີທີ່ພົ້ນເດັ່ນ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີດ້ານດີ-ດ້ານອ່ອນ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນຕໍ່ໜ້າ. ຈາກນັ້ນ, ສະຫາຍ ພຸດທະວັນ ນັນທະວົງ ປະທານກອງປະຊຸມຍັງໄດ້ມີຄໍາເຫັນເຈາະຈີ້ມຕໍ່ການປະກອບຄໍາເປັນໃສ່ບົດສະຫຼຸບ ແລະ ໃຫ້ກຽດເຜີຍແຜ່ເອກະສານສໍາຄັນ ເປັນຕົ້ນ ຄໍາສັ່ງແນະນໍາ ເລກທີ 169/ຄລສພ, ລົງວັນທີ 15 ສິງຫາ 2022 ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາ; ຄໍາແນະນໍາ ເລກທີ 331/ອກຫລ, ລົງວັນທີ 03 ຕຸລາ 2023 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດກາລັດ (ສະບັບປັບປຸງ); ບົດແນະນໍາ ເລກທີ 379/ຄກສພ, ລົງວັນທີ 07 ພະຈິກ 2023 ວ່າດ້ວຍການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ. ພ້ອມນີ້ບັນດາຜູ້ແທນກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2023 ແລະ ທິດທາງວຽກງານຈຸດສຸມ ປີ 2024 ຢ່າງກົງໄປກົງມາ ເພື່ອເຮັດໃຫ້ມີເນື້ອໃນຈະແຈ້ງຄົບຖ້ວນແທດເໝາະກັບຕົວຈິງ.

ໂອກາດດຽວກັນນີ້ ສະຫາຍ ພຸດທະວັນ ນັນທະວົງ ຍັງໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ເປັນຕົ້ນ ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃຈຈິດໃຈກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ໃຫ້ສອດຄ່ອງກັບບັນດາມະຕິ, ຄໍາສັ່ງຂອງສູນກາງພັກ; ສຸມໃສ່ການເຄື່ອນໄຫວຕີຖ່ອຍການສວຍໃຊ້ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວທີ່ບໍ່ຖືກຕ້ອງຂອງພະນັກງານ-ສະມາຊິກພັກ; ຫັນການເຄື່ອນໄຫວນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານກວດກາ, ຕ້ານການສໍ້ລາດບັງຫຼວງ ເປັນເນື້ອໃນ ແລະ ຄາດໝາຍລະອຽດຈະແຈ້ງ ເພື່ອເປັນບ່ອນອີງອັນໜັກແໜ້ນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ; ເອົາໃຈໃສ່ປັບປຸງວຽກງານກວດກາໃຫ້ດໍາເນີນຢ່າງຕໍ່ເນື່ອງ ແລະ ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ; ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ຂອບເຂດສິດ ຂອງຕົນ ພ້ອມທັງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໄປຜັນຂະຫຍາຍເຂົ້າໃນວຽກງານຂອງຕົນໃຫ້ໄດ້ຮັບຜົນທາງດ້ານປະລິມານ ແລະ ຄຸນນະພາບ.
ຂ່າວ: ຄໍາຫວັນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto